
ຕອນເຊົ້າຂອງວັນທີ 31 ພຶດສະພາ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອຸດົມໄຊ, ອົງການປົກປ້ອງກົດໝາຍ ໄດ້ລາຍງານສະພາບພົ້ນເດັ່ນ ແລະ ຄວາມຫຍຸ້ງຍາກການຈັດຕັ້ງປະຕິບັດວຽກງານຂອງຕົນ ຕໍ່ ສະມາຊິກສະພາແຫ່ງຊາດ(ສສຊ) ປະຈໍາເຂດເລືອກຕັ້ງທີ 04 ແລະ ສະມາຊິກສະພາປະຊາຊົນແຂວງ(ສສຂ), ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີບັນດາທ່ານ ສສຊ ປະຈໍາເຂດເລືອກຕັ້ງທີ 04, ຄະນະປະຈໍາ ສພຂ, ສສຂ, ຫົວໜ້າພະແນກຍຸຕິທໍາ, ຫົວໜ້າອົງການໄອຍະການແຂວງ, ປະທານສານປະຊາຊົນແຂວງ, ຕາງໜ້າສອງກອງບັນຊາການ ປກຊ -ປກສ ແຂວງ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານ ສະພາບພົ້ນເດັ່ນ, ຂໍ້ສະດວກ – ຂໍ້ຄວາມຫຍຸ້ງຍາກ ແລະ ຄໍາສະເໜີຕ່າງໆ ການຈັດຕັ້ງປະຕິບັດວຽກງານຂົງເຂດປົກປ້ອງກົດໝາຍໃນໄລຍະ 6 ເດືອນຕົ້ນປີ 2022; ໄດ້ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ ແລະ ສອງກອງບັນຊາການ ປກຊ-ປກສ ແຂວງ.
ພາຍຫຼັງໄດ້ຮັບຟັງການລາຍງານແລ້ວບັນດາທ່ານ ສສຊ-ສສຂ ຍັງໄດ້ມີຄໍາເຫັນແລກປ່ຽນ, ມີຄໍາຖາມເຈາະຈີ້ມເພີ່ມຕື່ມຈໍານວນໜຶ່ງ ແລະ ບັນດາອົງການທີ່ກ່ຽວຂ້ອງ ກໍໄດ້ຊີ້ແຈງຕໍ່ຄໍາຖາມເຈາະຈີ້ມຕາມຄວາມຮັບຜິດຊອບຂອງຕົນຢ່າງລະອຽດພໍສົມຄວນ.




ພາບ/ຂ່າວ: ສີແຫວງ ສີບຸນເຮືອງ
ກວດແກ້: ແສງພອນ ອິນນະລົງ.