(ສພຊ) ວັນທີ 15 ສິງຫາ 2018 ຜ່ານມາ ທີ່ຫ້ອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ສພຊ) ອົງການຈັດຕັ້ງມະຫາຊົນພາຍໃນສະພາແຫ່ງຊາດ ນໍາໂດຍທ່ານ ວິໄລວົງ ບຸດດາຄໍາ ປະທານຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຕາງໜ້າບັນດາອົງການຈັດຕັ້ງມະຫາຊົນ ພາຍໃນ ສະພາແຫ່ງຊາດ ໄດ້ເຂົ້າອວຍພອນຄະນະປະຈໍາ ສພຊ ເນື່ອງໃນໂອກາດສະເຫລີມສະຫລອງ ວັນລັດຖະທໍາມະນູນ ຄົບຮອບ 27 ປີ (15 ສິງຫາ 1991-15 ສິງຫາ 2018).
ອົງການຈັດຕັ້ງມະຫາຊົນ ອວຍພອນຄະນະປະຈໍາ ສພຊ
