ໃນຕອນເຊົ້າວັນທີ 26 ກຸມພາ 2025 ອົງການກວດສອບປະຈຳພາກເໜືອ2 ໄດ້ເຂົ້າພົບປະປະທານສະພາປະຊາຊົນແຂວງຫລວງນ້ຳທາ (ສພຂ) ເພື່ອເປີດກອງປະຊຸມແລກປ່ຽນບົດຮຽນໃນການປຶກສາຫາລືວຽກງານກວດສອບປະຈຳແຂວງ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ມີສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ ພ້ອມດ້ວຍທິມງານກວດສອບປະຈຳພາກເໜືອເຂົ້າຮ່ວມ 14 ທ່ານ.
ກອງປະຊຸມທ່ານ ອິນຖາ ລືນາມມະຈັກ ປະທານອົງການກວດສອບປະຈຳພາກເໜືອ2 ໄດ້ກ່າວຈຸດປະສົງ ແລະ ລາຍງານການມາເຄື່ອນໄຫວວຽກງານໃນການເປີດບັ້ນກວດສອບປະຈຳແຂວງຫລວງນ້ຳທາ ປີ 2024 ເປັນຕົ້ນ: ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດວຽກງານຊັບສິນປະຈຳປີ 2024 ຕາມມະຕິກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ, ກວດຄືນການຈັດຕັ້ງປະຕິບັດຄໍາແນະນໍາກວດສອບປີຜ່ານມາ, ກວດສອບການເກັບລາຍຮັບຊັບສິນ, ກວດສອບລາຍຮັບ-ລາຍຈ່າຍວິຊາການ, ກວດສອບລາຍຮັບ-ລາຍຈ່ານງົບປະມານ, ກວດສອບການຄຸ້ມຄອງໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ, ກວດສອບລາຍຮັບ-ຈ່າຍຄ່າປັນໃໝ, ກວດສອບການແບ່ງເງິນປັນຜົນ ຂອງວິສາຫະກິດ, ກວດສອບການຍົກເວັ້ນ ການຈັດເກັບລາຍຮັບ ແລະ ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງສ່ວຍສາອາກອນປະຈໍາແຂວງ; ກວດຄືນການປະຕິບັດມະຕິກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງ, ກວດສອບລະບົບຄອບຄຸມພາຍໃນ, ກວດສອບການເກັບລາຍຮັບອາກອນ, ກວດສອບລາຍຮັບທີ່ບໍ່ແມ່ນພາສີອາກອນ, ກວດສອບລາຍຮັບຈາກຊັບສິນ, ກວດສອບລາຍຮັບ-ຈ່າຍງົບປະມານ, ກວດສອບການຄຸ້ມຄອງໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ, ກວດສອບການໄລ່ລຽງອາກອນຂອງວິສາຫະກິດ, ກວດສອບການຍົກເວັ້ນອາກອນ ແລະ ລະບຽບການອື່ນໆ ທີ່ກ່ຽວຂ້ອງກັບບັນດາພະແນກການ ເພື່ອສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ທັງນີ້ ຍັງໄດ້ຂໍຄຳເຫັນແນະນໍາໃນການລົງການກວດສອບຈາກສະພາປະຊາຊົນແຂວງ, ບັນຫາໃດ, ຈຸດໃດ ທີ່ຄວນລົງກວດສອບ ຊອກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ແລະ ການການສະໜອງຂໍ້ມູນຕ່າງໆ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໄດ້ບັນລຸຕາມເປົ້າໝາຍ, ພ້ອມດຽວກັນ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ຂອງສະພາປະຊາຊົນແຂວງ ຍັງໄດ້ລາຍງານບັນຫາທີ່ພົບເຫັນຕໍ່ວຽກງານກວດສອບຢູ່ພາຍໃນແຂວງ ໃຫ້ລົງກວດສອບຕົວຈິງ.
ໂອກາດນີ້ ທ່ານ ຄຳຟອງ ອີນມານີ ໄດ້ມີຄຳເຫັນເປັນເອກະພາບຕໍ່ກັບການລົງເຄື່ອນໄຫວ ຕາມພາລະບົດບາດ, ຕາມກົດໝາຍຄັ້ງນີ້ ແນວໃດກໍ່ຕາມໄດ້ແລກປ່ຽນສະເໜີຫລາຍບັນຫາສົມຄວນ ແລະ ຫລັງຈາກລົງກວດສອບຕົວຈິງແລ້ວ ໃຫ້ປະສານສົມທົບກັບຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ຂອງ ສພຂ ຕື່ມອີກ, ເຊິ່ງການກວດສອບ ຢາກໃຫ້ສໍາເລັດຕາມກຳນົດເວລາ, ຄາດໝາຍທີ່ວາງໄວ້ ເພາະໄລຍະຜ່ານມາການກວດສອບແມ່ນຍັງບໍ່ທັນສໍາເລັດຕາມເປົ້າໝາຍ, ຊອກຫາເຫດຜົນທ່ີບໍ່ສຳເລັດ, ຮຽກຮ້ອງໃຫ້ສືບຕໍ່ກວດສອບຕາມຄໍາແນະນໍາ, ພ້ອມທັງ ຊູກຍູ້ອົງການທີ່ກ່ຽວຂ້ອງທີ່ກວດເຫັນແລ້ວໃຫ້ຮີບຮ້ອນເກັບງົບປະມານເຂົ້າລັດໂດຍໄວ ເພື່ອເຮັດໃຫ້ການກວດສອບໄດ້ບັນລຸຕາມເປົ້າໝາຍຕາມມະຕິ ສພຂ ຮັບຮອງເອົາ.
ພາບຂ່າວ: ວັນນີ ແຝງບົວວັນ