loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ອານຸກຳມະການເນື້ອໃນກອງປະຊຸມ ສະພາປະຊາຊົນແຂວງຄໍາມ່ວນ ເປີດກອງປະຊຸມ ທົບທວນຄືນຄວາມພ້ອມ ໃນການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 05 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.

​ກ.ກ. 25, 2023 | ເຂດ 12 ຄຳມ່ວນ

ໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2023 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ອານຸກຳມະການເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຄໍາມ່ວນ ເປີດກອງປະຊຸມ ທົບທວນຄືນ ໃນການກະກຽມ ບັນດາເນື້ອໃນເອກະສານໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຄໍາມ່ວນ  ຊຸດທີ II ໂດຍການເປັນປະທານ ຂອງ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ  ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ກຳມະການຄະນະຈໍາສະພາປະຊາຊົນແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນອະນຸຊ່ວຍວຽກທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນ, ປຶກສາຫາລື ແລະ ແລກປ່ຽນຄຳເຫັນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້; ເພື່ອເປັນເອກະພາບທາງດ້ານທັດສະນະ ຕໍ່ບັນຫາສຳຄັນຈຳນວນໜຶ່ງ ແລະ ພ້ອມກັນຕີລາຄາ, ຖອດຖອນບົດຮຽນ, ເຊິ່ງກັນ ແລະ ກັນເພື່ອຍົກສູງບັນດາເນື້ອໃນໃຫ້ມີຄວາມເປັນເອກກະພາບກັນ.

ໂດຍ: ເອື້ອ ມະໂນສິງ