loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ອານຸກຳມະການເນື້ອໃນກອງປະຊຸມ ສະພາປະຊາຊົນແຂວງຄໍາມ່ວນ ເປີດກອງປະຊຸມກະກຽມ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 05 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.

​ກ.ກ. 11, 2023 | ເຂດ 12 ຄຳມ່ວນ

ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ອານຸກຳມະການເນື້ອໃນ ກອງປະຊຸມສະໄໝສາມັນ ສະພາປະຊາຊົນແຂວງຄໍາມ່ວນ ເປີດກອງປະຊຸມກະກຽມ ບັນດາເນື້ອໃນເອກະສານໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 05 ຂອງສະພາປະຊາຊົນແຂວງຄໍາມ່ວນ  ຊຸດທີ II ໂດຍການເປັນປະທານ ຂອງ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ  ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານ ນາງ ສາທິດ ຈັນສີ ຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນອະນຸຊ່ວຍວຽກທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລື ແລະ ແລກປ່ຽນຄຳເຫັນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້; ເພື່ອເປັນເອກະພາບທາງດ້ານທັດສະນະ ຕໍ່ບັນຫາສຳຄັນຈຳນວນໜຶ່ງ ແລະ ພ້ອມກັນຕີລາຄາ, ຖອດຖອນບົດຮຽນ, ເຊິ່ງກັນ ແລະ ກັນເພື່ອຍົກສູງບັນດາເນື້ອໃນໃຫ້ມີຄວາມເປັນເອກກະພາບກັນ.

ຕອນທ້າຍກອງປະຊຸມ  ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ທ່ານໄດ້ເນັ້ນໝັກ ວ່າຕ້ອງເອົາໃຈໃສ່ຂອດການປະສານງານ ແລະ ບັນດາຂໍ້ມູນຕົວເລກ ແລະ ບັນດາບົດລາຍງານເນື້ອໃນໃຫ້ມີຄວາມລະອຽດຊັດເຈນແຕ່ເບື້ອງຕົ້ນທີ່ຈະນຳເອົາມາລາຍງານໃນກອງປະຊຸມຄັ້ງນີ້ ພ້ອມນັ້ນ, ທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານຜູ້ຮັບຜິດຊອບໃນການກະກຽມ ທີ່ມີຄວາມຫ້າວຫັນຮັບຜິດຊອບສູງໃນການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບໄດ້ເປັນຢ່າງດີ ແລະ ພ້ອມພາກັນສືບຕໍ່ ປະຕິບັດໜ້າທີໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີວາງໄວ້.

ໂດຍ: ເອື້ອ ມະໂນສິງ