ອັດຕະປື ຈັດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ.

ມ.ກ. 6, 2026

ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຈັດຂຶ້ນໃນວັນທີ 30 ທັນວາ 2025 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ພົທ ວັນທອງ ກອງມະນີ ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍບັນດາທ່ານຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ບັນດາອະນຸກໍາມະການເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງ ບັນດາເນື້ອໃນເອກະສານທີ່ສໍາຄັນຕ່າງໆກ່ຽວກັບການກະກຽມບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍສະເພາະ ບົດລາຍງານກ່ຽວກັບການກະກຽມໃຫ້ແກ່າການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ຂໍ້ຕົກລົງ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 186/ຄປຈ ລົງວັນທີ 5 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລະ ບັນດາອະນຸກໍາມະການ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ຮ່າງມະຕິຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ຮ່າງແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພຶ່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ຜ່ານຄໍາແນະນໍາຂອງຄະນະປະຈໍາພັກແຂວງ ກ່ຽວກັບການເພີ່ມທະວີ ການນໍາພາ-ຊີ້ນໍາຂອງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ຜ່ານແຈ້ງການແນະນໍາກ່ຽວກັບການສ້າງແຜນງົບປະມານຮັບໃຊ້ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.ພ້ອມນີ້, ຜູ້ແທນກອງປະຊຸມໄດ້ສົນທະນາແລກປ່ຽນປະກອບຄໍາຄິດເຫັນ ດ້ວຍຄວາມຮັບຜິດຊອບສູງ ລ້ວນແລ້ວແຕ່ມີເຫດມີຜົນ​ ກົງໄປກົງມາ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ,​ ຄວາມຖືກຕ້ອງສອດຄ່ອງ ແລະ ຊອກວີທີທາງແກ້ໄຂໃຫ້ທັນການໃນການກະກຽມ ແລະ ດໍາເນີນການເລືອກຕັ້ງ ໃຫ້ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້.ໂອກາດດັ່ງກ່າວ, ທ່ານ ພົທ ວັນທອງ ກອງມະນີ ຍັງໄດ້ມີຄໍາເຫັນວ່າ: ເພຶ່ອຮັບປະກັນໃຫ້ແກ່ການກະກຽມ ແລະ ດໍາເນີນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V. ຈົ່ງພ້ອມກັນເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງກອງປະຊຸມໃນຄັ້ງນີ້ໃຫ້ສໍາເລັດຜົນເປັນຢ່າງດີ, ສືບຕໍ່ປັບປຸງເນື້ອໃນເອກະສານຕາມຄໍາເຫັນຂອງກອງປະຊຸມໃຫ້ຄົບຖ້ວນສົມບູນ, ບັນດາອະນຸກໍາມະການຕ່າງໆ ຈົ່ງຮີບຮ້ອນຈັດຕັ້ງຜັນຂະຫຍາຍ ມະຕິກົມການເມືອງສູນກາງພັກ ແລະ ແຜນດໍາເນີນງານ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໃຫ້ເປັນແຜນວຽກຕົວຈິງ ຂອງອະນຸກໍາມະການ ຂອງຕົນ, ຈັດຕັ້ງໂຄສະນາຜ່ານສື່ໆຕ່າງໆ ໃຫ້ປະຊາຊົນໄດ້ຮັບຮູ້ແລະເຂົ້າໃຈຢ່າງເປັນຂະບວນການຟົ້ນຟື້ນ.

(ວິນັດ ສີສຸລາດ)