ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ II ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ ໃນວັນທີ 8 ສິງຫາ 2025. ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ. ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມມີບັນດາທ່ານການນຳພັກ-ລັດຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ 100 ກວ່າທ່ານ.ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ດໍາເນີນ ເປັນເວລາ 2 ວັນ, ໄດ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ກອງປະຊຸມຕີລາຄາສູງ ຕໍ່ສະມາຊິກສະພາປະຊາຊົນແຂວງ, ສະມາຊິກອົງການປົກຄອງແຂວງ, ຜູ້ແທນກອງປະຊຸມທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຕາມພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ ທີ່ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ແນໃສ່ເຮັດໃຫ້ແຂວງອັດຕະປືມີການພັດທະນາຢ່າງຕໍ່ເນື່ຶອງ, ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ.ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເນື້ອໃນທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຂອງແຂວງປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2025 ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງສະພາປະຊາຊົນຂັ້ນແຂວງ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາ ກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອ 10 ຂອງສະພາປະຊາຊົນແຂວງ ຊຸດທີ II.ຕະຫຼອດໄລຍະການດໍາເນີນກອງປະຊຸມ, ໄດ້ມີໂທລະສັບສາຍດ່ວນຈາກປະຊາຊົນຜູ້ມີສິດເລືອກຕັ້ງ ໂທເຂົ້າມາທັງໝົດ 8 ສາຍ, ພົ້ນເດັ່ນແມ່ນບັນຫາ ຂໍ້ຂັດແຍ່ງເນື້ອທີ່ດີນ ຕໍ່ກັບບັນຫາທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວນັ້ນ, ກອງເລຂາກອງປະຊຸມໄດ້ສັງລວມ ແລະ ມອບໃຫ້ຄະນະກຳມະການ ຂອງສະພາປະຊາຊົນແຂວງ ປະສານສົມທົບພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ຊີ້ແຈງເປັນລາຍລັກອັກສອນ, ຮັບປະກັນໄດ້ຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.
(ວິນັດ ສີສຸລາດ)