(ສພຊ) – ເພື່ອເກັບກຳບັນດາຄໍາຄິດເຫັນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງອະນຸກຳມະການເລຂານຸການຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ຕາມມະຕິ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ຂອງຂັ້ນເທິງ; ວັນທີ 19-21 ກຸມພານີ້, ທ່ານ ນາງ ທັດສະດາພອນ ຈັນທະມາດ ຮອງປະທານກໍາມາທິການບັນດາເຜົ່າ, ກຳມະການອະນຸກຳມະການເລຂານຸການ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາວຽກງານຮອບດ້ານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງໄຊຍະບູລີ.
ທ່ານ ປອ. ສີສອນພັນ ບຸນລີ ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານກະກຽມໃຫ້ແກ່ການເລືອກຕັ້ງຢູ່ແຂວງໄຊຍະບູລີ ເຊິ່ງທ່ານໃຫ້ຮູ້ວ່າ: ໄລຍະຜ່ານມາ ແຂວງໄຊຍະບູລີ ໄດ້ສໍາເລັດການເກັບກຳ, ສັງລວມ ສະຖິຕິຈຳນວນພົນລະເມືອງ ຕາມການສໍາຫຼວດພົນລະເມືອງປີ 2025 ໃນທົ່ວແຂວງ ມີພົນລະເມືອງ 412,725 ຄົນ ຍິງ 202,589 ຄົນ ໃນນີ້ ຜູ້ມີສິດປ່ອນບັດເລືອກຕັ້ງຕາມສໍາມະໂນຄົວ 297,507 ຄົນ ຍິງ 146,160 ຄົນ, ຜູ້ສາມາດປ່ອນບັດຢູ່ໃນບ້ານຂອງຕົນ 260,970 ຄົນ ຍິງ 129,078 ຄົນ, ຜູ້ມີສິດປ່ອນບັດຢູ່ທ້ອງຖິ່ນອື່ນ 16,203 ຄົນ ຍິງ 6,824, ຜູ້ໄປເຮັດວຽກຢູ່ຕ່າງປະເທດ 20,334 ຄົນ ຍິງ 10.258 ຄົນ, ຜູ້ມີສິດປ່ອນບັດຈາກທ້ອງຖິ່ນອື່ນ 2,096 ຄົນ ຍິງ 602 ຄົນ; ມີ 500 ໜ່ວຍປ່ອນບັດເລືອກຕັ້ງ ໃນນີ້ ມີ 3 ໜ່ວຍປ່ອນບັດເຄື່ອນທີ່ (ເມືອງໄຊຍະບູລີ 1 ໜ່ວຍ, ເມືອງຫົງສາ 1 ໜ່ວຍ ແລະ ເມືອງບໍ່ແຕນ 1 ໜ່ວຍ); ສໍາລັບສະຖານທີ່ປ່ອນບັດ ແມ່ນກຳນົດເອົາສະໂມສອນຂອງບ້ານ, ສ່ວນການກະກຽມສະຖານທີ່ປ່ອນບັດສໍາລັບການນໍາຂັ້ນສູງຂອງພັກ-ລັດ ກໍຄືຂອງແຂວງ ແມ່ນກຳນົດເອົາຈຸດໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເຊິ່ງກຳນົດເປັນໜ່ວຍປ່ອນບັດຮ່ວມກັບບ້ານດອນໃໝ່; ສໍາເລັດການຂຶ້ນບັນຊີຫີບບັດ, ທຸງຊາດ-ທຸງພັກ ແລະ ຮູບປະທານ ໄກສອນ ພົມວິຫານ ເຊິ່ງມີຫີບປ່ອນບັດທີ່ສາມາດນໍາໃຊ້ໄດ້ 636 ຫີບ ຕ້ອງການເພີ່ມ 364 ຫີບ, ທຸງຊາດ-ທຸງພັກ ມີແລ້ວ 16 ຜືນ ຕ້ອງການເພີ່ມ 484 ຜືນ, ຮູບປະທານ ໄກສອນ ພົມວິຫານ ມີແລ້ວ 52 ໃບ ຕ້ອງການເພີ່ມ 446 ໃບ. 
ຈາກນັ້ນ, ໄດ້ມີການແລກປ່ຽນສົນທະນາບັນຫາຕ່າງໆ ເປັນຕົ້ນແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບວຽກງານກະກຽມ ແລະ ດຳເນີນການເລືອກຕັ້ງຂອງແຕ່ລະເມືອງ ເພື່ອຮັບປະກັນຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງຄັ້ງນີ້ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ພ້ອມທັງເກັບກໍາຄໍາສະເໜີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ; ນອກນີ້, ຄະນະຮັບຜິດຊອບ ຍັງໄດ້ລົງກວດກາຕົວຈິງບັນຍາກາດ ແລະ ສະຖານທີ່ປ່ອນບັດເລືອກຕັ້ງຢູ່ເມືອງພຽງ, ເມືອງທົ່ງມີໄຊ ແລະ ເມືອງປາກລາຍ ໃນການຈັດຕັ້ງປະຕິບັດຕາມມະຕິ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ຂອງຂັ້ນເທິງ ເພື່ອລາຍງານ ຄລຊ.
(ນາງ ອານິຕາ ມ່ວນສະຫວັດ)

