(ສພຊ) – ທ່ານ ນາງ ມະນີວັນ ເຍຍປາວເຮີ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ, ກຳມະການອະນຸກຳມະການເລຂານຸການ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຮ່ວມກັບອະນຸເລຂານຸການ ຂອງຄະນະກໍາມະການເລືອກຕັ້ງແຂວງ (ຄລຂ) ວຽງຈັນ ໃນວັນທີ 17 ກຸມພານີ້ ທີ່ສະພາປະຊາຊົນແຂວງວຽງຈັນ ເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ຊຸດທີ X ແລະ ສະພາປະຊາຊົນແຂວງວຽງຈັນ ຊຸດທີ V .
ທ່ານ ນາງ ມະນີວັນ ເຍຍປາວເຮີ ໃຫ້ຮູ້ວ່າ: ການລົງເຄື່ອນໄຫວຄັ້ງນີ້, ກໍເພື່ອເກັບກໍາສະພາບຕົວຈິງ ແລະ ຂໍ້ມູນຕ່າງໆ ໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຂໍ້ຕົກລົງ ແລະ ຄໍາແນະນໍາຕ່າງໆ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ການກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ: ການເກັບກໍາຂໍ້ມູນກ່ຽວກັບຜູ້ມີສິດເລືອກຕັ້ງ, ໜ່ວຍປ່ອນບັດເລືອກຕັ້ງ, ການຕິດປ້າຍຄໍາຂວັນຕ່າງໆ, ການຈັດພິມຮູບ-ປະຫວັດຫຍໍ້ ແລະ ເອກະສານຕ່າງໆ ເພື່ອຮັບປະກັນໃຫ້ການເລືອກຕັ້ງຢູ່ແຂວງວຽງຈັນ ບັນລຸຕາມລະດັບຄາດໝາຍ ກໍຄືນໍາພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, ນໍາພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະ ຫງົບ ແລະ ມີຄວາມປອດໄພ 100%, ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ 100%.
ທ່ານ ບົວຄຳ ຫຼວງອາໄພ ຮອງປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ຂອງສະພາປະຊາຊົນແຂວງວຽງຈັນ ທັງເປັນຄະນະກຳມະການເລືອກຕັ້ງແຂວງວຽງຈັນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການເລືອກຕັ້ງຢູ່ແຂວງວຽງຈັນ ເຊິ່ງປັດຈຸບັນ ແມ່ນສຳເລັດແລ້ວຫຼາຍໜ້າວຽກ ເປັນຕົ້ນ: ສຳເລັດການເກັບກຳສະຖິຕິຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ຕາມສຳມະໂນຄົວ 302,420 ຄົນ ຍິງ 145,862 ຄົນ, ພົນລະເມືອງ 514,471 ຄົນ ຍິງ 246,764 ຄົນ, ຜູ້ມີສິດປ່ອນບັດຕົວຈິງ 277,228 ຄົນ ຍິງ 133,114 ຄົນ; ສຳເລັດການຈັດພິມຮູບ ແລະ ປະຫວັດຂອງຜູ້ສະໝັກເລືອກຕັ້ງ ແລະ ແຈກຢາຍໃຫ້ແຕ່ລະເຂດເລືອກຕັ້ງເມືອງ; ສຳເລັດການຈັດພິມບັດລົງຄະແນນສຽງ; ສຳເລັດການລົງຊຸກຍູ້ ແລະ ປຸກລະດົມຂະບວນການຕ່າງໆ. ເຖິງແມ່ນວ່າການຜັນຂະຫຍາຍນິຕິກຳຂອງ ຄລຊ ເປັນນິຕິກຳຂອງທ້ອງຖິ່ນ ໄດ້ຢ່າງຄົບຖ້ວນກໍຕາມ, ແຕ່ຖ້າທຽບໃສ່ການຈັດຕັ້ງປະຕິບັດວຽກງານເລືອກຕັ້ງໃນແຕ່ລະບາດກ້າວ ເຫັນວ່າບາງວຽກຍັງຊັກຊ້າ, ການປະສານງານລະຫວ່າງ ຄລຂ ກັບຄະນະກຳມະການເລືອກຕັ້ງຂັ້ນເມືອງ ຍັງບໍ່ທັນໂລ່ງລ່ຽນເທົ່າທີ່ຄວນ, ການເກັບກຳສະຖິຕິຈຳນວນພົນລະເມືອງ, ຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ໜ່ວຍປ່ອນບັດເລືອກຕັ້ງ ໃນທົ່ວແຂວງ ຍັງມີບາງເມືອງມີຄວາມຊັກຊ້າ.
(ຄັດຈາກເພຈ: ປະເທດລາວ Pathedlao)

