ອະນຸກຳມະການເລຂານຸການຂອງຄະນະກຳມະການເລືອກຕັ້ງລະດັບຊາດ ຕິດຕາມກວດກາຄວາມພ້ອມກ່ອນການເລືອກຕັ້ງຢູ່ແຂວງຫລວງນ້ຳທາ

ກ.ພ. 21, 2026

ເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະ ການດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງທີ 3 ແຂວງຫລວງນ້ຳທາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມແຕ່ລະບາດກ້າວ ຕາມທີ່ໄດ້ກຳນົດໄວ້ໃນແຜນການດໍາເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ.

ໃນວັນທີ 21 ກຸມພາ 2026 ອະນຸກຳມະການເລຂານຸການ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ນໍາໂດຍທ່ານ ຈັນທະລາ ອຸດົມສຸກ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 01 ນະຄອນຫຼວງວຽງຈັນ, ກຳມະການກຳມາທິການຍຸຕິທຳ, ກຳມະການອະນຸກຳມະການເລຂານຸການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ແລະ ເຮັດວຽກຮ່ວມອະນຸກຳມະການເລຂານຸການ ຄະນະກໍາມະການເລືອກຕັ້ງແຂວງຫຼວງນໍ້າທາ ມີທ່ານ ກົງເພັດ ແກ້ວບົວພາ  ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຫົວໜ້າອະນຸກຳມະການເລຂານຸການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍອະນຸກໍາມະການ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດນີ້ທ່ານ ກົງເພັດ ແກ້ວບົວພາ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນການກະກຽມຄວາມພ້ອມໃຫ້ແກ່ການກະກຽມ ແລະ ການດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແມ່ນມີຄວາມພ້ອມ ແລະ ສໍາເລັດຫລາຍສົມຄວນ ເພື່ອຮັບປະກັນໃຫ້ແກ່ການປ່ອນບັດໃຫ້ໄດ້ 400%ຄື: ດໍາເນີນການປ່ອນບັດເລືອກຕັ້ງຄັ້ງນີ້ ໃຫ້ບັນລຸ 400%; ໃນນັ້ນຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດດ້ວຍຕົນເອງ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານ ວ່ອງໄວ ທັນເວລາ 100%.

ວັນດຽວກັນ ທັງສອງພາກສ່ວນໄດ້ລົງຕິດຕາມກວດກາເບີ່ງຄວາມພ້ອມຮອບດ້ານ ຢູ່ສະຖານທີ່ໜ່ວຍປ່ອນບັດເລືອກຕັ້ງຕົວຈິງຄື: ຈຸດໜ່ວຍປ່ອນບັດເລືອກຕັ້ງສະໂມສອນຂອງແຂວງ, ໜ່ວຍປ່ອນບັດບ້ານວຽງຄໍາ, ໜ່ວຍປ່ອນບັດບ້ານນາຫ້ອມ ແລະ ໜ່ວຍປ່ອນບັດບ້ານວຽງເໜືອ ເມືອງຫລວງນ້ຳທາ,

ຂ່າວ;ວັນນີ ແຝງບົວວັນ