ຜູ້ແທນຂັ້ນສູງແຂວງ ເຊກອງ ນໍາໂດຍທ່ານດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຊກອງ, ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ ເຊກອງ ພ້ອມຄະນະ ສຳເລັດການອວຍພອນການນຳພັກ-ລັດແຂວງເທືອທຽນເຫວ້ໃນວັນທີ 12 ມັງກອນ 2023 ແລະໃນວັນທີ 13 ກໍໄດ້ສືບຕໍ່ອວຍພອນການນຳຂັ້ນສູງນະຄອນດານັງ ເຊິ່ງໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກທ່ານ ເຈິ່ນ ເຟືອກ ເຊີນ ຮອງປະທານສະພາປະຊາຊົນນະຄອນດານັງສສຫວຽດນາມ ພ້ອມຄະນະ.

ໂອກາດດັ່ງກ່າວ ທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຊກອງ ໄດ້ຕາງໜ້າຄະນະພັກ-ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມຄສ 2023ທີ່ຈະມາເຖິງ ໄດ້ອວຍພອນໄຊອັນປະເສີດມາຍັງ ການນຳພັກ-ລັດຂັ້ນສູງແລະ ປະຊາຊົນບັນດາເຜົ່າພາຍໃນນະຄອນດານັງທຸກທ່ານຈົ່ງມີຄວາມສຸກ,ມີພາລະອະນາສົມບູນ,ຍາດໄດ້ຜົນສໍາເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະນະຄອນດານັງນັບມື້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມຍຸຕິທໍາ ແລະ ສີວິໄລກ້າວຂຶ້ນຢ່າງບໍ່ຢຸດຢັ້ງ,ພ້ອມນັ້ນປະທານສະພາປະຊາຊົນແຂວງເຊກອງຍັງໄດ້ຍົກໃຫ້ເຫັນຜົນຂອງການຮ່ວມມືທີ່ດີງາມໃນໄລຍະຜ່ານມາເຊິ່ງນະຄອນດານັງໄດ້ຊ່ວຍເຫຼືອແຂວງເຊກອງຫຼາຍດ້ານອັນພົ້ນເດັ່ນແມ່ນທຶນການສຶກສາພັດທະນາຊັບພະຍາກອນມະນຸດໃຫ້ແກ່ແຂວງເຊກອງແລະນອກນັ້ນຍັງມີຂົງເຂດອື່ນໆອີກ,ເຊິ່ງທັງໝົດນັ້ນໄດ້ສະແດງໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າສະເພາະແຂວງເຊກອງກັບນະຄອນດານັງແຕກດອກອອກຜົນ ແລະ ເຂົ້້າສູ່ລວງເລິກ ເຊິ່ງໄດ້ສະແດງອອກໃຫ້ເຫັນຄື ການໄປມາຫາສູ່ກັນ ບໍ່ວ່າຈະເປັນການນຳຂັ້ນສູງຂອງແຂວງ ແລະບັນດາຂະແໜງການ ໄດ້ແລກປ່ຽນພົບປະການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ຊຸກຍູ້ການຮ່ວມມືໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

#ຂ່າວ,ພາບ: ວິລະກອນ ຄຳວິໄລ