ໃນບົດປະຈຳວັນນີ້ ຂໍນຳທ່ານຜູ້ອ່ານໄປຮູ້ກັບຫຼາຍເລື່ອງທີ່ພົວພັນກັບສາສະໜາ ເພື່ອເບິ່ງໄວ້ເປັນບົດຮຽນເຊັ່ນ: ບັນຫາການແຜ່ເງິນເພື່ອການກຸສົນ, ການຫຼອກລວງໃຫ້ຄົນຫຼົງເຊື່ອ ຫຼືບໍ່ເຊື່ອ, ພັນທະຂອງນັກບວດໃນການເສຍພາສີລາຍໄດ້, ພະສົງກັບການລະເມີດກົດໝາຍ ກໍຄືການໝິ່ນປະໝາດສາສະໜາ. ເລື່ອງລາວທັງໝົດນີ້ ໄດ້ແກະມາຈາກຂ່າວຕ່າງປະເທດ ທີ່ຫຼາຍທ່ານກໍອາດເຄີຍໄດ້ອ່ານມາແລ້ວ ແຕ່ມື້ນີ້ ຂໍເອົາມາກອງໂອະໂຍະ ໄວ້ໃນບົດດຽວ ດັ່ງຕໍ່ໄປນີ້: ມີຂ່າວຈາກຍີ່ປຸ່ນ ໃນທ້າຍປີ 2022 ທີ່ບອກວ່າ ລັດຖະສະພາຂອງປະເທດນີ້ ໄດ້ຮັບຮອງເອົາກົດໝາຍ ໃນວັນທີ 10 ທັນວາ 2022 ທີ່ກຳນົດຫ້າມອົງການທາງສາສະໜາ ຂໍການບໍລິການ ຫຼື ຂໍແຜ່ເງິນ ກໍຄືວັດຖຸປັດໄຈຈາກບຸກຄົນໃນສັງຄົມດ້ວຍວິທີການຕ່າງໆ ຢ່າງເດັດຂາດ. ໃນຂໍ້ຫ້າມໄດ້ໃຊ້ ຄໍາວ່າ “ຫ້າມສ້າງຄວາມສັບສົນ” ດ້ວຍວິທີການສະເພາະໃດໆທັງສິ້ນ ເພື່ອໃຫ້ໄດ້ການບໍລິຈາກຕາມຈຸດປະສົງ. ຄຳວ່າ “ຄວາມສັບສົນ” ໃນທີ່ນີ້ ໝາຍເຖິງການຫຼອກລວງຜູ້ອື່ນໃຫ້ຫຼົງໄຫຼ, ຫຼົງເຊື່ອ ແລ້ວໃຫ້ທານ ຫຼື ໃຫ້ມີຄວາມຢ້ານກົວຖ້າບໍ່ໃຫ້ທານຕາມການຂໍແຜ່ ໂດຍບຸກຄົນ ຫຼື ອົງການທາງສາສະໜາ. ກົດໝາຍຍັງໄດ້ກຳນົດ ບົດລົງໂທດຕໍ່ສະມາຊິກຂອງອົງການຈັດຕັ້ງທາງສາສະໜາ ທີ່ລະເມີດກົດໝາຍສະບັບນີ້ ດ້ວຍການຕັດອິດສະຫຼະພາບ ສູງສຸດ 1 ປີ ຫຼື ປັບໃໝເປັນເງິນ 1 ລ້ານເຢັນ (ປະມານ 130 ລ້ານກີບ) ເຖິງແມ່ນບຸກຄົນ ຫຼື ການຈັດຕັ້ງທາງສາສະໜາດັ່ງກ່າວ ຈະມີຂໍ້ອ້າງວ່າ ໄດ້ຮັບເງິນ ຫຼື ວັດຖຸທີ່ກ່ຽວຂ້ອງມາຈາກນໍ້າໃຈສັດທາ ຫຼື ດ້ວຍຄວາມສະໝັກໃຈກໍຕາມ. ແນວໃດກໍດີ, ກົດໝາຍສະບັບນີ້ ຍັງປະເຊີນກັບບັນຫາຖົກຖຽງກັນຢ່າງກວ້າງຂວາງໃນສັງຄົມຍີ່ປຸ່ນ ເພາະມັນພົວພັນກັບສິດທິຂອງພົນລະເມືອງ ໃນການນໍາໃຊ້ຊັບສິນສ່ວນຕົວຂອງພວກຕົນ ກໍຄືເສລີພາບໃນການນັບຖືສາສະໜາ. ຍ້ອນແນວນັ້ນເອງ, ທາງການຍີ່ປຸ່ນ ຍັງຈະໄດ້ພິຈາລະນາ ແລະ ທົບທວນຄືນ ກົດໝາຍສະບັບນີ້ ພາຍຫຼັງໄດ້ປະກາດໃຊ້ໄປແລ້ວ ເປັນເວລາ 2 ປີ.
ກ່ອນໜ້ານັ້ນຫຼາຍປີ, ຢູ່ປະເທດ ສ.ເກົາຫຼີ ກໍໄດ້ມີການປະກາດໃຊ້ກົດໝາຍທີ່ກຳນົດໃຫ້ບັນດານັກບວດ ໃນສາສະໜາຕ່າງໆ ເຮັດພັນທະເສຍພາສີລາຍໄດ້ຂອງພວກຕົນ ຈາກການໃຫ້ທານຂອງບັນດາເຈົ້າສັດທາ ໂດຍໄດ້ກຳນົດຢ່າງຈະແຈ້ງວ່າ: “ທຸກຄົນທີ່ມີລາຍຮັບ ຈະຕ້ອງມີພັນທະໃນການເສຍພາສີ” ຕາມກົດໝາຍ. ໃນທ້າຍເດືອນກໍລະກົດ 2020 ໄດ້ມີເຫດການພວກຫົວຮຸນແຮງຢູ່ເມືອງມານໂມ ປະເທດສະວີເດັນ ຫຼື ຊູແອດ ໃຊ້ໄຟຈູດຄຳພີຄູຣານ ຂອງສາສະໜາ ອີຣານ. ຄຳພີ ທີ່ວ່ານີ້ ບັນຈຸຄຳສອນທາງສາສະໜາ ອິດສະລາມທັງໝົດ, ຈຶ່ງຖືວ່າເປັນປຶ້ມສັກສິດ ບໍ່ຕ່າງຫຍັງກັບປຶ້ມໄຕປິດົກ ຂອງສາສະໜາພຸດພວກເຮົາ. ການຈູດປື້ມຄຳພີ ຄູຣານ ຄັ້ງນັ້ນ ໄດ້ສ້າງຄວາມແຄ້ນເຄືອງແຜ່ກະຈາຍໄປທົ່ວໂລກ ໂດຍສະເພາະແມ່ນໃນບັນດາປະເທດ ທີ່ມີຊາວມຸດສະລິມເປັນສ່ວນໃຫຍ່.
ທ່ານ ມິເກນ ມາຣາຕີໂນ ຫົວໜ້າສຳນັກງານສົ່ງເສີມຄວາມສຳພັນ ແຫ່ງຄວາມສີວິໄລ, ຂຶ້ນກັບອົງການສະຫະປະຊາຊາດ (UN Alliance of Civilisation) ທີ່ເຮັດໜ້າທີ່ປົກປ້ອງສັດທາ ຄວາມເຊື່ອໃນຫຼັກການຂອງສາສະໜາ ກໍໄດ້ອອກມາປະນາມເຫດການດັ່ງກ່າວຢ່າງເຄັ່ງຂຶມ ແລະ ຮຽກຮ້ອງໃຫ້ບັນດາຜູ້ນຳທາງສາສະໜາໃນທົ່ວໂລກ ເອົາມາດຕະການອັນຈຳເປັນ ເພື່ອປົກປ້ອງຄຳພີ ຄຳພີທາງສາສະໜາ, ສະຖານທີ່ຂາບໄຫວ້ ສັກກະລະບູຊາຕ່າງໆ ຈາກການທຳລາຍໂດຍກຸ່ມຫົວຮຸນແຮງ.
ຢູ່ປະເທດມຽນມາ ບ່ອນທີ່ມີຄົນນັບຖືສາສະໜາພຸດເປັນສ່ວນຫຼາຍນັ້ນ ກໍມີກົດໝາຍຄຸ້ມຄອງສາສະໜາ, ທັງສາສະໜາພຸດ ແລະ ສາສະໜາອື່ນໆ ທີ່ມີຄົນເຊື່ອຖື. ກົດໝາຍໄດ້ກຳນົດຂໍ້ບັງຄັບລະອຽດກິກີ ກ່ຽວກັບຫຼັກການປະຕິບັດ ໄປຄຽງຄູ່ກັບບົດລົງໂທດ ຕໍ່ຜູ້ລະເມີດເຊັ່ນ: ເຂົ້າວັດບໍ່ປົດໝວກ, ເຂົ້າສະຖານທີ່ປະຕິບັດທຳບໍ່ປົດເກີບ, ການຈັບບາຍແຕະຕ້ອງພະພຸດທະຮູບແບບບໍ່ເຄົາລົບ, ການນຳໃຊ້ຮູບພະສົງ, ພະພຸດທະຮູບ ຫຼື ເຄື່ອງສັກກະລະບູຊາ ເພື່ອເປົ້າໝາຍທາງເສດຖະກິດ ແລະ ອື່ນໆ . ເມື່ອປະມານ 7 ປີຜ່ານມາ ກໍມີຂ່າວວ່າ ທາງການ ມຽນມາ ໄດ້ລົງໂທດ ພະອາຈານທີ່ຊື່ວ່າ ພະວິຣະຫຸ ດ້ວຍການຕັດສິດບໍ່ໃຫ້ເພີ່ນສູດ ຫຼື ເທດ ເປັນເວລາ 1 ປີເຕັມໆ ຍ້ອນວ່າເພີ່ນເປັນຜູ້ໜຶ່ງທີ່ນຳພາພະສົງ ແລະ ຊາວພຸດມຽນມາ ລຸກຂຶ້ນຕໍ່ສູ້ຕ້ານກຸ່ມຄົນທີ່ນັບຖື ສາສະໜາອິດສະລາມ ຈົນກາຍເປັນເຫດການປະທ້ວງໃຫຍ່ໃນມຽນມາ ໃນເວລານັ້ນ.