loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຫຼາຍພາກສ່ວນມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ກ.ຍ. 17, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 16 ກັນຍາ 2024 ທີ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຮ່ວມກັບ ຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຈາກຫຼາຍພາກ ສ່ວນ ທັງພາກລັດ, ເອກະຊົນ ແລະ ຄອບຄົວ ເຊິ່ງຕາງໜ້າຮັບໂດຍທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ແລະ ທ່ານ ນາງ ດຣ. ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ.
ບັນດາພາກສ່ວນທີ່ນຳເອົາວັດຖຸອຸປະກອນ, ປະເພດເຄື່ອງອຸປະໂພກ ແລະ ບໍລິໂພກ, ແລະ ເງິນ ມາມອບໃຫ້ແກ່ສະພາແຫ່ງຊາດ ເພື່ອໄປມອບຕໍ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ແຂວງຫຼວງນ້ຳທາ ແລະ ນະ ຄອນຫຼວງວຽງຈັນ ປະກອບມີ: ກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ, ຄອບຄົວທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ, ຄອບຄົວທ່ານ ພົຕ. ປອ. ວົງສັກ ພັນທະວົງ, ຄອບຄົບທ່ານ ສັນຍາ ປຣະເສີດ, ໂຮງຮຽນສິນໄຊ, ກຸ່ມບໍລິ ສັດ ພົງຊັບທະວີ, ບໍລິສັດ ບຸນອຸ້ມ ຮຸ່ງຈະເລີນ, ຄລິນິກແຂ້ວ Laone dental, ຄອບຄົບທ່ານ ນາງ ສິລິຄຸນ ພູນລາວັນ, ບໍລິສັດ ລາວ AEC ຈຳກັດ, ສະມາຄົມນັກທຸລະກິດຍິງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບໍລິສັດ ເຮືອງສີ ກໍ່ສ້າງ, ທະນາຄານພົງສະຫວັນ, ບໍລິສັດ ຄຸນຄຳ ຈຳກັດ, ບໍລິສັດ ເອທີໂອໂຕ ມາຍນິງ ຈຳກັດ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ບໍລິສັດ ເບຍລາວ ຈຳກັດ ລວມມູນຄ່າເປັນເງິນທັງໝົດ 1,751,500,000 ກີບ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໄດ້ຕາງໜ້າສະພາແຫ່ງຊາດ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ພາກສ່ວນຕ່າງໆ ທີ່ນຳເອົາເຄື່ອງຊ່ວຍເຫຼືອຈຳນວນດັ່ງກ່າວມາມອບໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນວຽກງານແກ້ໄຂ ແລະ ຕ້ານໄພພິບັດ ຢູ່ ສປປລາວ; ພ້ອມທັງຢືນຢັນວ່າ ຈະນຳເອົາເຄື່ອງທີ່ໄດ້ຮັບໄປມອບໃຫ້ແກ່ປະຊາ ຊົນທີ່ໄດ້ຮັບຜົນກະທົບຢ່າງທົ່ວເຖິງ. ພ້ອມກັນນັ້ນ, ກໍໄດ້ມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ແລະ ຂອງເລຂາທິການສະພາແຫ່ງຊາດ ໃຫ້ແກ່ພາກສ່ວນທີ່ມາອຸປະຖຳ ເພື່ອສັນລະເສີນຜົນງານ ແລະ ຄຸນງາມຄວາມດີໃນການປະກອບສ່ວນຄັ້ງນີ້.
ໃນວັນດຽວກັນ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ພ້ອມດ້ວຍຄະນະ ໄດ້ໄປມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ບ້ານດ່ານຄຳ, ບ້ານດອນຊິງຊູ້ ເມືອງສີໂຄດຕະບອງ; ບ້ານທ່າແຂກ, ບ້ານຊາຍຟອງໃຕ້, ບ້ານສີຖານໃຕ້, ບ້ານຊາຍຟອງເໜືອ, ບ້ານໂຄກຊາຍ ແລະ ບ້ານຫ້ອມໃຕ້ ເມືອງຫາດຊາຍຟອງ ນະ ຄອນຫຼວງວຽງຈັນ.
(ນາງ ກຸກກິກ ບຸດດາໄຊ)