loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຫຼັກຄໍ້າປະກັນຄວາມປອດໄພ ເວລາໄປມາຕາມທ້ອງຖະໜົນ

ມ.ກ. 15, 2024 | ເບິ່ງໄວ້ໃຊ້ເປັນ

ມື້ນີ້ຕັ້ງໃຈສະເໜີບາງບົດຮຽນໃນຕ່າງປະເທດ ກ່ຽວກັບມາດຕະການຄວບຄຸມຄວາມປອດໄພຕາມທ້ອງຖະໜົນສຳລັບຜູ້ຄົນທີ່ສັນຈອນໄປມາ. ເປັນເລື່ອງມະຍິກມະຍ່ອຍ ແຕ່ບໍ່ດ້ອຍຄ່າ ຖ້າຫາກລອງເອົາມາປະຕິບັດ. ຢູ່ ຫວຽດນາມ ເມື່ອປະມານ 5 ປີຜ່ານມາ ໄດ້ມີຂ່າວອ່າວແປກແຕ່ມີຄວາມຈິງ ຄື ບາງຊຸມຊົນຫວຽດນາມ ໄດ້ທົດລອງໃຫ້ຮ້ານກິນດື່ມ ໂດຍສະເພາະກໍແມ່ນຮ້ານກາຣາໂອເກະ, ຮ້ານເບຍ, ຮ້ານກືນແກ້ມແຊມສຸລາ ແຕ່ງຕັ້ງໜ່ວຍນຳສົ່ງລູກຄ້າຂີ້ເມົາ ໃຫ້ກັບຄືນຮອດເຮືອນດ້ວຍຄວາມປອດໄພ, ໝາຍຄວາມວ່າບໍ່ປ່ອຍໃຫ້ຜູ້ກ່ຽວກັບເຮືອນດ້ວຍຕົນເອງ. ຂ່າວບອກວ່າຢູ່ຮ້ານເຫຼົ່ານີ້ ຈະມີຊາຍສະກັນກ້າວກຶກ (ເພື່ອເອົາພວກຂີ້ເມົາໃຫ້ຢູ່) ໄດ້ເຮັດໜ້າທີ່ຕິດຕາມອາການເມົາຂອງລູກຄ້າ, ພໍຮອດຍາມກັບຢ້າວກັບເຮືອນແລ້ວ ພວກຊາຍສະກັນກໍຈະເຮັດໜ້າທີ່ນຳສົ່ງພວກຂີ້ເມົາ. ນີ້ກໍເປັນອີກວິທີໜຶ່ງທີ່ຮ້ານບັນເທີງ, ຮ້ານກິນດື່ມ ບ້ານເຮົາຄວນລອງເອົາມາປະຕິບັດ ໂດຍບໍ່ຈຳເປັນຕ້ອງໄດ້ເສຍຄ່າລິຂະສິດດອກ. ຢູ່ປະເທດຍີ່ປຸ່ນ ທາງການໄດ້ເອົາໃຈໃສ່ແກ້ໄຂບັນຫາ ຄົນເຖົ້າ (ເລີຍ 60 ປີ) ຂັບລົດດ້ວຍຕົນເອງ ເພາະວ່າສ່ຽງຈະເກີດອຸບັດເຫດ ຫຼາຍກວ່າຄົນໃນໄວທີ່ໜຸ່ມກວ່າ. ສະຖິຕິໃນປີ 2019 ໃຫ້ຮູ້ວ່າ ໃນຈຳນວນຜູ້ເຖົ້າໃນ 4 ຄົນໃດນັ້ນ ຈະມີ 1 ຄົນຍັງຂັບລົດໄປມາດ້ວຍຕົນເອງ. ໃນເດືອນເມສາ 2019 ຜູ້ເຖົ້າບຳນານ ອາຍຸ 87 ປີ ໄດ້ຂັບລົດຕໍາ ເດັກຍິງ ອາຍຸ 3 ປີ ພ້ອມດ້ວຍຜູ້ເປັນແມ່ເສຍຊີວິດ. ນອກນັ້ນ, ຍັງເຮັດໃຫ້ມີຜູ້ບາດເຈັບອີກ 6 ຄົນ. ສ່ວນໃນເດືອນພຶດສະພາ ປີ 2018 ກໍມີກໍລະນີຜູ້ເຖົ້າ ອາຍຸ 90 ປີ ຂັບລົດລ່ວງໄຟແດງແລ້ວໄປຕໍາເອົາຄົນຍ່າງ 4 ຄົນ ເຮັດໃຫ້ໜຶ່ງໃນນັ້ນ ເສຍຊີວິດ. ທາງການຍີ່ປຸ່ນ ໄດ້ສະຫຼຸບເລື່ອງນີ້ວ່າ ລະບົບຄວາມຈຳ, ພະລັງໃນການຊັ່ງຊາຂອງຄົນເຖົ້ານັ້ນຫຼຸດລົງ ຈຶ່ງບໍ່ສາມາດຄວບຄຸມພວງມະໄລລົດ ໄດ້ຢ່າງທັນການ ເມື່ອມີເຫດສຸກເສີນສະເພາະໜ້າ. ຢູ່ ປະເທດໄທ, ທາງການກ່ຽວຂ້ອງເອົາໃຈໃສ່ເປັນພິເສດ ກ່ຽວກັບສຸຂະພາບຂອງຜູ້ທີ່ຈະໄດ້ສິດກຳພວງມະໄລລົດ ໂດຍໄດ້ກຳນົດຕັດສິດຜູ້ທີ່ເປັນພະຍາດຫົວໃຈ, ພະຍາດສະໝອງເສື່ອມ (ຫຼົງລືມ), ພະຍາດບ້າໝູ ແລະ ພະຍາດເບົາຫວານ ບໍ່ໃຫ້ບັນຊາພວງມະໄລລົດເປັນອັນເດັດຂາດ. ສ່ວນຜູ້ໄດ້ສິດຂັບລົດແລ້ວ ກໍຕ້ອງມີກຳນົດ ກວດສຸຂະພາບຢ່າງເປັນລະບົບ ເພາະເມື່ອອາຍຸຫຼາຍຂຶ້ນ ຫຼື ມີພະຍາດແຊກຊ້ອນ, ຄວາມສາມາດໃນການຂັບລົດກໍຈະຫຼຸດລົງ. ນອກຈາກນັ້ນ, ຜູ້ທີ່ຄວາມບົກຜ່ອງ ທາງປະສາດຄວາມຮັບຮູ້ ແລະ ຮ່າງກາຍ ກໍຈະບໍ່ໄດ້ຮັບອະນຸຍາດໃຫ້ຂັບລົດ. ແນ່ນອນ ມາດຕະຖານດ້ານສຸຂະພາບທີ່ກ່າວມານັ້ນ ລ້ວນແຕ່ເປັນຫຼັກການລວມທີ່ປະຕິບັດກັນໃນທຸກໆປະເທດ ຕ່າງແຕ່ວ່າການຄວບຄຸມນັ້ນມີລະດັບຫຼຸດໂຕນກັນ, ມີບ່ອນເຄັ່ງບ່ອນຍານ ດັ່ງນັ້ນ, ຄວາມສ່ຽງເກີດອຸບັດເຫດຈຶ່ງມີໜ້ອຍຫຼາຍຕ່າງກັນ. ຢູ່ ສປຈີນ ນັ້ນ, ນອກຈາກກົດຈະລາຈອນລວມແລ້ວ ກໍຍັງມີລະບຽບການສະເພາະ ເພື່ອຄວບຄຸມລະບົບໂດຍສານແຕ່ລະປະເພດເຊັ່ນ: ສຳລັບລົດໄຟໃຕ້ດິນນັ້ນ ກໍມີກົດລະບຽບພິເສດ. ສະຖິຕິອ່າວເກົ່າ ຄືໃນປີ 2019 ນັ້ນບອກວ່າ ໃນ 33 ຕົວເມືອງໃຫຍ່ໆຂອງຈີນນັ້ນ ມີລະບົບໂດຍສານລົດໄຟໃຕ້ດິນ ສ່ວນຈຳນວນຜູ້ໃຊ້ບໍລິການລະບົບໂດຍສານ ປະເພດນີ້ມີສູງເປັນອັນດັບທີ 2 ຂອງໂລກ ຮອງຈາກ ຍີ່ປຸ່ນ. ຂໍ້ຫ້າມສຳຄັນສຳລັບຜູ້ໂດຍສານທາງລົດໄຟໃຕ້ດິນລວມມີ: ຫ້າມເອົາອາຫານ ແລະ ເຄື່ອງດື່ມຕິດໂຕເຂົ້າໄປໃນລົດ ຍົກເວັ້ນຜູ້ທີ່ມີບັນຫາດ້ານສຸຂະພາບ ແລະ ເດັກນ້ອຍ, ຫ້າມຢືນ, ຫ້າມນັ່ງຕັ່ງທາງຂວາງ, ຫ້າມເປີດເພງ ຫຼື ເຄື່ອງສຽງດັງລົບກວນຄົນອື່ນ. ຂ່າວບອກວ່າ ນີ້ແມ່ນກົດລະບຽບລວມ ເພື່ອໃຫ້ປະຕິບັດຢ່າງເປັນເອກະພາບໃນທົ່ວປະເທດ. ກ່ອນໜ້ານັ້ນ, ກົດລະບຽບແມ່ນຖືກສ້າງຂຶ້ນໂດຍອົງການປົກຄອງຕົວເມືອງທີ່ມີລະບົບໂດຍສານລົດໄຟໃຕ້ດິນເພື່ອນຳໃຊ້ເອົາເອງ.