loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຫົວໜ້າຄະນະ ສສຂ ປະຈໍາເມືອງ ບຸນເໜືອ ໃຫ້ສໍາພາດ ກ່ຽວກັບຄວາມສໍາຄັນຂອງກອງປະຊຸມ ແລະ ການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ຂອງຄະນະສະພາປະຊາຊົນແຂວງ ປະຈໍາເມືອງບຸນເໜືອ.

ກ.ພ. 13, 2023 | ເຂດ 2 ຜົ້ງສາລີ

ຮຽບຮຽງໂດຍ: ນາງ ສຸກສົມພອນ ແກ້ວແສງພະຈັນ

ໂອກາດເຂົ້າຮ່ວມກອງປະຊຸມປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງວັນທີ 9-10 ກຸມພາ 2023 ທ່ານ ໄຊນຸພາບ ສຸຈັນ  ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງບຸນເໜືອ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບ ຄວາມສໍາຄັນຂອງກອງປະຊຸມສະໄໝມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ຂອງຄະນະສະພາປະຊາຊົນແຂວງ ປະຈໍາເມືອງບຸນເໜືອ ທ່ານໄດ້ກ່າວວ່າ:

ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ເປັນກຽດ ທີ່ໄດ້ມີໂອກາດເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຽດຂອງປະຊາຊົນບັນດາເຜົ່າ ເມືອງບຸນເໜືອ; ກອງປະຊຸມຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນຫຼາຍ ຕະຫຼອດໄລຍະການເຂົ້າຮ່ວມກອງປະຊຸມຕົນເອງກໍໄດ້ເອົາໃຈໃສ່ໃນການຄົ້ນຄ້ວາປະກອບຄໍາເຫັນຕາມພາລະບົດບາດເປັນຕົ້ນແມ່ນ: ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງ, ບົດລາຍງານວຽກງານ ຂອງອົງການປົກຂອງແຂວງ, ອົງການກວດສອບພາກເໜືອ, ອົງການກວດກາ, ບົດລາຍງານວຽກງານ ອົງການໄອຍະການແຂວງ, ສານປະຊາຊົນແຂວງ ແລະ ນິຕິກໍາໃຕ້ກົດໝາຍຂອງອົງການປົກຄອງແຂວງ.

ຄະນະສະມາຊິກສະພາປະຊາຊົນ ປະຈໍາເມືອງບຸນເໜືອໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນເປັນຕົ້ນ:

  1. ດ້ານນິຕິກໍາ.

ໄດ້ປະສານສົມທົບກັບສະພາປະຊາຊົນແຂວງ, ອົງການປົກຄອງເມືອງ, ພາກສ່ວນກ່ຽວຂ້ອງເມືອງສ້າງແຜນ ແລະ ລົງເຄື່ອນໄຫວ ເຜີຍແຜ່ຜົນສໍາເລັດມະຕິກອງປະຊຸມຂອງສະພາແຫ່ງຊຸດ IX ແລະ ສະພາປະຊາຊົນແຂວງຊຸດທີ II, ປະກອບຄໍາເຫັນໃສ່ຮ່າງ ກົດໝາຍ, ນິຕິກໍາໃຕ້ກົດໝາຍ ພ້ອມທັງນໍາໄປທາບທາມນໍາບັນດາຫ້ອງການກ່ຽວຂ້ອງ ແລະ ສະຫຼຸບສັງລວມລາຍງານຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; ປຸກລະດົມປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນໃຫ້ຮັບຮູ້, ເຂົ້າໃຈ, ເຂົ້າຮ່ວມໃນ ການປະຕິບັດແນວທາງ ນະໂຍບາຍ, ລັດຖະທໍາມະນູນ, ກົດຫມາຍ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນຂັ້ນແຂວງ, ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ; ໄດ້ພົບປະ, ຮັບຕ້ອນປະຊາຊົນ, ລາຍງານການເຄື່ອນໄຫວວຽກງານ ຕໍ່ປະຊາຊົນໃນ, ໃຫ້ຄໍາປຶກສາ ແລະ ຄໍາແນະນໍາແກ່ພົນລະເມືອງ ກ່ຽວກັບການຍື່ນຄໍາຮ້ອງທຸກ ແລະ ບັນຫາຕ່າງໆ ທີ່ຕິດພັນກັບຜົນປະໂຫຍດ ຂອງປະຊາຊົນ.

  1. ດ້ານການຕົກລົງບັນຫາສໍາຄັນພື້ນຖານ ຂອງທ້ອງຖິ່ນ.

ໄດ້ເປັນເຈົ້າການ ໃນການເກັບກໍາຂໍ້ມູນ ຕໍ່ບັນຫາສໍາຄັນຕ່າງໆ ເພື່ອເປັນບ່ອນອີງໃນການຊຸກຍູ້, ສົ່ງເສີມ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ຮັບຟັງການລາຍງານ ຈາກພາກສ່ວນທີ່ກ່ຽວຂ້ອງ, ລົງເກັບກໍາ ສະພາບຕົວຈິງ, ສະຫຼຸບ-ສັງລວມ ແລະ ກະກຽມບົດປະກອບຄໍາເຫັນ ຂອງຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງເມືອງຕໍ່ກອງປະຊຸມສະພາປະຊາຊົນແຂວງ; ເອົາໃຈໃສ່ເຂົ້າຮ່ວມ, ຄົ້ນຄວ້າ ແລະ ກະກຽມເນື້ອໃນຕ່າງໆ ເພື່ອປະກອບຄໍາເຫັນ, ຕັ້ງຄໍາຊັກຖາມຕໍ່ບັນດາເນື້ອໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ ໂດຍສະເພາະກອງປະຊຸມສະໄໝສາມັນເທື່ອທີ 4 ນີ້ ໄດ້ປະກອບຄໍາເຫັນ, ພ້ອມທັງໄດ້ ພິຈາລະນາ ແລະ ຮັບຮອງເອົາຫຼາຍວຽກງານ ນັບທັງວຽກງານຂອງສະພາປະຊາຊົນຂັ້ນແຂວງ, ຂອງອົງການປົກຄອງແຂວງ, ອົງການກວດສອບ ແລະ ອົງການກວດກາ, ອົງການໄອຍະການ, ສານປະຊາຊົນ, ວາລະແຫ່ງຊາດ ແລະ ນິຕິກໍາໃຕ້ກົດໝາຍ.

  1. ດ້ານການຕິດຕາມກວດກາ.

ຮ່ວມກັບຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ບັນດາຄະນະກໍາມະການ ແລະ ຄະນະສະເພາະກິດ ໃນການຕິດຕາມກວດກາ ໂຄງການລົງທຶນຂອງລັດ ທີ່ໄດ້ຈັດຕັ້ງປະຕິບັດໃນເຂດ ເລືອກຕັ້ງຂອງຕົນ; ຕິດຕາມ, ກວດກາ, ຊູກຍູ້ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ການອອກນິຕິກໍາໃຕ້ກົດຫມາຍ ແລະ ການຈັດຕັ້ງປະຕິບັດວຽກງານ ຂອງອົງການປົກຄອງເມືອງ ເພື່ອໃຫ້ຖືກຕ້ອງສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ, ເເນວທາງນະໂຍບາຍ ຂອງພັກ-ລັດ ແລະ ນິຕິກໍາຂອງອົງການລັດຂັ້ນເທິງ; ອໍານວຍຄວາມສະດວກ ໃຫ້ແກ່ຄະນະປະຈໍາສະພາປະຊາຊົນແຂວງ, ບັນດາຄະນະກໍາມະການ ໃນການເຄື່ອນໄຫວວຽກງານຢູ່ເຂດເລືອກຕັ້ງຂອງຕົນ; ເຂົ້າຮ່ວມກັບຄະນະປະຈໍາສະພາປະຊາຊົນແຂວງ ໃນການພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງພົນລະເມືອງ;

ຜ່ານການຈັດຕັ້ງປະຕິບັດ 3 ພາລະບົດບາດ ທາງຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງບຸນເໜືອສາມາດຕິລາຄາໄດ້ເຖິ່ງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ວິທີແກ້ໄຂໃນການຈັດຕັ້ງປະຕິບັດ ດັ່ງນີ້:

  • ຂໍ້ສະດວກ
  • ມີລັດຖະທໍາມະນູນ, ກົດໝາຍ, ນິຕິກໍາ ລະອຽດເປັນບ່ອນອິງໃນການເຄື່ອນໄຫວຈັດຕັ້ງປະຕິບັດ;
  • ມີຄວາມເອົາໃຈໃສ່ໃກ້ສິດ ຊີ້ນໍາ ແຕ່ລະໄລຍະ ຈາກຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະການ ແລະ ມີງົບປະມານເຄື່ອນໄຫວ;
  • ອົງການປົກຄອງຂັ້ນເມືອງໃຫ້ຄວາມສໍາຄັນ, ອໍານວຍຄວາມສະດວກ ແລະ ສະໜັບສະໜູນ ໃນການເຄື່ອນໄຫວ ຂອງ ຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງ;
  • ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ການຮ່ວມໄມ່ຮ່ວມມືເປັນຢ່າງດີຕໍ່ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ.
  • ຂໍ້ຫຍູ້ງຍາກ
  • ການ​ຫັນເອົາແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ, ​ມະ​ຕິ, ຄໍາສັ່ງ​ຕ່າງໆ​ ລົງເຄື່ອນໄຫວໂຄສະນາເຜີຍແຜໃຫ້ປະປະຊາຊົນບັນດາເຜົ່າໃນເຂດເລຶອກຕັ້ງຍັງບໍ່ສາມາດເຮັດໄດ້ດີ;
  • ຄວາມຮັບຮູ້, ເຂົ້າໃຈຂອງປະຊາຊົນບັນດາເຜົ່າໃນການຈັດຕັ້ງປະຕິບັການເຄົາລົບລັດຖະທໍາມະນູນ, ກົດໝາຍ, ມະຕິ, ຄໍາສັ່ງ ບາງບ້ານບາງເຜົ່າຍັງຈໍາກັດ ໂດຍສະເພາະແມ່ນເຂດຊົນະບົດຫ່າງໄກສອກຫຼີກ;
  • ຍ້ອນການລະບາດຂອງພະຍາດໂຄວິດ-19 ບໍ່ສາມາດລົງເຄື່ອນໄຫວພົບປະຊາຊົນບັນດາເຜົ່າຕາມແຜນການໄດ້.
  • ສິ່ງທ້າທາຍ:

​ເມືອງ​ບຸນເໜືອ​ເປັນເມືອງເຂດ​ພູ​ດອຍກວມອັດຕາສ່ວນໃຫຍ່, ການຕັ້ງພູມລໍາເນົາ, ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຍັງ​ຢູ່​ກະ​ແຈກ​ກະ​ຈາຍ, ຄວາມ​ຮັບ​ຮູ້​ຕໍ່​ລະ​ບຽບ​ກົດ​ໝາຍ ແລະ ການ​ຮູ້​ໜັງ​ສື​ພາ​ສາ​ປາກ​ເວົ້າ​ຂອງ​ປະ​ຊ​າ​ຊົນ​ຢູ່​ບາງ​ຊົນ​ເຜົ່າ​ຍັງ​ຈຳ​ກັດ  ສິ່ງ​ເຫລົ່າ​ນີ້​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ກັບການປະຕິບັດ ການເຄົາລົບລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ;

  • ວິທີແກ້ໄຂ.

ເພີ່ມທະວີເອົາໃຈໃສ່ນໍາເອົາແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ, ມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງ ຂອງຂັ້ນເທີງລົງເຄື່ອໄຫວໂຄສະນາເຜີຍແຜໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ ແລະ ທົ່ວເຖິງ.

 

ໃນຕອນທ້າຍທ່ານຍັງໃຫ້ຮູ້ຕືມກ່ຽວກັບແຜນວຽກຈຸດສຸມທີ່ຈະຈັດຕັ້ງປະຕິບັດໃນຕໍ່ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງບຸນເໜືອ

1). ສືບຕໍ່ເປັນເຈົ້າການໃນການຄົ້ນຄ້ວາ, ກໍາແໜ້ນ ລົງເຄື່ອນໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດຫມາຍ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນແຂວງ, ມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ນິຕິກໍາໃຕ້ກົດໝາຍຂັ້ນສູນກາງ, ແຂວງ ແລະ ເມືອງ ໃຫ້ສັງຄົມຮັບຮູ້, ເຂົ້າໃຈ, ປະກອບສ່ວນໃນການຈັດຕັ້ງປະຕິບັດ ແລະ ແຜນການເຄື່ອນ ໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ;

2). ເອົາໃຈໃສ່ລົງພົບປະພໍ່ແມ່ປະຊາຊົນບັນດາເຜົ່າ, ຕິດພັນກັບການລົງຜັນຂະຫຍາຍເນຶ້ອໃນຜົນສໍາເລັດ ມະຕິກອງປະຊຸມແຕ່ລະຄັ້ງຂອງສະພາປະຊາຊົນແຂວງຊຸດທີ  II  ໃຫ້ໄດ້ຕາມແຜນ ແລະ ຄົ້ນຄ້ວາສັງລວມຄໍາຮ້ອງຂໍຄວາມເປັນທໍາ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ສົ່ງໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂໃຫ້ທ່ວງທັນເວລາ;

3). ປະສານສົມທົບກັບອົງການປົກຄອງເມືອງໃນການຕິດຕາມ,  ກວດກາ   ແລະ  ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງ;

4). ເພີ່ມທະວິການປະສານວຽກງານ ລະຫວ່າງ ຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງກັບຄະນະປະຈໍາສະພາປະຊາຊົນແຂວງ ແລະ ອົງການປົກຄອງທ້ອງຖີ່ນ ໃຫດີກ່ວາເກົ່າ.