loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຫົວໜ້າຄະນະ ສສຂ ປະຈໍາເມືອງຂວາ ໃຫ້ສໍາພາດ ກ່ຽວກັບຄວາມສໍາຄັນຂອງກອງປະຊຸມ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາປະຊາຊົນແຂວງ.

ກ.ພ. 13, 2023 | ເຂດ 2 ຜົ້ງສາລີ

ຮຽບຮຽງໂດຍ: ນາງ ສຸກສົມພອນ ແກ້ວພະແສງຈັນ

ໂອກາດເຂົ້າຮ່ວມກອງປະຊຸມປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງວັນທີ 9-10 ກຸມພາ 2023 ທ່ານ ພົມມີ ອິນມະສອນ  ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງຂວາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເຊິ່ງກ່ອນອື່ນທ່ານ ກໍໄດ້ສະແດງຄວາມຂອບໃຈຕໍ່ສື່ມວນຊົນ ທີ່ໄດ້ໃຫ້ໂອກາດສໍາພາດ ກ່ຽວກັບ ຄວາມສໍາຄັນຂອງກອງປະຊຸມສະໄໝມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ວິທີການ ຊຸກຍຸ້, ການຕິດຕາມ, ກວດກາ ແລະ ທິດທາງໃນຕໍ່ໜ້າ ກ່ຽວກັບການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ທີ່ເມືອງຂວາ ທ່ານໄດ້ກ່າວວ່າ:

ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມສຳຄັນ ເຊິ່ງຈະໄດ້ພິຈາລະນາຮັບຮອງເອົາ ຫຼາຍບັນຫາທີ່ສຳຄັນຂອງທ້ອງຖິ່ນ ໃນນັ້ນຈະໄດ້ ຮັບຟັງ ແລະ ພິຈາລະນາ ວຽກງານອົງການປົກຄອງແຂວງ ເປັນຕົ້ນແມ່ນ: ບົດລາຍງານຂອງທ່ານເຈົ້າແຂວງກ່ຽວກັບສະພາບພົນເດັ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈໍາປີ 2022 ແລະ ແຜນການປະຈໍາປີ 2023;  ການຈັດຕັ້ງປະຕິບັດສອງວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາສິ່ງເສບຕິດ; ຮັບຟັງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ຂອງອົງການກວດສອບປະຈໍາພາກເໜືອ ແລະ ອື່ນໆ.

ຜ່ານການຈັດຕັ້ງປະຕິບັດພັນຂະຫຍາຍມະຕິ ກອງປະຊຸມສະໄໝສາມັນຜານມາ ພວກເຮົາໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ  ຊຸກຍູ້ ອົງການປົກຄອງເມືອງເຫັນວ່າ: ພາກສວນທີ່ກ່ຽວຂ້ອງໄດ້ຈັດຕັ້ງປະຕິບັດຕາມໜ້າທີ່ຢ່າງຕັ້ງໜ້າ ເຮັດໃຫັເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະພາບການປະກົດຫຍໍ້ທໍ້ພາຍໃນເມືອງມີທ່າອ່ຽງຫຼຸດລົງເທື່ອລະກ້າວ, ອັນຜົນເດັ່ນກ່ວາໝູແມ່ນຊຸກຍູ້ ໃຫ້ປະຊາຊົນຜະລິດສິນຄ້າເພື່ອສະໜອງພາຍໃນ ແລະ ສົ່ງອອກ ໂດຍການດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນ ການສົ່ງເສີມປູກສາລີ, ປຸກມັນຕົ້ນ, ອ້ອຍ, ຊາ, ປຸກພືດລະດູແລ້ງ ແລະ ອຶ່ນໆ. ເຮັດໃຫັປະຊາຊົນມີລາຍຮັບສາມາດ ແກ້ໄຂຄວາມທຸກຍາກດີຂຶ້ນກ່ວາເກົ່າ. ໃນນາມເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໃນຕໍ່ໜ້ານີ້ ພວກເຮົາຈະເພີ່ມທະວີຄວາມຮັບຜິດຊອບສູງ ສືບຕໍ່ລົງພົບປະພັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຢ່າງເຕັ່ມສ່ວນ ເພື່ອຕິດຕາມ, ກວດດາ ແລະ ຊຸກຍູ້ ໃຫ້ອົງການປົກຄອງກໍຄືພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ  ໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.