loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຫົວໜ້າຄະນະ ສສຂ ປະຈໍາເມືອງໃໝ່ ໃຫ້ສໍາພາດ ກ່ຽວກັບຄວາມສໍາຄັນຂອງກອງປະຊຸມ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາປະຊາຊົນແຂວງ.

ກ.ພ. 13, 2023 | ເຂດ 2 ຜົ້ງສາລີ

ຮຽບຮຽງໂດຍ: ນາງ ສຸກສົມພອນ ແກ້ວພະແສງຈັນ

 

ໂອກາດເຂົ້າຮ່ວມກອງປະຊຸມປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງວັນທີ 9-10 ກຸມພາ 2023 ທ່ານ ທອງຄູນ ໄຊຍະຄອນ  ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງໃໝ່ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເຊິ່ງກ່ອນອື່ນທ່ານ ກໍໄດ້ສະແດງຄວາມຂອບໃຈຕໍ່ສື່ມວນຊົນ ທີ່ໄດ້ໃຫ້ໂອກາດສໍາພາດ ກ່ຽວກັບ ຄວາມສໍາຄັນຂອງກອງປະຊຸມສະໄໝມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ວິທີການ ຊຸກຍຸ້, ການຕິດຕາມ, ກວດກາ ແລະ ທິດທາງໃນຕໍ່ໜ້າ ກ່ຽວກັບການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ທີ່ເມືອງໃໝ່ ທ່ານໄດ້ກ່າວວ່າ:

ກອງປະຊຸມສະໄໝສາມັນເທື່ອ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນຄັ້ງນິ້ ເຫັນວ່າມີ ຄວາມໝາຍສຳຄັນຫຼາຍ ຕໍ່ກັບ ຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ເວົ້າລວມເວົ້າສະເພາະ ຕົວຂ້າພະເຈົ້າເອງ ແລະ ປະຊາຊົນບັນດາເຜົ່າ ບົນພື້ນຖານແມ່ນ ການສັງລວມເອົາ ຈາກບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນສັງຄົມປະຈຸບັນທີ່ມີຕໍ່ອົງການບໍລິຫານ ໂດຍສະເພາະ ຂໍ້ຄິດເຫັນ, ຂໍ້ຂັດຂ້ອງໝອງໃຈ ຂອງ​ປະຊາຊົນ​ບັນດາ​ເຜົ່າ ທີ່ໄດ້ສະເໜີຜ່ານຕົວແທນຂອງຕົນ ເພື່ອນຳໄປສະເໜີຕໍ່ກອງປະຊຸມ ໃຫ້ໄດ້ຮັບການຕິດຕາມ, ກວດກາ, ຊຸກຍູ້ ແລະ ​ໄດ້​ຮັບ​ການແກ້ໄຂຢ່າງເປັນຮູບປະທຳ;

ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງໃໝ່ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໂດຍສະເພາະບັນດາມະຕິທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ຂ້າພະເຈົ້າໃນນາມເປັນຕົວແທນ ຂອງປະຊາຊົນບັນດາເຜົ່າ ພາຍຫຼັງສຳເລັດການດຳເນີນກອງປະຊຸມສະໄໝສາມັນແຕ່ລະຄັ້ງແລ້ວ ກໍ່ໄດ້ລົງເຄື່ອນໄຫວຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ ທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມ ຂອງສະພາປະຊາຊົນແຂວງ ພ້ອມທັງຊຸກຍູ້ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໂດຍເລັ່ງໃສ່ປະຕິບັດ 9 ແຜນງານ 81 ໂຄງການ ແລະ ວຽກງານ 6 ທາງອອກຂອງເມືອງ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອສ້າງລາຍໄດ້ໃຫ້ແກ່ຄອບຄົວ ແລະ ຂຸດຄົ້ນລາຍຮັບເຂົ້າງົບປະມານຂອງເມືອງ. ນອກຈາກນັ້ນ, ຄະນະກໍາມະການສັງກັດແຕ່ລະຄະນະກຳມະການ ຂອງສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ຍັງໄດ້ສ້າງແຜນການເຄື່ອນໄຫວຂອງຕົນເອງ ລົງເຄື່ອນໄຫວ, ຕິດຕາມ ແລະ ຊຸກຍູ້ ການປະຕິບັດວຽກງານ ຂອງແຕ່ລະຂົງເຂດວຽກງານຂັ້ນເມືອງ ໂດຍເນັ້ນໃສ່ການຈັດຕັ້ງປະຕິບັດເນື້ອໃນມະຕິທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມສະພາປະຊາຊົນແຂວງ ທີ່ບໍ່ທັນບັນລຸຕາມແຜນການທີ່ວາງໄວ້ ແລະ ພ້ອມທັງຊອກຫາຂໍ້ບົກຜ່ອງ, ຂໍ້ຫຍຸ້ງຍາກ, ສາເຫດ ທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ ເພື່ອຄົ້ນຄ້ວາຊອກຫາວິທີແກ້ໄຂຊ່ວຍ ຫຼື ນຳສະເໜີໃຫ້ຂັ້ນເທິງຊ່ວຍຄົ້ນຄ້ວາພິຈາລະນາແກ້ໄຂ.

ພ້ອມກັນນັ້ນ, ທ່ານຍັງໃຫ້ຮູ້ຕື່ມ 4 ແຜນວຽກຈຸດສຸມ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ດັ່ງນີ້:

  • ສ້າງແຜນການລົງເຄື່ອນໄຫວ ເລີ່ມຈາກຂັ້ນເມືອງລົງຮອດຮາກຖານບ້ານ ເພື່ອນຳເອົາເນື້ອໃນມະຕິທີ່ໄດ້ຮັບຮອງເອົາໃນກອງປະຊຸມສະພາປະຊາຊົນແຂວງແຕ່ລະຄັ້ງລົງຈັດຕັ້ງຜັນຂະຫຍາຍ ແລະ ເນື້ອໃນມະຕິຂອງຄະນະບໍລິຫານງານພັກເມືອງ ຄັ້ງທີ XIV ລົງເຊື່ອມຊຶມໃຫ້ພະນັກງານ-ລັດຖະກອນ, ກຳລັງ ປກຊ-ປກສ, ພະນັກງານບຳນານ, ລັດວິສາຫະກິດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວເມືອງ;
  • ມອບໃຫ້ຄະນະກຳມະການສັງກັດຄະນະກຳມະການສະພາປະຊາຊົນແຂວງປະຈຳເມືອງ ສ້າງແຜນລົງເຄື່ອນໄຫວເຮັດວຽກຮ່ວມກັບພາກສ່ວນກຽ່ວຂັ້ນເມືອງ ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ ຕໍ່ກັບການຈັດຕັ້ງປະຕິບັດມະຕິທີໄດ້ຮັບຮອງຢູ່ໃນກອງປະຊຸມສະພາ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້;
  • ຮັບຄຳສະເໜີ ຂອງພົນລະເມືອງມາຄົ້ນຄ້ວາ, ອອກໜັງສືແນະນຳໃຫ້ພາກສ່ວນກຽ່ວຂ້ອງຄົ້ນຄ້ວາພິຈາລະນາແກ້ໄຂ ແລະ ອອກໜັງສືແຈ້ງຕອບ ຫຼື ຊີ້ແຈ່ງຕໍ່ກັບສະເໜີ ຫຼື ສະເໜີ ໃຫ້ຂັ້ນເທິງຄົ້ນຄ້ວາພິຈາລະນາແກ້ໄຂຊ່ວຍ;
  • ຈັດກອງປະຊຸມຮ່ວມ ລະຫວ່າງ ຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ແລະ ຄະນະປະຈຳພັກເມືອງ ເພື່ອຄົ້ນຄ້ວາປຶກສາຫາລື ແລະ ພິຈາລະນາແກ້ໄຂ ຕໍ່ກັບບັນຫາຄຳສະເໜີຂອງພົນລະເມືອງ ທີ່ເຫັນວ່າມີຄວາມຈຳເປັນ ແລະ ຮີບດ່ວນ;