loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຫົວໜ້າຄະນະ ສສຂ ປະຈໍາເມືອງຜົ້ງສາລີ ໃຫ້ສໍາພາດ ກ່ຽວກັບຄວາມສໍາຄັນຂອງກອງປະຊຸມ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາປະຊາຊົນແຂວງ.

ກ.ພ. 13, 2023 | ເຂດ 2 ຜົ້ງສາລີ

ຮຽບຮຽງໂດຍ: ນາງ ສຸກສົມພອນ ແກ້ວພະແສງຈັນ

ໂອກາດເຂົ້າຮ່ວມກອງປະຊຸມປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງວັນທີ 9-10 ກຸມພາ 2023 ທ່ານ ສຸພັນ ສີສົມບັດ  ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງຜົ້ງສາລີ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເຊິ່ງກ່ອນອື່ນທ່ານ ກໍໄດ້ສະແດງຄວາມຂອບໃຈຕໍ່ສື່ມວນຊົນ ທີ່ໄດ້ໃຫ້ໂອກາດສໍາພາດ ກ່ຽວກັບ ຄວາມສໍາຄັນຂອງກອງປະຊຸມສະໄໝມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ວິທີການ ຊຸກຍຸ້, ການຕິດຕາມ, ກວດກາ ແລະ ທິດທາງໃນຕໍ່ໜ້າ ກ່ຽວກັບການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ທີ່ເມືອງຜົ້ງສາລີ ທ່ານໄດ້ກ່າວວ່າ:

ກອງປະຊຸມສະໄໝສາມັນເທືອທີ 4 ຂອງສະພາປະຊາຊົນແຂວງຊຸດທີ II ໃນຄັ້ງນີ້ມີຄວາມໝາຍສຳຄັນຫຼາຍຕໍ່ສະມາຊິກສະພາປະຊາຊົນແຂວງ ແລະ ຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ. ຍ້ອນວ່າກອງປະຊຸມຈະໄດ້ພ້ອມກັນຄົ້ນຄ້ວາພິຈາລະນາຮັບຮອງເອົາບັນດາບົດລາຍງານຂອງແຕ່ລະພາກສ່ວນເຊັ່ນວ່າ: ບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ2022 ແລະແຜນການປະຈຳປີ 2023; ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2022 ແລະ ແຜນການປະຈຳປີ 2023; ບັນດາບົດລາຍງານຂອງແຕ່ລະພາກສ່ວນຈຳນວນ 9 ບົດລາຍງານ, ມີ 1 ບົດປະກອບຄຳເຫັນຂອງອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງຕໍ່ກັບການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ຈັດຕັ້ງການປະເມີນຜົນດ້ວຍການໃຫ້ຄະແນນຕໍ່ບຸກຄະລາກອນທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງຢູ່ໃນວາລະດຳເນີນກອງປະຊຸມຂອງສະພາປະຊາຊົນແຂວງ ແລະ ຍັງຈະໄດ້ພ້ອມກັນຄົ້ນຄ້ວາພິຈາລະນາຮັບຮອງເອົານິຕິກຳໃຕ້ກົດໝາຍເພື່ອນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງຢູ່ຂັ້ນທ້ອງຖິ່ນຂອງຕົນ. ນອກຈາກການຮັບຮອງເອົາບັນດາບົດລາຍງານຂອງແຕ່ລະພາກສ່ວນແລ້ວ ສະພາປະຊາຊົນແຂວງປະຈຳເມືອງ ພວກເຮົາໄດ້ນຳເອົາຄຳຄິດຄຳເຫັນ, ຄຳສະເໜີ, ຄວາມຂັດຂ້ອງໝອງໃຈຂອງພໍ່ແມ່ນປະຊາຊົນບັນດາເຜົ່າຢູ່ພາຍໃນເມືອງຂອງຕົນ ມາສະເໜີຕໍ່ກອງປະຊຸມເພື່ອໃຫ້ໄດ້ຮັບການຄົ້ນຄ້ວາ, ພິຈາລະນາແກ້ໄຂຕາມຄວາມມຸ່ງມາດປາຖະນາຂອງປະຊາຊົນຕາມສະພາບຄວາມເປັນຈິງຂອງທ້ອງຖິ່ນ.

ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະໜ້າທີຂອງສະພາປະຊາຊົນແຂວງ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ໂດຍສະເພາະການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມສະພາປະຊາຊົນແຂວງທີ່ໄດ້ຮັບຮອງເອົາໃນກອງປະຊຸມແຕ່ລະຄັ້ງນັ້ນ ໄດ້ນໍາໄປຈັດຕັ້ງເຜີຍແຜ່ຜັນຂະຫຍາຍໂດຍອອກເປັນແຈ້ງເຊີນຫາອົງການປົກຄອງເມືອງ, ພະນັກງານບຳບານ, ອາດິດການນຳອາວຸໂສ, ພະນັກງານລັດຖະກອນພາຍໃນອ້ອມຂ້າງເມືອງເຂົ້າຮ່ວມຮັບຟັງການເຜີຍແຜ່ຜັນຂະຫຍາຍເນື້ອໃນມະຕິທີ່ໄດ້ຮັບຮອງໃນກອປະຊຸມແຕ່ລະຄັ້ງ. ຈາກນັ້ນໄດ້ລົງຈັດຕັ້ງເຜີຍແຜ່ຢູ່ບັນດາກຸ່ມບ້ານ ໂດຍອິງໃສ່ແຜນດຳເນີນງານຂອງພວກເຮົາຕາມສະພາບເງື່ອນໄຂຕົວຈິ່ງ. ໃນໄລຍະ 1 ປີຜ່ານມາຄະນະ ສະມາຊິກສະພາປະຊາຊົນແຂວງປະຈຳເມືອງຜົ້ງສາລີ ໄດ້ລົງຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ໃນ 3 ກຸ່ມບ້ານປະກອບມີຈໍານວນ 11 ບ້ານ ແລະ ມີຜູ້ສິດເລືອກຕັ້ງເຂົ້າຮ່ວມ ທັງໝົດ 1.301 ເທື່ອຄົນ, ຍິງ 587 ເທື່ອຄົນ; ໃນວາລະທີ່ດຳເນີນການເຜີຍແຜ່ຜັນຂະຫຍາຍນັ້ນ ພວກເຮົາໄດ້ຮັບເອົາຄຳສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງມາພິຈາລະນາແກ້ໄຂ, ຫາກບັນຫາໃດທີ່ບໍ່ສາມາດແກ້ໄຂກັບທີ່ແມ່ນນຳມາພິຈາລະນາ ແລະ ມອບໃຫ້ພາກສ່ວນກ່ຽວຂ້ອງຂອງຂັ້ນເມືອງແກ້ໄຂຕາມພາລະບົດບາດ ແລະ ບັນຫາໃດທີ່ບໍ່ສາມາດແກ້ໄຂໃນຂັ້ນເມືອງໄດ້ແມ່ນສະເໜີຫາຂັ້ນແຂວງແກ້ໄຂ ແລະ ໄລຍະ 1 ປີຜ່ານມາທາງເມືອງຜົ້ງສາລີ ກໍໄດ້ເອົາໃຈໃສ່ແກ້ໄຂຄໍາເໜີຂອງເມືອງ ຈໍານວນ 35 ຄຳສະເໜີ ທີ່ກ່ຽວຂ້ອງກັບຂັ້ນເມືອງ ແມ່ນໄດ້ຊຸ້ກຍູ້ ແລະ ຮັບການແກ້ໄຂສໍາເລັດ. ເຊິ່ງປະຊາຊົນກໍໄດ້ຮັບຮູ້ເຂົ້າໃຈ ແລະ ມີຄວາມພໍໃຈຕໍ່ການແກ້ໄຂ. ແຕ່ເຖີງຢ່າງໃດກໍດີຍັງມີບາງບັນຫາທີ່ສະເໜີຕໍ່ຂັ້ນແຂວງແກ້ໄຂນັ້ນຈະໄດ້ພ້ອມກັນຕິດຕາມ ແລະ ຊຸ້ກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າໃຫ້ມີຜົນສຳເລັດ. ຈາກຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວນັ້ນ, ເຮັດໃຫ້ບັນດາເນື້ອໃນມະຕິທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນແຕ່ລະຄັ້ງນັ້ນ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ໃນຕອນທ້າຍຂອງການສໍາສໍາພາດທ່ານຍັງໃຫ້ຮູ້ຕື່ມ ຕໍ່ກັບການຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້ານີ້ ແມ່ນຈະສືບຕໍ່ຊຸ້ກຍູ້ຕິດຕາມກວດກາຕາມ 3 ພາລະບົດບາດ; ສິດ ແລະ ໜ້າທີ່ຂອງສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ສືບຕໍ່ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມສະໄໝສາມັນແຕ່ລະຄັ້ງ ເຊັ່ນ: ດ້ານນິຕິກຳ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງທ້ອງຖິ່ນ ແລະ ດ້ານການຕິດຕາມກວດກາ ໃນນາມການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງຂອງຕົນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມສະພາບຄວາມເປັນຈິງຂອງທ້ອງຖິ່ນ. ຕິດຕາມຊຸ້ກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງສືບຕໍ່ລົງກວດກາແກ້ໄຂບາງບັນຫາທີ່ຍັງຄ້າງຜ່ານມານັ້ນໃຫ້ມີຜົນສຳເລັດຕາມຈຸດປະສົງ ແລະ ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ໃນຕໍ່ໜ້າ.