ວັນທີ 5 – 6 ພຶດສະພາ 2022 ສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ໂດຍການເປັນປະທານຂອງ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ປະທານສະພາປະຊາຊົນແຂວງຫົວພັນ ໃຫ້ກຽດເຂົ້າຮ່ວມມີທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງຫົວພັນ, ມີຄະນະປະຈຳ, ຄະນະກຳມະການ ສະພາປະຊາຊົນແຂວງ, ບັນດາທ່ານຫົວໜ້າ -ຮອງຫົວໜ້າພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ເຈົ້າເມືອງເມືອງຊຳເໜືອ, ຄະນະຮັບຜິດຊອບປະເມີນ ແລະ ວິຊາການຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການປະເມີນການຈັດຕັ້ງປະຕິບັດກົດໝາຍຈຳນວນ 4 ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ. ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາເຫັນວ່າບາງພາກ, ບາງໝວດ ແລະ ບາງມາດຕາ ຍັງບໍ່ທັນສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງ ຂອງການຂະຫຍາຍຕົວທາງດ້ານເສດຖະກິດ – ສັງຄົມໃນຍຸກປະຈຸບັນ; ສະນັ້ນຈຶ່ງຈໍາເປັນຕ້ອງໄດ້ປັບປຸງບາງພາກ,ບາງໝວດແລະບາງໝາດຕາເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບ
ສະພາບຄວາມເປັນຈິງຂອງທ້ອງຖິ່ນ ຈາກນັ້ນຜູ້ເຂົ້້າຮ່ວມກໍ່ໄດ້ພ້ອມກັນແລກປ່ຽນປະກອບຄຳຄິດເຫັນໃສ່ຮ່າງບົດລາຍງານຂອງພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ແລະ ຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ໄດ້ນຳເອົາບາງບັນຫາກ່ຽວກັບການຈັດຕັ້ງ ປະຕິບັດຜ່ານມາທີ່ຍັງພົບຄວາມຫຍຸ້ງຍາກ ເພື່ອນຳໄປປັບປຸງແກ້ໄຂໃນການຈັດຕັ້ງປະຕິບັດໃນຕໍ່ໜ້າທັງເປັນຂໍ້ມູນໃຫ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ນຳໄປປະກອບຄຳຄິດ, ຄຳເຫັນຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດທີ່ຈະໄຂຂຶ້ນໃນມໍ່ໆນີ້.
