(ສພຊ) – ວັນທີ 16 ພຶດສະພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ທີ່ຕິດພັນກັບການແກ້ໄຂປາກົດການຫຍໍ້ທໍ້ທີ່ເປັນບັນຫາເຄັ່ງຮ້ອນໃນສັງຄົມ ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານກໍາມາທິການຂອງ ສພຊ, ຮອງລັດຖະມົນຕີຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຂອງສະມາພັນຄວບຄຸມຢາສູບອາຊຽນ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄຳໃບ ດໍາລັດ ໄດ້ມີຄໍາເຫັນກ່າວເປີດວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ ແລະ ປຶກສາຫາຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ທີ່ຕິດພັນກັບການແກ້ໄຂປາກົດການຫຍໍ້ທໍ້ ແລະ ບັນຫາທີ່ພົ້ນເດັ່ນ ເປັນຕົ້ນ ບັນຫາຢາສູບໄຟຟ້າ ແລະ ຄໍລາເຈັນ: ເຖິງວ່າຈະມີກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງແລ້ວ ແຕ່ການສະກັດກັ້ນ, ຄວບຄຸມການນຳເຂົ້າ, ການຈຳໜ່າຍ ແລະ ການນຳໃຊ້ຢາສູບໄຟຟ້າ, ຄໍລາເຈັນ ທີ່ມີສານເສບຕິດ ຍັງເປັນບັນຫາທີ່ໜ້າເປັນຫ່ວງ ລວມທັງປະສິດທິຜົນຂອງການບັງຄັບໃຊ້ກົດໝາຍ, ການກວດກາຄຸນນະພາບ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຜູ້ບໍລິໂພກ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ; ການຄຸ້ມຄອງສື່ສັງຄົມອອນລາຍ: ຍັງມີສິ່ງທ້າທາຍໃນການຄຸ້ມຄອງເນື້ອຫາທີ່ບໍ່ເໝາະສົມ, ເກີດມີຂ່າວປອມ ແລະ ຜົນກະທົບທາງລົບຕໍ່ສັງຄົມ, ກົນໄກການຄຸ້ມຄອງ, ການຮ່ວມມືກັບຜູ້ໃຫ້ບໍລິການ ແລະ ການສ້າງຄວາມຮູ້ເທົ່າທັນສື່ໃຫ້ແກ່ປະຊາຊົນ ຍັງບໍ່ກົມກຽວກັນເທົ່າທີ່ຄວນ; ບັນຫາການມົ້ວສຸມຢູ່ສະຖານບັນເທີງ: ການຈັດຕັ້ງປະຕິບັດລະບຽບການຄຸ້ມຄອງສະຖານບັນເທີງ ແລະ ມາດຕະການລົງໂທດຕໍ່ຜູ້ລະເມີດ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ; ບັນຫາອຸບັດເຫດຕາມທ້ອງຖະໜົນ: ເຖິງແມ່ນວ່າຈະມີກົດໝາຍ ແລະ ມາດຕະການຕ່າງໆ, ແຕ່ອຸບັດເຫດຕາມທ້ອງຖະໜົນ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ສ້າງຄວາມສູນເສຍຢ່າງຫຼວງຫຼາຍ; ການເພີ່ມຂຶ້ນຂອງອັດຕາການຕິດເຊື້ອເອດຈ໌ໄອວີ (ພະຍາດເອດ): ເຖິງວ່າຈະມີຄວາມພະຍາຍາມໃນການປ້ອງກັນ ແລະ ຄວບຄຸມ, ແຕ່ສະຖິຕິການຕິດເຊື້ອເອດຈ໌ໄອວີໃນບາງກຸ່ມ ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ອື່ນໆ. ບັນຫາທັງໝົດເຫຼົ່ານັ້ນ ໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ຄວາມບໍ່ສະຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ກໍ່ໃຫ້ເກີດການສູນເສຍຊີວິດ, ຊັບສິນ ແລະ ມີຜົນກະທົບຕໍ່ການສ້າງຊັບພະຍາກອນມະນຸດຂອງຊາດທີ່ມີຄຸນນະພາບ.

ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ ໄດ້ມີຄໍາເຫັນວ່າ: ຜ່ານການຕິດຕາມກວດກາຂອງສະພາແຫ່ງຊາດ, ການລາຍງານສ່ອງແສງຈາກບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະການຂອງກຳມາທິການວັດທະນະທໍາ-ສັງຄົມ ໃນຂອບເຂດທົ່ວປະເທດ ບວກກັບການລາຍງານຂອງບັນດາຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຫັນວ່າຍັງມີດ້ານອ່ອນທີ່ເປັນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈໍານວນໜຶ່ງ ທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງ, ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ: ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ, ກົດໝາຍວ່າດ້ວຍສິລະປະການສະແດງ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເອດຈ໌ໄອວີ/ພະຍາດເອດ, ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ອື່ນໆ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ສົ່ງຜົນກະທົບທາງລົບ ແລະ ກົດໜ່ວງຈັງຫວະການຂະຫຍາຍຕົວຂອງການພັດທະນາທາງດ້ານເສດຖະກິດ-ສັງຄົມ ກໍຄືການພັດທະນາຊັບພະຍາກອນມະນຸດຂອງຊາດ. ການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ຍັງບໍ່ເປັນປົກກະຕິ ແລະ ຕໍ່ເນື່ອງ; ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ບາງດ້ານ ຍັງບໍ່ທັນປະຕິບັດໄດ້ຕາມທີ່ກົດໝາຍກຳນົດໄວ້; ການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງ ກັບ ທ້ອງຖິ່ນ, ລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຍັງມີຫຼາຍຂອດບໍ່ທັນຈະແຈ້ງ ແລະ ເປັນເອກະພາບກັນ. ການໂຄສະນາເຜີຍແຜ່ກົດໝາຍທີ່ຕິດພັນກັບວຽກງານການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເຖິງວ່າໄດ້ມີຄວາມພະຍະຍາມເຮັດດ້ວຍຫຼາຍຮູບ, ຫຼາຍສີ ແລະ ຫຼາຍວິທີການແລ້ວກໍຕາມ ແຕ່ປະສິດທິພາບ, ປະສິດທິຜົນໃນການໂຄສະນາ ບໍ່ທັນສູງ, ເລິກເຊິ່ງ, ຕໍ່ເນື່ອງ, ກວ້າງຂວາງ ແລະ ທົ່ວເຖິງ, ຍັງມີລັກສະນະແບບລວມໆ, ບໍ່ທັນລົງເລິກອະທິບາຍ, ສ້າງຄວາມເຂົ້າໃຈໄດ້ຢ່າງເລິກເຊິ່ງ ເຮັດໃຫ້ຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບກົດໝາຍດັ່ງກ່າວ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຍັງບໍ່ທັນສູງ ລວມທັງການບັງຄັບໃຊ້ກົດໝາຍຕໍ່ຜູ້ລະເມີດ ກໍບໍ່ທັນເຂັ້ມງວດເທົ່າທີຄວນ. ການຜັນຂະຫຍາຍບັນດາມາດຕາຂອງບາງກົດໝາຍທີ່ກໍານົດໃຫ້ມີລະບຽບການຕ່າງຫາກ ທີ່ກຳນົດໃນກົດໝາຍດັ່ງກ່າວ ຍັງຊັກຊ້າ ຫຼື ມາດຕາທີ່ຜັນຂະຫຍາຍເປັນນິຕິກໍາໃຕ້ກົດໝາຍແລ້ວ, ແຕ່ການຈັດຕັ້ງປະຕິບັດກໍຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ. ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຄະນະພັກ, ຄະນະນໍາທຸກຂັ້ນ ໃນການບັນຊາ, ນໍາພາ-ຊີ້ນໍາ ໃນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ຍັງບໍ່ທັນສູງເທົ່າທີ່ຄວນ. ການປະສານສົມທົບລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນໂລ່ງລ່ຽນ, ກົມກຽວ ແລະ ເປັນລະບົບດີເທົ່າທີ່ຄວນ, ຍັງເຮັດພໍໃຜພໍລາວ ແລະ ມີສະພາບການຖິ້ມຄວາມຮັບຜິດຊອບໃຫ້ກັນ. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຍັງບໍ່ໃຫ້ການຮ່ວມມື, ບໍ່ເອົາໃຈໃສ່ປະຕິບັດຕາມເນື້ອໃນກົດໝາຍກຳນົດ ແລະ ຍັງບໍ່ທັນມີການຕິດຕາມກວດກາເປັນປົກກະຕິ ແລະ ປະຕິບັດມາດຕະການແກ້ໄຂຢ່າງເຂັ້ມງວດ ເຮັດໃຫ້ມີສະພາບການລະເມີດກົດໝາຍຫຼາຍ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບສິ່ງທ້າທາຍຂອງຢາສູບໄຟຟ້າ, ຄວາມຄືບໜ້າຂອງການຕໍ່ສັນຍາການລົງທຶນຂອງບໍລິສັດຜະລິດຢາສູບໃນ ສປປລາວ; ການຄຸ້ມຄອງການນໍາເຂົົ້າ ແລະ ຈໍາໜ່າຍຢາສູບ ໂດຍສະເພາະຢາສູບໄຟຟ້າ, ຄໍລາເຈັນ, ປຸມເປົ້າ ທີ່ເປັນອັນຕະລາຍຕໍ່ສຸຂະພາບ; ການຄຸ້ມຄອງນໍາໃຊ້ຢາສູບໄຟຟ້າ, ຄໍລາເຈັນ, ປຸມເປົ້າ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຢູ່ສະຖານການສຶກສາ; ການຄຸ້ມຄອງສະຖານບັນເທີງ ເປັນຕົົ້ນ: ບັນຫາມົ້ວສຸມສິ່ງເສບຕິດ, ສິ່ງລາມົກອະນາຈານ; ການຄຸ້ມຄອງສື່ສັງຄົມອອນລາຍ ທີ່ກະທົບຕໍ່ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ; ສະພາບການຕິດເຊື້ອ HIV ພະຍາດ AIDs; ສະພາບກ່ຽວກັບອຸປະ ຕິເຫດທາງທ້ອງຖະໜົນ.
ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ, ສ້າງສັນ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອຊອກໃຫ້ເຫັນບັນຫາ, ຂໍ້ຄົງຄ້າງ, ວິທີການ ແລະ ມາດຕະການແກ້ໄຂໃຫ້ທັນການ ແລະ ນຳໄປສູ່ການປ່ຽນແປງໃນທາງທີ່ດີຂຶ້ນໃນຕໍ່ໜ້າ.
(ສອນສັກ ວັນວິໄຊ)