(ສພຊ) – ວັນທີ 23 ກັນຍາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມປຶກສາຫາລືການກະກຽມເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ລະຫວ່າງຄະນະເລຂາທິການສະພາແຫ່ງຊາດ ຮ່ວມກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາລັດ ແລະ ອົງການກວດສອບແຫ່ງລັດ ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສຸນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ; ພ້ອມກັນນັ້ນ, ມີບັນດາທ່ານຮອງເລຂາທິການສະພາແຫ່ງຊາດ, ທ່ານຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານຮອງປະທານສານປະຊາຊົນສູງສຸດ, ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານຮອງປະທານອົງການກວດກາແຫ່ງລັດ, ທ່ານຮອງປະທານອົງການກວດສອບແຫ່ງລັດ, ບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານຂອງທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະກໍານົດເວລາຂອງການດໍາເນີນກອງປະຊຸມ, ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝສາມັນຂອງ ສພຊ ໃນຄັ້ງນີ້ ເປັນຕົ້ນ: ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ 5 ປີ; ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາລັດ, ອົງການກວດສອບແຫ່ງລັດ; ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານອື່ນໆຈໍານວນໜຶ່ງ.
ຜ່ານການຄົ້ນຄວ້າ, ປຶກສາຫາລື ຢ່າງກວ້າງຂວງ ແລະ ເລິກເຊິ່ງຂອງທຸກພາກສ່ວນ ເຫັນວ່າກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເປັນກອງປະຊຸມທ້າຍສະໄໝຂອງ ສພຊ ຊຸດນີ້, ການກໍານົດເນື້ອໃນຕ່າງໆ ມີຄວາມສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ ແລະ ການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ; ກອງປະຊຸມໄດ້ສະເໜີໃຫ້ພາກສ່ວນຕ່າງໆ ນໍາເອົາຜົນຂອງກອງປະຊຸມຄັ້ງນີ້ ລາຍງານໃຫ້ຂັ້ນເທິງຂອງຕົນໄດ້ຮັບຊາບ ແລະ ຊີ້ນໍາການກະກຽມເອກະສານຕ່າງໆ ຕາມຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ ແລະ ສໍາເລັດທັນເວລາ.
(ນາງ ອາລິນ ສຸພິມມະປະດິດ)