ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ດຳເນີນມາເປັນເວລາ 2 ວັນ, ແຕ່ວັນທີ 22-23 ກໍລະກົດ 2025 ສຳເລັດລົງຢ່າງຈົບງາມ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ມີການນໍາຂອງແຂວງ, ອະດີດການນໍາ-ອະດີດສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ອະດີດສະມາຊິກສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ-ສະມາຊິກສະພາປະຊາຊົນແຂວງ, ການນຳເມືອງ,ຜູ້ຕາງຫນ້າຈາກພະແນກການ-ອົງການທີ່ກ່ຽວຂອງແຂວງ, ສອງກອງບັນຊາການ ປກຊ-ປກສ ເຂົ້າຮ່ວມ.
ກອງປະຊຸມໄດ້ຕີລາຄາສູງ. ຕໍ່ສະມາຊິກສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ແລະ ບັນດາທ່ານຜູ້ແທນກອງປະຊຸມໄດ້ເອົາໃຈໃສ່ສຸມສະຕິປັນຍາ, ຍົກສູງສິດ ປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບສູງ ໃນການພິຈາລະນາຕົກລົງບັນຫາສຳຄັນພື້ນຖານຂອງແຂວງ ເປັນການປະກອບສ່ວນ ແລະ ຊຸກຍູ້ໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2025 ຂອງແຂວງ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຂອງແຕ່ລະພາກສ່ວນ ດ້ວຍການອອກເປັນມະຕິກອງປະຊຸມ ຈຳນວນ 4 ສະບັບ, ພ້ອມນັ້ນ, ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາ ວຽກງານສຳຄັນຂອງແຂວງເປັນຕົ້ນແມ່ນ: ພິຈາລະນາ,ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳຫົກເດືອນຕົ້ນປີ ແລະ ແຜນການຫົກເດືອນທ້າຍປີ 2025 ຂອງແຂວງ ແລະ ແຜນດັດແກ້ງົບປະມານປະຈຳປີ 2025 ຂອງແຂວງ, ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງພະແນກຍຸຕິທໍາແຂວງ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃນໄລຍະຜ່ານມາ, ພິຈາລະນາ, ຮັບຮອງເອົາ ບົດລາຍງານການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຈຳນວນ 3 ສະບັບ ຄື: ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂັ້ນແຂວງ,ຂັ້ນເມືອງ ແລະ ຂັ້ນບ້ານ; ການຄຸ້ມຄອງສິ່ງປຸກສ້າງແລະ ເຂດສະຫງວນທາງ ພາຍໃນເທດສະບານ ແລະບັນດາຕົວເມືອງຂອວງແຂວງຫຼວງນ້ຳທາ; ການກໍານົດເຂດປະເມີນລາຄາທີ່ດິນແຕ່ລະປະເພດຢູ່ແຂວງຫຼວງນ້ຳທາ;ກອງປະຊຸມ ສະເໜີໃຫ້ອົງການປົກຄອງແຂວງກວດກາ ແລະ ປະເມີນຄືນບັນດາຄາດໝາຍຕ່າງໆ ໃນຫົກເດືອນທ້າຍ ປີ 2025 ເປັນຕົ້ນ: 4 ຄາດໝາຍ ຂອງວຽກງານສຶກສາ ແລະ 5 ຄາດໝາຍ ຂອງວຽກງານສາທາລະນະສຸກ,ການປັບປຸງ, ສ້ອມແປງເສັ້ນທາງຄົມມະນາຄົມ, ການຂະຫຍາຍຕາຂ່າຍໄຟຟ້າ, ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ, ການສໍາຫຼວດວັດແທກ ແລະອອກໃບຕາດິນ ເຫັນວ່າຍັງປະຕິບັດໄດ້ໜ້ອຍຫຼາຍເມື່ອ
ທຽບກັບມະຕິຂອງສະພາ. ສະນັ້ນ, ຈຶ່ງສະເໜີໃຫ້ອົງການປົກຄອງແຂວງ ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍເຫຼົ່ານີ້ ໃຫ້ບັນລຸຕາມແຜນການປີທີ່ວາງໄວ້, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະ ຊຸມສະໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10ຂອງສະພາປະຊາຊົນແຂວງ. ພ້ອມທັງເຫັນດີເປັນເອກະພາບ ຕໍ່ການສະຫຼຸບຕີລາຄາການເຄື່ອນໄຫວວຽງກງານຂອງສະພາປະຊາຊົນແຂວງ ໃນໄລຍະຜ່ານມາ; ເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກໍາ
ໃຕ້ກົດໝາຍ ໃຫ້ເປັນລະບົບ, ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ; ສູ້ຊົນໃຫ້ການຕົກລົງ ບັນຫາສຳຄັນພື້ນຖານຂອງແຂວງ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ. ຊຸກຍູ້ການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍໃຫ້ທົ່ວເຖິງ, ເອົາໃຈໃສ່ການຕິດຕາມກວດກາ ແລະ ຊຸກຍູ້ການແກ້ໄຂຜົນການຕິດຕາມກວດກາ ບັນຫາເຄັ່ງຮ້ອນຂອງສັງຄົມ; ເອົາໃຈໃສ່ການລົງ ພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງຄວາມຄິດຄວາມເຫັນ, ຄວາມຂັດຂ້ອງ, ຂໍ້ສະເໜີຕ່າງໆຂອງປະຊາຊົນ ແລ້ວນໍາມາຄົ້ນຄວ້າຮ່ວມກັບບັນດາອົງການປົກຄອງຂັ້ນທ້ອງຖິ່ນເພື່ອຊອກຫາວິທີພິຈາລະນາແກ້ໄຂ; ເອົາໃຈໃສ່ຄົ້ນຄວ້າກະກຽມໃຫ້ວຽກງານເລືອກຕັ້ງ ສະພາປະຊາຊົນແຂວງ ຊຸດທີ III.