
ເຄື່ອງໝາຍຊາດ
ເຄື່ອງໝາຍຊາດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວ ແລະ ໂບສີແດງ ຂຽນອັກສອນ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ສອງຂ້າງອ້ອມດ້ວຍຮວງເຂົ້າສຸກ ເປັນຮູບເຟື້ອງພະຈັນ ແລະ ໂບສີແດງ ຂຽນອັກສອນ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ລະຫວ່າງກາງຂອງສອງປາຍຮວງເຂົ້າມີຮູບທາດຫຼວງ, ຢູ່ກາງຮູບວົງມົນມີຫົນທາງ, ທົ່ງນາ, ປ່າໄມ້ ແລະ ເຄື່ອນໄຟຟ້ານໍ້າຕົກ.
ທຸງຊາດ
ທຸງຊາດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນທຸງພື້ນສີຄາມ, ແຂບແດງ ແລະ ວົງເດືອນສີຂາວ. ລວງກວ້າງຂອງທຸງເທົ່າສອງສ່ວນສາມ ຂອງລວງຍາວ,ແຂບແດງແຕ່ລະເບື້ອງເທົ່າກັບເຄິ່ງໜຶ່ງ ຂອງແຂບສີຄາມ ແລະວົງເດືອນສີ ຂາວ ກວ້າງເທົ່າກັບສີ່ສ່ວນຫ້າ ຂອງແຂບສີຄາມ.

ເພັງຊາດ
ເພັງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແມ່ນ ” ຊາດລາວ “
