loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສໍາເລັດຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX; ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II.

ມ.ຖ. 2, 2022 | ເຂດ 2 ຜົ້ງສາລີ

ໃນລະຫວ່າງວັນທີ 21-25 ກຸມພາ 2022 ຄະນະທີມງານສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 2 (ສສຊ ປະຈໍາເຂດເລືອກຕັ້ງ 2) ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ນໍາໂດຍທ່ານ ທອງສີ ເສົາສຸລິພົມ ປະທານສະພາປະຊາຊົນແຂວງ, ປະທານ ສສຊ ປະຈໍາເຂດເລືອກຕັ້ງ 2 ພ້ອມທີມງານ ລົງຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX; ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ ເມືອງຂວາ, ແຂວງຜົ້ງສາລີ. ຊຶ່ງການເຄື່ອນໄຫວໃນຄັ້ງນີ້ຄະນະທິມງານໄດ້ເຄື່ອນໄຫວ ຢູ່ 6 ຈຸດ, 5 ບ້ານຄື: u ຈຸດເທດສະບານເມືອງ, v ຈຸດບ້ານ ກົກພ້າວ, w ຈຸດບ້ານ ບວມພັນ, x ຈຸດບ້ານ ມົກກວາງ, y ຈຸດບ້ານ ພີເຈີໃໝ່ ແລະ  z ຈຸດບ້ານ ພູສະຖິ ມີຜູ້ເຂົ້າຮ່ວມທັງໝົດ 710 ຄົນ, ຍິງ 236 ຄົນ.

ທັງນີ້ກໍເພື່ອໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ມີອາຍຸ 18 ປີຂຶ້ນໄປໄດ້ຮັບຮູ້ຢ່າງກວ້າງຂວາງ; ທັງເປັນການລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນຕໍ່ຜູ້ສິດເລືອກຕັ້ງໄດ້ຮັບຊາບ, ລົງເກັບກໍາສະພາບການ ແລະ ຄໍາຄິດຄໍາເຫັນຂອງພໍ່ແມ່ປະຊາຊົນບັນດາເຜົ່າຕໍ່ວຽກງານການຄຸ້ມຄອງບໍລິຫານລັດ, ຄຸ້ມຄອງສັງຄົມ.

ການຈັດຕັ້ງຜັນຂະຫຍາຍໃນຄັ້ງນີ້ ທ່ານ ທອງສີ ເສົາສຸລິພົມ ຂຶ້ນເຜີຍແຜ່ບັນດາເນື້ອໃນມະຕິປະກອບມີ: 1. ມະຕິວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະປີ 2021-2023 ສະບັບເລກທີ 03/ສພຊ, ລົງວັນທີ 10/8/2021; 2. ມະຕິກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ວ່າດ້ວຍການຮັບຮອງເອົາວະລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃນໄລຍະປີ 2021-2023 ສະບັບເລກທີ 04/ສພຊ, ລົງວັນທີ 10/8/2021; 3. ມະຕິວ່າດ້ວຍການຮັບຮອງເອົາຍຸດທະສາດການພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ ປີ 2021-2030 ສະບັບເລກທີ 22/ສພຊ, ລົງວັນທີ 16/11/2021; 4. ມະຕິວ່າດ້ວຍການຮັບຮອງເອົາວິໄສທັດການພັດທະນາເສດຖະກິດດິຈີຕອນແຫ່ງຊາດ ໄລຍະ 20 ປີ (2021-2024) ຍຸດທະສາດການພັດທະນາເສດຖະກິດດິຈີຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈີຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ສະບັບເລກທີ 23/ສພຊ, ລົງວັນທີ 16/11/2021; 5. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈໍາປີ 2019, ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ຂອງອົງການກວດກາລັດ ສະບັບເລກທີ 24/ສພຊ, ລົງວັນທີ 16/11/2021; 6. ມະຕິວ່າດ້ວຍການຮັບຮອງເອົາຜົນການກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ແລະ ຜົນການກວດສອບ ປະຈໍາປີ 2020, ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ຂອງອົງການກວດສອບແຫ່ງລັດ ສະບັບເລກທີ 25/ສພຊ, ລົງວັນທີ 16/11/2021; 7. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ຂອງສານປະຊາຊົນສູງສຸດ ສະບັບເລກທີ 26/ສພຊ, ລົງວັນທີ 16/11/2021; 8. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 27/ສພຊ, ລົງວັນທີ 16/11/2021; 9. ມະຕິວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ ສະບັບເລກທີ 28/ສພຊ, ລົງວັນທີ 16/11/2021; 10. ມະຕິວ່າການຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ຂອງສະພາແຫ່ງຊາດ ສະບັບເລກທີ 29/ສພຊ, ລົງວັນທີ 16/11/2021; 11. ມະຕິວ່າດ້ວຍການຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 9 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ສະບັບເລກທີ 41/ສພຊ, ລົງວັນທີ 17/11/2021; 12. ມະຕິວ່າດ້ວຍການຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນໝົດປີ 2021 ແລະ ແຜນການປະຈໍາປີ 2022 ສະບັບເລກທີ 42/ສພຊ, ລົງວັນທີ 17/11/2021; ຮັບຟັງທ່ານ ພົມມີ ອິນມະສອນ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຂຶ້ນເຜີຍແຜ່ບັນເນື້ອໃນມະຕິປະກອບມີ: u ມະຕິວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ ກ່ຽວກັບ​ການຈັດຕັ້ງປະຕິບັດວຽກງານ ປະ​ຈຳປີ 2021 ແລະ ທິດ​ທາງ​ແຜນ​ການ​ປະ​ຈຳປີ 2022 ຂອງອົງການກວດສອບແຫ່ງລັດປະຈໍາ ພາກເໜືອ; ຜົນ​ການກວດ​ສອບ​ບົດຫຼູບ​ຂາດ​ຕົວງົບປະມານແຫ່ງລັດ ແລະ ເອກະສານລາຍງານການເງິນຂອງລັດວິສາຫາກິດນໍ້າປະປາແຂວງຜົ້ງສາລີ ປະຈໍາປີ 2020 ສະບັບເລກທີ 03/ສພຂ, ລົງວັນທີ 28 ມັງກອນ 2022; v ມະ​ຕິ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022; ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2019 ຂອງອົງການກວດກາລັດແຂວງ ສະບັບເລກທີ 04/ສພຂ, ລົງວັນທີ 28 ມັງກອນ 2022; w ມະ​ຕິ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ ກ່ຽວກັບ​ການ​ຈັດຕັ້ງປະຕິບັດວຽກງານ ປະ​ຈຳ​ປີ 2021 ແລະ ທິ​ດ​ທາງ​ແຜນ​ການ ປະ​ຈຳ​ປີ 2022 ຂອງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ແຂວງ ສະບັບເລກທີ 05/ສພຂ, ລົງວັນທີ 28 ມັງກອນ 2022; x ມະ​ຕິ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ ​ກ່ຽວກັບການ​ຈັດຕັ້ງປະຕິບັດວຽກງານ ປະ​ຈຳ​ປີ 2021 ແລະ ທິ​ດ​ທາງ​ແຜນ​ການ ປະ​ຈຳ​ປີ 2022 ຂອງ​ສານ​ປະ​ຊາ​ຊົນ​ແຂວງ ສະບັບເລກທີ 06/ສພຂ, ລົງວັນທີ 28 ມັງກອນ 2022; y ມະ​ຕິ​ ວ່າ​ດ້ວຍ​ການຮັບ​ຮອງ​ເອົາ ຂໍ້​ຕົກ​ລົງຂອງເຈົ້າແຂວງ ກ່ຽວກັບການ​ສ້າງກອງ​ທຶນຄຸ້ມ​ຄອງ​ໄພ​ພິ​ບັດ ຂັ້ນ​ແຂວງ ສະບັບເລກທີ 07/ສພຂ, ລົງວັນທີ 28 ມັງກອນ 2022; z ມະ​ຕິ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ປະ​ຈຳ​ປີ 2021 ແລະ ທິດ​ທາງ​ແຜນ​ການ​ ປະ​ຈຳ​ປີ 2022 ຂອງ​ອົງ​ການ​ປົກ​ຄອງ​ແຂວງ ສະບັບເລກທີ 08/ສພຂ, ລົງວັນທີ 28 ມັງກອນ 2022; { ມະ​ຕິ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ​ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ງົບ​ປະ​ມານ​ແຫ່ງ​ລັດ​ປະ​ຈຳປີ 2021 ແລະ ທິດ​ທາງ​ແຜນ​ການປະ​ຈຳປີ 2022 ຂອງ​ອົງ​ການ​ປົກ​ຄອງ​ແຂວງ ສະບັບເລກທີ 09/ສພຂ, ລົງວັນທີ 28 ມັງກອນ 2022; | ມະ​ຕິ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​​ບົດລາຍ​ງານກ່ຽວກັບ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ ປະ​ຈຳ​ປີ 2021 ແລະ ແຜນ​ການ​ປະ​ຈຳ​ປີ 2022 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຂວງ ຊຸດ​ທີ II ສະບັບເລກທີ 10/ສພຂ, ລົງວັນທີ 28 ມັງກອນ 2022.

ໃນໂອກາດທີ່ທາງຄະນະທິມງານລົງເຄື່ອນໄຫວໃນຄັ້ງນີ້ຍັງໄດ້ນໍາເອົາເກືອ ຈໍານວນ 50 ເປົາ ມູນຄ່າ 1.500.000 ກີບ ໄປມອບໃຫ້ກັບບັນດາບ້ານເປົ້າໝາຍດັ່ງກ່າວ.

ພາບ-ຂ່າວ: ນາງ ສຸກສົມພອນ ແກ້ວແສງພະຈັນ.