
ໃນວັນທີ 11 ພະຈິກ 2022 ສະພາປະຊາຊົນແຂວງ ເຊກອງ ນໍາໂດຍທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນໍາ, ພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງ ເຊກອງ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງສະພາປະຊາຊົນ 4 ແຂວງພາກໃຕ້ ຄັ້ງທີ I ທີ່ຫໍປະຊຸມໃຫຍ່ຂອງແຂວງ ອັ ດຕະປື ໂດຍສະພາປະຊາຊົນແຂວງ ອັດຕະປື ເປັນເຈົ້າພາບ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ ອັດຕະປື, ມີບັນດາທ່ານປະທານສະພາປະຊາຊົນແຂວງ, ຮອງປະທານສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະເລຂາທິການ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າຂະແໜງ-ຮອງຂະແໜງ, ພະນັກງານ-ລັດຖະກອນ 4 ແຂວງພາກໃຕ້ຄື: ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມ.






ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ ອັດຕະປື ໄດ້ກ່າວເປີດກອງປະຊຸມວ່າ: ການພົບປະໃນຄັ້ງນີ້, ແມ່ນແນໃສ່ໃນການປັບປຸງ ແລະ ແລກປ່ຽນຖອດຖອນບົດຮຽນດ້ານວຽກງານຂອງສະພາປະຊາຊົນແຂວງເປັນຕົ້ນ: ການເປັນເສນາທິການທີ່ດີໃຫ້ແກ່ການກະກຽມຈັດກອງປະຊຸມໃນແຕ່ລະໄລຍະ ແລະ ຂອດການພົວພັນປະສານງານທັງພາຍໃນ-ພາຍນອກ ໃນການບໍລິຫານວຽກງານຮອບດ້ານ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ, ລະບົບກົນໄກການສ້າງນິຕິກໍາໃຕ້ກົດໝາຍ, ຂັ້ນຕອນ ແລະ ກົນໄກຄົ້ນຄວ້າ ພິຈາລະນາຮັບຮອງໂຄງການລົງທຶນຂອງລັດ ແລະ ຮັບຮອງແຜນງົບປະມານແຫ່ງລັດຂອງແຂວງ, ກົນໄກປະສານງານ ໃນການແກ້ໄຂ ຜົນການກວດສອບ, ການຕິດຕາມກວດກາການຈັດຕັ້ງປະຕິບັດຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ການຄຸ້ມຄອງປົກປ້ອງການເຄື່ອນໄຫວວຽກງານສາສະໜາໃນຂົງເຂດບັນດາເຜົ່າ.
ທ່ານ ປະທານສະພາປະຊາຊົນ ແຂວງ ອັດຕະປື ຍັງໄດ້ກ່າວຕື່ມອີກວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສຳຄັນຫຼາຍ ເຊິ່ງໄດ້ມີໂອກາດພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງ ສະພາປະຊາຊົນ 4 ແຂວງພາກໃຕ້ເພື່ອນຳເອົາບົດຮຽນດັ່ງກ່າວໄປໝູນໃຊ້ໃນການຈັດຕັ້ງປະຕິບັດແບບແຜນວິທີເຮັດວຽກງານຂອງສະພາປະຊາຊົນແຂວງໃຫ້ໄດ້ຍົກລະດັບຄຸນນະພາບໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ແລະ ປະຕິບັດສາມພາລະບົດບາດດ້ານນິຕິກໍາ, ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖີ່ນ ແລະ ດ້ານການຕິດຕາມກວດກາ, ແລະ ໄດ້ພ້ອມກັນເສີມຂະຫຍາຍຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການແລກປ່ຽນບົດຮຽນ, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໂດຍນໍາເອົາບົດຮຽນ, ປະສົບການໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຂໍ້ຄົງຄ້າງ, ສາເຫດກໍຄືບົດຮຽນທີ່ເປັນປະໂຫຍດ ເພື່ອພ້ອມກັນປັບປຸງຊອກຫາວິທີທາງແກ້ໄຂເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານສະພາປະຊາຊົນແຂວງມີຄວາມໜັກແໜ້ນ, ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ.
