loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສໍາເລັດການຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ມະຕິຂອງສະພາປະຊາຊົນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການລົງທຶນ ຂອງລັດ ທີ່ເມືອງຂວາ ແລະ ເມືອງບຸນໃຕ້, ແຂວງຜົ້ງສາລີ.

ມ.ຖ. 29, 2023 | ເຂດ 2 ຜົ້ງສາລີ

ລະຫວ່າງວັນທີ 27-29 ມີນາ 2023 ທ່ານ ທອງສີ ເສົາສຸລິພົມ ປະທານຄະນະປະຈໍາສະພາປະຊາຊົນແຂວງ ພ້ອມຄະນະ ສໍາເລັດການຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ມະຕິຂອງສະພາປະຊາຊົນແຂວງ,  ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການລົງທຶນ ຂອງລັດ ທີ່ເມືອງຂວາ ແລະ ເມືອງບຸນໃຕ້, ແຂວງຜົ້ງສາລີ.

ທັງນີ້ກໍເພື່ອເປັນຂໍ້ມູນໃຫ້ແກ່ການປະກອບຄຳເຫັນ ຂອງຄະນະປະຈຳສະພາປະຊາຊົນແຂວງ ໃນການກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ເປັນຊຸກຍຸ້ໃຫ້ອົງການບໍລິຫານທຸກຂັ້ນ ປະກອບກອບສ່ວນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ; ປະກອບສ່ວນເຂົ້າໃນການເຄົາລົບລັດຖະທໍາມະນຸນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິກອງປະຊຸມຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ. ແນ່ໃສ່ເຮັດໃຫ້ຄວາມສັກສິດໃນການຄຸມຄ້ອງລັດ, ຄຸ້ມຄອງສັງຄົມຢູ່ແຂວງຜົ້ງສາລີ ມີຄວາມເຂັ້ມແຂງ.

ການລົງຕິດຕາມກວດກາໃນຄັ້ງນີ້ໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງເມືອງຂວາ ແລະ ເມືອງບຸນໃຕ້, ແຂວງຜົ້ງສາລີ ໂດຍການເປັນທານ ຂອງທ່ານ ທອງສີ ເສົາສຸລິພົມ; ມີ ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເມືອງ; ບັນດາສະຫາຍຄະນະບໍລິຫານງານພັກເມືອງ, ບັນດາທ່ານສະມາຊິກອົງການປົກຄອງເມືອງ, ອົງການແນວລາວສ້າງຊາດເມືອງ, ສະຫະພັນນັກຮົບເກົ່າເມືອງ, ບັນດາປະທານອົງການຈັດຕັ້ງມະຫາຊົນ ຂັ້ນເມືອງ ແລະ ຫົວໜ່ວຍທຸລະກິດ ຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທີ່ກອງປະຊຸມໄດ້ຮັບຟັງການລາຍຈາກພາກສ່ວນກ່ຽວຂ້ອງ ເປັນຕົ້ນ: ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕໍາຫຼວດ; ການດໍາເນີນຄະດີຢູ່ສານ; ການພິຈາລະນາຄໍາຕັດສິນຂອງສານປະຊາຊົນ ທີ່ຄູ່ຄວາມບໍ່ພໍໃຈ; ການຄຸ້ມຄອງ, ການນໍາພາ-ຊີ້ນໍາ ແລະ ການບັນຊາກໍາລັງກອງຫຼອນ-ກໍາລັງປ້ອງກັນຕົວ; ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ; ໂຄງການລົງທຶນຂອງລັດທີ່ມອບໃຫ້ເມືອງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດປະຈຳປີ 2022 ແລະ ການກຳນົດແຜນການປະຈຳປີ 2023; ການກະຈາຍອຳນາດແບ່ງຂັ້ນຄຸ້ມຄອງໂຄງການປະເພດ V; ຂັ້ນຕອນອະນຸຍາດໃຫ້ນັກລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໃນການເຊົ່າ-ສຳປະທານດິນລັດ; ການອະນຸຍາດການໃຫ້ສຳປະທານເນື້ອທີ່ດິນໃຫ້ໂຄງການທົດລອງລ້ຽງສັດໃຫຍ່ຈຸດບ້ານສຳພັນໄຊ ເມືອງບຸນໃຕ້ (ການແກ້ໄຂບັນຫາຂໍ້ຂັດແຍ່ງກັບປະຊາຊົນ ທີ່ມີເນື້ອທີ່ທັບຊ້ອນ); ຄວາມຄືບໜ້າໃນການສະຫງວນເນື້ອທີ່ດິນ ເປັນເນື້ອທີ່ດິນຂອງລັດ ເພື່ອກໍ່ສ້າງຕະຫຼາດຂອງເມືອງ ເຂດບ້ານຕຸ່ນ, ເມືອງຂວາ  (ການສຳຫຼວດ-ອອກແບບ, ປັກຫຼັກໝາຍ, ເກັບກຳຂໍ້ມູນຜົນກະທົບ ແລະ ການຊົດເຊີຍຜົນກະທົບ); ການຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາປະຊາຊົນແຂວງ ເປັນຕົ້ນ: ຂົງເຂດສຶກສາທິການ ແລະ ກິລາ ແລະ ຂົງເຂດສາທາລະນະສຸກ; ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂົງເຂດບັນດາເຜົ່າ. ຈາກນັ້ນ, ຍັງໄດ້ຮັບຟັງການລາຍງານເພີ່ມຕື່ມຕາມຄໍາເຈາະຈິ້ມຂອງປະທານກອງປະຊຸມທີ່ເຫັນວ່າຍັງບໍ່ທັນພາລະວິໄສ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ.

ພາຍຫຼັງສໍາເລັດການປະຊຸມກັບພາກສ່ວນກ່ຽວຂ້ອງ ທ່ານ ທອງສີ ເສົາສຸລິພົມ ພ້ອມຄະນະ ແລະ ພາກກ່ຽວຂ້ອງລົງຕິດຕາມກວດກາ ແລະ ເກັບຂໍ້ມູນເພີ່ມຕື່ມຢູ່ພາກສະໜາມເປັນຕົ້ນ: ໂຄງການກໍ່ສ້າງຕະຫຼາດຢູ່ບ້ານນາຕຸ່ນ, ເມືອງຂວາ; ຈຸດພັກລົດພູຜາເຜິ້ງ ເມືອງບຸນໃຕ້ ແລະ ໂຄງການລ້ຽງສັດໃຫຍ່ ຈຸດບ້ານສໍາພັນໄຊ ເມືອງບຸນໃຕ້, ແຂວງຜົ້ງສາລີ.

ໂອກາດດຽວກັນນີ້ ທາງຄະນະທິມງານຍັງໄດ້ນໍາເອົາ ໂທລະໂຄ່ງ ມາມອບໃຫ້ອົງການປົກຄອງບ້ານອົມທັບ, ບ້ານກົກງີ້ວ, ເມືອງຂວາ ຈໍານວນ 2 ຊຸດ,  ອົງການປົກຄອງບ້ານສະໂນນໍ້າລານ, ບ້ານຈາຫໍ່, ເມືອງບຸນໃຕ້ ຈໍານວນ 2 ຊຸດ ມູນຄ່າລວມທັງໝົດ 5 ລ້ານກວ່າກີບ.

ພາບ-ຂ່າວ: ນາງ ສຸກສົມພອນ ແກ້ວແສງພະຈັນ.