loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາປະຊົນແຂວງຜົ້ງສາລີ ຊຸດທີ II

ກ.ພ. 13, 2023 | ເຂດ 2 ຜົ້ງສາລີ

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາປະຊົນແຂວງຜົ້ງສາລີ ຊຸດທີ II ໄດ້ອັດລົງດ້ວຍຜົນສໍາເລັດ ໃນຕອນບ່າຍ ຂອງວັນທີ 10 ກຸມພາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໂດຍການເປັນປະທານ ສົມຈິດ ຫັບລະກອນ ຮອງປະທານສະພາປະຊາຊົນແຂວງ; ມີທ່ານ ເຈົ້າແຂວງ, ຮອງເຈົ້າແຂວງ, ບັນດາທ່ານສະມາັຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງ 2 ແຂວງຜົ້ງສາລີ; ສະມາຊິກສະພາປະຊາຊົນແຂວງ, ອາດິດປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ; ສະມາຊິກອົງການປົກຄອງແຂວງ, ປະທານແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ອົງການຈັດພັກ-ລັດ, ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ທ່ານ ສົມຈິດ ຫັບລະກອນ ໄດ້ມີຄໍາເຫັນກ່າວອັດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ດໍາເນີນມາເປັນເວລາ 2 ວັນ ແຕ່ວັນທີ 9-10 ກຸມພາ 2023 ຢູ່ໃນຊ່ວງທີ່ແຂວງພວກເຮົາ ພວມປະເຊີນກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຢູ່ໃນຊ່ວງທີ່ທົ່ວພັກ-ລັດ ແລະ ປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ກໍ່ຄືການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ ທັງເປັນໄລຍະທີ່ອົງການປົກຄອງແຂວງໄດ້ສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການພັດທະນາຊົນນະບົດຮອບດ້ານ ແລະ ຄວາມຫຍຸ້ງຍາກອື່ນໆ ໃຫ້ມີຄວາມຜ່ອນຄາຍລົງ, ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບສູງ ຂອງບັນດາພາກສ່ວນທີ່ກ່ຽວຂ້ອງ ໃນການຮ່ວມກັນແກ້ໄຂບັນຫາທີ່ຫຍຸ້ງຍາກຂອງແຂວງ. ມາຮອດມື້ນີ້, ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ບັນລຸຜົນສໍາເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

         ກອງປະຊຸມສະໄໝສາມັນເທື່ອທີ 4 ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາທີ່ສໍາຄັນຂອງແຂວງ ດັ່ງນີ້:

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ເຊິ່ງໄດ້ຕີລາຄາສູງຕໍ່ຄວາມພະຍາມຍາມຂອງອົງການປົກຄອງແຂວງ ໃນການສູ້ຊົນເຮັດໃຫ້ອັດຕາການເຕີບໂຕທາງດ້ານເສດຖະກິດສາມາດບັນລຸໄດ້ 7,14% ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ເຂົ້າສູ່ວິກິດການທີ່ໜັກໜ່ວງໄປກວ່ານີ້, ມີການແກ້ໄຂບັນຫາການເໜັງຕີງແຮງຂອງລາຄາສິນຄ້າ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ. ພ້ອມກັນນັ້ນ, ກໍ່ແມ່ນຊ່ວງໄລຍະທີ່ພວມຈັດຕັ້ງປະຕິບັດດໍາລັດ ເລກທີ 559/ລບ; ໄດ້ມີການໂຄສະນາເຜີຍແຜ່, ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ ຊາວແຂວງຜົ້ງສາລີ ເພີ່ມທະວີນໍ້າໃຈປະຢັດມັດທະຍັດ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນແກ້ໄຂບັນຫາໃນເວລາທີ່ແຂວງຜົ້ງສາລີປະສົບກັບຄວາມຫຍຸ້ງຍາກ. ກອງປະຊຸມມອບໃຫ້ອົງການປົກຄອງແຂວງ ນໍາເອົາຄວາມຄິດເຫັນຂອງກອງປະຊຸມ ໄປພິຈາລະນາເພື່ອສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນ: ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງ, ອຸປະສັກ ແລະ ຂອດອຸດຕັນ ຂອງການແກ້ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກໃຫ້ໄດ້ຫຼາຍຂຶ້ນ, ເອົາໃຈໃສ່ປະເມີນຄວາມຄືບໜ້າ ແລະ ສືບຕໍ່ເອົາໃຈໃສ່ປະຕິບັດວຽກຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນເຂດຈຸດສຸມ, ເມືອງ ແລະ ບ້ານ ທີ່ໄດ້ກຳນົດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສືບຕໍ່ເອົາໃຈໃສ່ປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທໍາສັງຄົມ ໃຫ້ໄດ້ຮັບຜົນທາງດ້ານປະສິດທິພາບ ແລະ ປະສິດທິຜົນ ເປັນຕົ້ນ: ຍົກສູງຄຸນນະພາບການສຶກສາ, ປັບປຸງຈັນຍາບັນ-ຈັນຍາທໍາຂອງແພດໝໍ ແລະ ອຸປະກອນການແພດ ໃຫ້ໄດ້ຮັບຄຸນນະພາບຂຶ້ນ;

ກອງປະຊຸມໄດ້ຟັງການລາຍງານຂອງອົງການປົກຄອງແຂວງ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ຕະຫຼອດໄລຍະ 1 ປີທີ່ຜ່ານມາ ອົງການປົກຄອງແຂວງ ໄດ້ສົມທົບກັບສະພາປະຊາຊົນແຂວງ ຊີ້ນໍາ-ບັນຊາການຈັດຕັ້ງ ຜັນຂະຫຍາຍມະຕິຂອງຄະນະບໍລິຫານງານພັກແຂວງ ເປັນອັນລະອຽດເຂົ້າໃນນິຕິກໍາຂອງແຂວງ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງເປັນຂະບວນການກວ້າງຂວາງ ທັງຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ເຊິ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ. ຄຽງຄູ່ກັນນັ້ນ, ກອງປະຊຸມສະເໜີໃຫ້ອົງການປົກຄອງແຂວງເພີ່ມທະວີການໂຄສະນາເຜີຍແຜ່, ປຸກລະດົມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ຄວາມຈໍາເປັນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍກຳນົດວຽກຈຸດສຸມຢ່າງລະອຽດພາຍໃນແຂວງ (ກຳນົດເວລາ 3 ປີ ແຕ່ປີ 2021-2023) ໂດຍມີ 3 ຫຼັກການ ເພື່ອບັນລຸຄື: ຫຼັກການໂປ່ງໃສ, ເດັດຂາດ, ຫັນເປັນມືອາຊີບ ແນໃສ່ເຮັດໃຫ້ແຂວງຜົ້ງສາລີ ຫຼຸດພົ້ນອອກຈາກສະພາວະຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ ແລະ ບັນຫາຢາເສບຕິດໃຫ້ລຸດໜ້ອຍຖອຍລົງເລື້ອຍໆ; ເຊິ່ງກອງປະຊຸມມອບໃຫ້ອົງການປົກຄອງແຂວງ ຮີບຮ້ອນສືບຕໍ່ຊີ້ນໍາບັນດາພະແນກການ, ອົງການ ແລະ ອົງການປົກຄອງເມືອງ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທໍາຕົວຈິງ;

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງຄືນ ກ່ຽວກັບແຜນຈັດສັນທີ່ດິນ, ຄຸ້ມຄອງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ແຂວງຜົ້ງສາລີ ເພື່ອເປັນການວາງແຜນການນໍາໃຊ້, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ໂດຍສະເພາະທີ່ດິນພາຍໃນແຂວງ, ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈິງ, ເພື່ອຄວາມເປັນລະບຽບຮຽບຮ້ອຍ ຮັບປະກັນຄຸນນະພາບ ແລະ ມີຄວາມຍືນຍົງ;

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກເໜືອ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ເເລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021; ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ເເຜນການເຄື່ອນໄຫວ ວຽກງານປະຈໍາປີ 2023, ບົດລາຍງານຜົນການຕິດຕາມກວດກາ ແລະ ແກ້ໄຂຕາມຜົນຂອງການກວດສອບປະຈຳປີ 2020 ເຊິ່ງກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ອົງການກວດສອບແຫ່ງລັດປະຈໍາພາກເໜືອ ແລະ ອົງການກວດກາລັດແຂວງ ທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍ  ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ ມີປະສິດທິຜົນ, ການຈັດຕັ້ງປະຕິບັດວິໄນແຜນການການເງິນ ມີຄວາມເຂັ້ມງວດຫຼາຍຂຶ້ນ. ພ້ອມກັນນັ້ນ, ກອງປະຊຸມໄດ້ສະເໜີໃຫ້ສອງອົງການ ເອົາໃຈໃສ່ສົມທົບພາກສ່ວນກ່ຽວຂ້ອງ ແກ້ໄຂຜົນການກວດສອບໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ ເປັນຕົ້ນ: ການເກັບກູ້ວັດຖຸ, ເງິນຄໍາ ທີ່ເປັນຊັບສິນລວມຂອງລັດກັບຄືນ, ຄົ້ນຄວ້າການກໍານົດຂອບເຂດສິດຂອງສອງອົງການ ເຂົ້າໃນກົດໝາຍໃຫ້ລະອຽດ, ຈະແຈ້ງຕື່ມ;

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນ ການປະຈໍາປີ 2023 ເຊິ່ງກອງປະຊຸມໄດ້ຕີລາຄາ ທັງສອງອົງການ ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຍົກສູງຄຸນນະພາບໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ນັບມື້ມີຄຸນນະພາບສູງຂຶ້ນ, ເອົາໃຈໃສ່ການຜັນຂະຫຍາຍມະຕິ, ຄໍາສັ່ງ ເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍຂອງຕົນ ໃຫ້ເປັນລະບົບຄົບຊຸດ, ເປັນບ່ອນອີງໃນການແກ້ໄຂບັນຫາຕ່າງໆ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ໃນການປະຕິບັດຄໍາຕັດສິນຂອງສານ, ແກ້ໄຂບັນຫາຄວາມຫຍຸ້ງຍາກຂອງການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ມີບາດກ້າວຫັນປ່ຽນທີ່ດີຂຶ້ນ. ນອກຈາກນັ້ນ, ກອງປະຊຸມໄດ້ສະເໜີໃຫ້ສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ ມີມາດຕະການປັບປຸງ ແລະ ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ໃຫ້ໄດ້ຮັບການແກ້ໄຂຢ່າງຈິງຈັງ, ເພີ່ມທະວີການເຄື່ອນໄຫວປະຕິບັດໜ້າທີ່ຂອງຜູ້ພິພາກສາ ໃຫ້ມີຈັນຍາບັນ, ຈັນຍາທຳ, ໂປ່ງໃສ ແລະ ມີຄວາມຍຸຕິທໍາ ໃນການຕັດສິນຄະດີ, ຍົກສູງຄຸນນະພາບການຄົ້ນຄວ້າ ແລະ ແກ້ໄຂຄະດີອາຍາ, ຄະດີແພ່ງ ແລະ ຄໍາຮ້ອງ, ຄໍາສະເໜີ ໃຫັບັນລຸຕາມຄາດໝາຍ, ເພີ່ມທະວີການຕິດຕາມກວດກາ ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;

ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາ ຮ່າງນິຕິກໍາໃຕ້ກົດໝາຍສ້າງໃໝ່ 01 ສະບັບ ຄື: ຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງການປຸກສ້າງ ທົ່ວແຂວງຜົ້ງສາລີ ເຊິ່ງເປັນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍໄລຍະ 5 ປີຂອງສະພາປະຊາຊົນແຂວງ ຊຸດທີ II ທັງເປັນການປະກອບສ່ວນສໍາຄັນ ໃນການປັບປຸງ ແລະ ເພີ່ມທະວີພາຫະນະ, ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ຂອງແຂວງເຮົາ ໃຫ້ເປັນລະບົບຄົບຊຸດ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງແຂວງ; (ຂອງລັດ, ລວມໝູ່, ນິຕິບຸກຄົນ ແລະ ປະຊາຊົນບັນດາເຜົ່າ) ຮັບປະກັນໃຫ້ແກ່ສ້າງລັດ ປະຊາທິປະໄຕ ປະຊາຊົນຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງລະບຽບດ້ວຍກົດໝາຍ. ນອກຈາກນີ້, ກອງປະຊຸມຍັງໄດ້ຮຽກຮ້ອງ ໃຫ້ອົງການກ່ຽວຂ້ອງ ເອົາໃຈໃສ່ຄົ້ນຄວ້າ, ປັບປຸງບາງເນື້ອໃນ ຂອງຂໍ້ຕົກລົງສະບັບນີ້ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ຕາມສະພາບເງື່ອນໄຂຂອງແຂວງພວກເຮົາ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ໄດ້ຮັບປະຕິທິຜົນສູງ;

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການ ເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023. ກອງປະຊຸມຕີລາຄາວ່າ ໃນໜຶ່ງປີຜ່ານມາ ສະພາປະຊາຊົນແຂວງ ໄດ້ມີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ບົດບາດຂອງສະພາປະຊາຊົນແຂວງ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນຈາກອົງການຈັດຕັ້ງລັດຂັ້ນຕ່າງໆ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ນັບມື້ນັບກວ້າງຂວາງ. ກອງປະຊຸມສະເໜີໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມຄອງລັດສັງຄົມໃນແຕ່ລະໄລຍະ ແລະ ມີຄວາມສັກສິດຫຼາຍຂຶ້ນ; ເພີ່ມທະວີການປະຕິບັດພາລະບົດບາດຕິດຕາມກວດກາຢ່າງມີຈຸດສຸມ, ຮ່ວມກັບອົງການປົກຄອງແຂວງ, ອົງການຈັດຕັ້ງລັດທຽບເທົ່າ ແກ້ໄຂບັນຫາຕ່າງໆຢ່າງທັນການ ລວມທັງການນໍາເອົາຜົນສຳເລັດຂອງກອງປະຊຸມ ກໍຄືນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລັດ ໄປຜັນຂະຫຍາຍ, ເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ;

        ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄໍາຖາມເຈາະຈີ້ມທີ່ສະມາຊິກສະພາປະຊາຊົນແຂວງ ກໍຄືປະຊາຊົນບັນດາເຜົ່າ ທີ່ມີຄວາມສົນໃຈຫຼາຍ ຈາກ 6 ພາກສ່ວນ (ຂອງພະແນກການ, ອົງການຂັ້ນແຂວງ) ແລະ ໄດ້ຮັບຟັງການຊີ້ແຈງ ຂອງກອງບັນຊາການ ກປສ ແຂວງ ແລະ ອົງການກວດກາລັດແຂວງ ຕາມການປະກອບຄໍາເຫັນ ຂອງສະມາຊິກສະພາປະຊາຊົນແຂວງ.

          ກອງປະຊຸມມີຄວາມເຊື່ອໝັ້ນວ່າ ແຕ່ລະພາກສ່ວນຈະສືບຕໍ່ເສີມຂະຫຍາຍຜົນສໍາເລັດທີ່ຍາດມາໄດ້ໃນປີຜ່ານມາ, ສູ້ຊົນຈໍາກັດ ແລະ ປັບປຸງແກ້ໄຂບັນດາອຸປະສັກ, ສິ່ງກິດຂວາງ ໃນຂົງເຂດ ວຽກງານທີ່ຕົນຮັບຜິດຊອບ ຕິດພັນກັບການຍູ້ແຮງຂະບວນການແຂ່ງຂັນຮັກຊາດພັດທະນາ ເພື່ອສ້າງໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ, ສືບຕໍ່ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ເວົ້າລວມ, ເວົ້າສະເພາະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດສັງຄົມ ຂອງແຂວງ 5 ປີຄັ້ງທີ IX ຂອງແຂວງ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ ແນໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໃຫ້ນັບມື້ນັບດີຂຶ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດລົງເທື່ອລະກ້າວ.

          ຜົນສໍາເລັດຂອງກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ເປັນການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນແຫ່ງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຄວາມຕັດສິນໃຈ ຂອງອົງການປົກຄອງແຂວງ, ບັນດາພະແນກການ, ອົງການທີ່ກ່ຽວຂ້ອງ ທີ່ຈະສືບຕໍ່ພັດທະນາແຂວງຜົ້ງສາລີ ໃນສະພາບມີຄວາມຫຍຸ້ງຍາກທາງ ດ້ານເສດຖະກິດການເງິນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ນໍາພາແຂວງຜົ້ງສາລີກ້າວຂຶ້ນຢ່າງໜັກແໜ້ນ.

        ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ກອງປະຊຸມຮຽກຮ້ອງມາຍັງບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ບັນດາຄະນະກຳມະການ, ສະມາຊິກສະພາປະຊາຊົນແຂວງ, ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເມືອງ, ອົງການປົກຄອງແຂວງ, ອົງການປົກຄອງເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນຜັນຂະຫຍາຍເນື້ອໃນມະຕິກອງປະຊຸມຄັ້ງນີ້ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

       ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ຮັບຜົນສໍາເລັດຢ່າງຈົບງາມ ກໍຍ້ອນມີການຊີ້ນໍາຢ່າງໃກ້ຊິດຈາກຄະນະປະຈໍາພັກແຂວງ ແລະ ຍ້ອນຄວາມ ຮັບຜິດຊອບສູງຂອງອົງການປົກຄອງແຂວງ, ພະແນກການ, ບັນດາອົງການ ແລະ ຂະແໜງການກ່ຽວຂ້ອງ.

       ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງຄະນະປະຈໍາພັກແຂວງ ທີ່ຍາມໃດກໍໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດຕໍ່ສະພາປະຊາຊົນແຂວງ ໂດຍຕະຫຼອດມາ, ຂໍສະແດງຄວາມຂອບໃຈ ເປັນຢ່າງຍິ່ງມາຍັງບັນດາທ່ານການນໍາພັກລັດ, ອົງການແນວລາວສ້າງຊາດແຂວງ, ອົງການກວດສອບປະຈໍາພາກເໜືອ, ອົງການກວດກາລັດແຂວງ, ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ຕິດຕາມ ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ຢ່າງຈົດຈໍ່ ແລະ ສົ່ງຄໍາຄິດເຫັນຜ່ານໂທລະສັບສາຍດ່ວນ ມາຍັງກອງປະຊຸມ.

         ຂໍສະແດງຄວາມຂອບໃຈຕໍ່ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເປັນຕົ້ນ: ກອງເລຂາກອງປະຊຸມ ທີ່ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອນີ້ຢ່າງຫ້າວຫັນ, ຂໍສະແດງຄວາມຂອບໃຈຕໍ່ສື່ມວນຊົນ ທີ່ໄດ້ນໍາສະເໜີຂ່າວສານ ໂດຍຜ່ານລະບົບຕ່າງໆ ເພື່ອນໍາເອົາບັນຍາກາດ, ເນື້ອໃນກອງປະຊຸມ ໃຫ້ມວນຊົນໄດ້ຮັບຊາບ.

        ສຸດທ້າຍນີ້, ຂ້າພະເຈົ້າ ຕາງໜ້າໃຫ້ກອງປະຊຸມສະພາປະຊາຊົນແຂວງ ຂໍອວຍພອນໄຊອັນປະເສີດມາຍັງ ທ່ານເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ຈົ່ງມີພາລານາໄມສົມບູນ, ມີຄວາມຜາສຸກໃນຊີວິດຄອບຄົວ, ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າໃນພາລະກິດແຫ່ງການຊີ້ນໍານໍາພາແຂວງຜົ້ງສາລີ ໃຫ້ຈະເລີນກ້າວຂຶ້ນຢ່າງໜັກແໜ້ນ.

         ຂໍອວຍພອນໃຫ້ບັນດາທ່ານການນໍາຂັ້ນສູງພັກລັດ, ພະນັກງານ, ທະຫານຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຜົ້ງສາລີ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຄອບຄົວ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດຂອງຕົນ.

         ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍປະກາດປິດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຢ່າງເປັນທາງການນັບແຕ່ເວລານີ້ ເປັນຕົ້ນໄປ”

 

ພາບຂ່າວ: ນາງ ສຸກສົມພອນ ແກ້ວແສງພະຈັນ