


ໃນລະຫວ່າງວັນທີ 6-7 ຕຸລາ 2022 ໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ(ສພຂ) ຊຸດທີ II ແລະ ພະນັກງານຊ່ວຍວຽກປະຊາຊົນແຂວງອຸດົມໄຊ ຢູ່ສະໂມສອນຫ້ອງວ່າການເມືອງຮຸນ, ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ທັນຕາ ກອງຜາລີ ຮອງກໍາມາທິການແຜນການ, ການເງິນ ແລະ ກວດສອບ ສະພາແຫ່ງຊາດ, ວິທະຍາກອນຈາກກົມຄໍາຮ້ອງຂໍຄວາມເປັນທໍາ ສະພາແຫ່ງຊາດ, ກົມກົດໝາຍ ກະຊວງຍຸຕິທໍາ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ(ສສຂ) ປະຈໍາເຂດເລືອກຕັ້ງ 7 ເມືອງ, ຄະນະເລຂາທິການສະພາປະຊາຊົນແຂວງ ແລະ ພະນັກງານຊ່ວຍວຽກສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.



ຕະຫຼອດໄລຍະເວລາ 2 ວັນໃນການຝຶກອົບບັນດາທ່ານວິທະຍາກອນໄດ້ເອົາໃຈໃສ່ຕໍ່ກັບການບັນລະຍາຍບົດຮຽນຕ່າງໆຢ່າງຕັ້ງໜ້າ, ປະຕິບັດຕາມແຜນການຝຶກອົບຮົມ ພ້ອມນັ້ນ, ບັນດານັກສໍາມະນາກອນ ໄດ້ສຸມໃສ່ໃນການຄົ້ນຄວ້າບົດຮຽນ ແລະ ມີຄໍາຖາມແລກປ່ຽນບົດຮຽນດ້ວຍຂະບວນຟົດຟື້ນ. ຕໍ່ກັບຄໍາຖາມດັ່ງກ່າວ ວິທະຍາກອນໄດ້ອະທິບາຍ, ກະຈາງແຈ້ງຢ່າງລະອຽດຖີ່ຖ້ວນ ພ້ອມທັງຍົກຕົວຢ່າງ ໃນພາກພຶດຕິກໍາຕົວຈິງ.


ໃນຕອນທ້າຍ ປະທານກອງປະຊຸມຍັງໄດ້ມີຄໍາເຫັນ, ກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈ ຕໍ່ວິທະຍາກອນທີ່ມາຈາກສູນກາງ ໄດ້ເສຍສະຫຼະເວລາ ເຂົ້າຮ່ວມແບ່ງປັນບົດຮຽນ ແລະ ປະສົບການ ໃຫ້ແກ່ ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານຊ່ວຍວຽກ ສະພາປະຊາຊົນແຂວງອຸດົມໄຊ, ຫວັງຢ່າງຍິ່ງຜົນສໍາເລັດການຝຶກອົບຮົມໃນຄັ້ງນີ້ ຈະເປັນຂີດໝາຍອັນສໍາຄັນໃຫ້ແກ່ ສສຂ ແລະ ພະນັກງານຊ່ວຍວຽກ ສພຂ. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງບັນດານັກສໍາມະນາກອນ ຈົ່ງນໍາເອົາເນື້ອໃນບົດຮຽນດັ່ງກ່າວໄປໝູນໃຊ້ຕໍ່ກັບວຽກງານສະພາປະຊາຊົນແຂວງ ໃຫ້ມີປະສິດພາບປະສິດທິຜົນ ແລະ ປະກົດຜົນເປັນຈິງຢ່າງເປັນຮູບປະທໍາ.

ພາບ/ຂ່າວ: ສພຂ.