loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສໍາເລັດການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II.

ມ.ຖ. 22, 2023 | ເຂດ 2 ຜົ້ງສາລີ

ຕອນບ່າຍ, ວັນທີ 21 ມີນາ 2023 ທີ່ຫ້ອງສະໂມສອນເມືອງຂວາ ທ່ານ ສົມຈິດ ຫັບລະກອນ ຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 2 ແຂວງຜົ້ງສາລີ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຂວາ ແຂວງຜົ້ງສາລີ ສໍາເລັດການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II; ເຂົ້າຮ່ວມມີທ່ານເຈົ້າເມືອງ, ບັນດາທ່ານ ຄະ​ນະ​ປະ​ຈຳ​ພັກ​ເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງ​ຫົວ​ໜ້າ​ຫ້ອງ​ການອົງ​ການລັດ​ທຽບເທົ່າຫ້ອງການຂັ້ນເມືອງ, ກອງບັນຊາການທະຫານເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ອົງ​ການ​ຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ເມືອງ, ອົງການແນວລາວສ້າງຊາດເມືອງ, ສະຫະພັນນັກຮົບເກົ່າ, ໜ່ວຍບໍລິການຂອງລັດ​ວິ​ສະ​ຫະ​ກິດປະຈໍາເມືອງ​, ພະ​ນັກ​ງານ-​ລັດ​ຖະ​ກອນ, ພະ​ນັກ​ງານ​ບຳ​ນານ ແລະ ອົງ​ການ​ຈັດ​ຕັ້ງບ້ານ​ ອ້ອມຂ້າງເທດ​ສະ​ບານເມືອງ, ບັນດາບ້ານເປົ້າໝາຍເຂົ້າຮ່ວມ.

ທັງນີ້ກໍເພື່ອລາຍງານໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຊາບການເຄື່ອນໄຫວຂອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 2 ແຂວງຜົ້ງສາລີ, ສະມາຊິກສະພາປະຊາຊົນແຂວງ ແນ່ໃສ່ຮັບປະກັນໃຫ້ຖັນແຖວພະນັກງານ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ຊາວຜູ້ອອກແຮງງານ, ນັກຮຽນຮູ້, ປັນຍາຊົນ,  ແລະ ປະຊາຊົນຊາວແຂວງຜົ້ງສາລີຮັບຮູ້ ແລະ ເຊື່ອມຊຶມເຖິງ ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II; ເປັນການຊຸກຍຸ້ໃຫ້ທຸກພາກສ່ວນປະກອບສ່ວນໃນການຈັດຕັ້ງປະຕິບັດລັດຖະທໍາມະນຸນ, ກົດໝາຍ ແລະ ແຜນພັດທະນາເສດ-ສັງຄົມ, ແຜນງົບປະມານຂອງແຫ່ງຊາດ ແລະ ຂອງແຂວງ. ແນໃສ່ເຮັດໃຫ້ບັນຫາສໍາຄັນພື້ນຖານຂອງຊາດ ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນ.

ເນື້ອໃນທີ່ມາຈັດຕັ້ງເຜີຍແຜ່ປະກອບມີ: ບັນດາມະຕິກອງປະຊຸມຂອງສະພາແຫ່ງຊາດ ຊຸດທີ IX ຈໍານວນ 22 ມະຕິ ແລະ ສະພາປະຊາຊົນແຂວງ ຊຸດທີ II ຈໍານວນ 9 ມະຕິ. ເຊິ່ງເນື້ອໃນຕົ້ນຕໍຂອງການຈັດຕັ້ງຜັນຂະຫຍາຍໃນຄັ້ງນີ້ ມີຫຼາຍວຽກທີ່ສໍາຄັນ ແລະ ພົ້ນເດັ່ນທີ່ທາງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 2 ແຂວງຜົ້ງສາລີ ແລະ ສະມາຊິກສະພາປະຊາຊົນແຂວງ ຍົກຂຶ້ນມາເຜີຍແຜ່ ເປັນຕົ້ນ: u ວຽກງານບຸກຄະລາກອນຂອງຂັ້ນສູນກາງ ແລະ ຂັ້ນແຂວງ; v ວຽກງານຂົງເຂດລັດຖະບານ, ອົງການປົກຄອງແຂວງ; w ວຽກງານຂົງເຂດສະພາແຫ່ງຊາດ, ສະພາປະຊາຊົນແຂວງ; x ວຽກງານສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍຂອງແຂວງ.

ກ່ອນໜ້ານັ້ນ ທ່ານ ສົມຈິດ ຫັບລະກອນ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຂວາ ແຂວງຜົ້ງສາລີ ໄດ້ລົງເຄື່ອນໄຫວຢູ່ບັນດາບ້ານເປົ້າໝາຍ ໂດຍແບ່ງ ອອກເປັນ 2 ທິມງານ ຄື: ທິມງານທີ 1 ປະກອບມີ ທ່ານ ສົມຈິດ ຫັບລະກອນ ແລະ ທ່ານ ພົມມີ ອິນມະສອນ ປະທານກວດກາເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຂວາ ເຄື່ອນໄຫວທີ່ບ້ານ ຢາງເຕີຍ, ບ້ານຫ້ວຍສະແຫຼ່ງ, ບ້ານອົບທັບ, ບ້ານບ້ານນາ, ບ້ານໂພໄຊເໜືອ, ບ້ານໂພໄຊໃຕ້, ບ້ານ ເມືອງຂວາ, ຫ້ວຍຢາງ; ທີມງານທີ 2 ປະກອບມີ ທ່ານ ບຸນສະລີ ຈິດດາພອນ ຫົວໜ້າພະແນກສາທາລະນະສຸກແຂວງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຂວາ, ທ່ານ ນາງ ລຸນ ຄໍາວົງໃຈ ຮອງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ແລະ ທ່ານ ອຸເດັດ ມະນີວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຂວາ ເຄື່ອນໄຫວທີ ບ້ານ ອົມຕະລາ, ບ້ານ ກອງຮັດ, ບ້ານພູວຽງ, ບ້ານດັບກະຈອກ, ບ້ານມົກແພກ ແລະ ບ້ານຫ້ວຍທອງ.

ພາບ-ຂ່າວ: ນາງ ສຸກສົມພອນ ແກ້ວແສງພະຈັນ