ສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ມ.ນ. 6, 2026

(ສພຊ) – ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 5 ມີນາ ພາຍຫຼັງດຳເນີນມາແຕ່ວັນທີ 3 ມີນາ 2026; ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄ້ວາ, ປຶກສາຫາລືດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍປະຊາທິປະໄຕ-ຫົວຄິດປະດິດສ້າງ ແລະ ໄດ້ມີຄວາມເປັນເອກະພາບຮັບຮອງເອົາເອກະສານສໍາຄັນ ແລະ ໄດ້ໃຫ້ທິດຊີ້ນໍາຈຳນວນໜຶ່ງ ເປັນຕົ້ນ:
– ຮັບຮອງແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຊິ່ງຈະກາຍເປັນໂຄງການເຮັດວຽກຕະຫຼອດສະໄໝຂອງຄະນະບໍລິຫານງານສູນກາງພັກ ໃນ 5 ປີຕໍ່ໜ້າ, ທັງເປັນບ່ອນອີງໃນການສ້າງແຜນປະຕິບັດງານ, ແຜນວຽກຈຸດສຸມ ຂອງແຕ່ລະຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ.
– ຮັບຮອງເອົາແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ ໂດຍມອບໃຫ້ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກຮີບຮ້ອນປັບປຸງ, ແກ້ໄຂ ແບບແຜນເຮັດວຽກ ແລະ ວິທີນຳພາຂອງຕົນ ໃຫ້ມີຄວາມສອດຄ່ອງກວ່າເກົ່າ; ການເຮັດວຽກຕ້ອງມີແຜນການ, ມີຈຸດປະສົງ, ລະດັບຄາດໝາຍຈະແຈ້ງ; ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ໝູ່ຄະນະຢ່າງລະອຽດ, ຈະແຈ້ງ; ຮູ້ນຳໃຊ້ກົງຈັກ ແລະ ພະນັກງານ ໃຫ້ມີປະສິດທິຜົນ; ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕໃຫ້ເຂັ້ມງວດ, ເສີມຂະຫຍາຍສະຕິປັນຍາ ແລະ ກໍາລັງແຮງຂອງໝູ່ຄະນະ; ຫຼີກເວັ້ນສະພາບທີ່ມີແຕ່ເລຂາຄະນະພັກ ໃຊ້ສິດ, ໃຊ້ອຳນາດແບບອາຍາສິດ ໃນການຕົກລົງບັນຫາ.
– ໃຫ້ທິດຊີ້ນໍາຕໍ່ແຜນຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ເພື່ອໃຫ້ລັດຖະບານນຳໄປຜ່ານກອງປະຊຸມສະພາແຫ່ງຊາດ ຮັບຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
– ກຳນົດໃຫ້ແຈ້ງຕື່ມກ່ຽວກັບພາລະບົດບາດ, ສິດໜ້າທີ່ ແລະ ສາຍພົວພັນ ລະຫວ່າງເລຂາພັກແຂວງ-ນະຄອນຫຼວງ ກັບ ປະທານຄະນະກໍາມະການປົກຄອງແຂວງ-ນະຄອນຫຼວງ, ລະຫວ່າງເລຂາພັກເມືອງ-ນະຄອນ ກັບ ປະທານຄະນະກໍາມະການປົກຄອງເມືອງ-ນະຄອນ ຕ້ອງຮັບປະກັນລັກສະນະເສີມຂະຫຍາຍປະຊາທິປະໄຕ, ບໍ່ກ້າວກ່າຍສິດ, ໜ້າທີ່ຂອງກັນແລະກັນ; ເລຂາພັກແຂວງ-ນະຄອນຫຼວງ ໃນນາມເປັນປະທານສະພາປະຊາຊົນແຂວງ-ນະຄອນຫຼວງ ມີໜ້າທີ່ຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງອົງການບໍລິຫານທ້ອງຖິ່ນ ໃຫ້ມີຄວາມເຂັ້ມງວດ, ເດັດຂາດ ແລະ ໂປ່ງໃສ.
– ໃຫ້ແຕ່ລະທ້ອງຖິ່ນ ຮີບຮ້ອນໃນການສ້າງຕັ້ງຕາແສງ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ ຢ່າງຊ້າໃຫ້ສຳເລັດໃນກາງປີ 2027 ໃຫ້ສາມາດເຄື່ອນໄຫວຈັດຕັ້ງປະຕິບັດທົ່ວປະເທດ, ຮັບປະກັນການຈັດຕັ້ງປະຕິບັດວຽກງານ ກໍຄືເປັນເຈົ້າການໃນການຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ-ລັດ ໂດຍສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ເຂົ້າເຖິງຮາກຖານຢ່າງທົ່ວເຖິງ.
– ສືບຕໍ່ປັບປຸງການຈັດຕັ້ງບ້ານ, ມີການແບ່ງຄວາມຮັບຜິດຊອບລະຫວ່າງຕາແສງ ແລະ ບ້ານ ຢ່າງຈະແຈ້ງ, ເຮັດໃຫ້ບ້ານກາຍເປັນອົງການຈັດຕັ້ງຊຸມຊົນທີ່ເຂັ້ມແຂງຮອບດ້ານ, ນຳພາການພັດທະນາຢູ່ຂັ້ນບ້ານ.
– ເສີມຂະຫຍາຍບົດບາດຂອງສະພາທິດສະດີສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລແຫ່ງຊາດ… ເຂົ້າໃນການຄົ້ນຄວ້າບັນຫາຍຸດທະສາດ, ວາງ ແລະ ບູລະນະແນວທາງ, ນະໂຍບາຍ ຊ່ວຍສູນກາງພັກ.
– ເພີ່ມທະວີການຕິດຕາມ, ກວດກາ, ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນຢ່າງເປັນປະຈຳ. ບັນດາສະຫາຍກໍາມະການສູນກາງພັກ, ເລຂາພັກແຂວງ-ນະຄອນຫຼວງ ຕ້ອງມີຄວາມເປັນເຈົ້າໃນການຕິດຕາມ, ກວດກາ ການພັດທະນາຢູ່ທ້ອງຖິ່ນ ໃຫ້ເປັນລະບົບ, ສົມທົບກັບຂະແໜງການກ່ຽວຂ້ອງ ປະຕິບັດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ຕິດພັນກັບການແກ້ໄຂຂັ້ນຂອດ, ສິ່ງກົດໜ່ວງຖ່ວງດຶງການຜະລິດ-ທຸລະກິດ, ການຈັບຈອງ-ເຊົ່າ-ສໍາປະທານທີ່ດິນ, ຊັບພະຍາກອນທໍາມະຊາດ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ; ພ້ອມນັ້ນ, ກໍກວດກາຄວາມຮັບຜິດຊອບຂອງພະນັກງານທີ່ຢູ່ໃນການຄຸ້ມຄອງ ບໍ່ໃຫ້ເຮັດຜິດລະບຽບວິໄນ ແລະ ກົດໝາຍ, ຊອກໃຫ້ເຫັນ, ສົ່ງເສີມຄົນດີ, ຄົນເກັ່ງ ແລະ ເຮັດແທ້ທໍາຈິງ.
ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ກອງປະຊຸມໄດ້ມີການປັບປຸງ, ສັບຊ້ອນ, ແບ່ງງານ, ມອບໝາຍໜ້າທີ່ ໃຫ້ບັນດາສະຫາຍກົມການເມືອງ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ ໄປຮັບຜິດຊອບວຽກງານຢູ່ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ເພື່ອຊີ້ນຳການປະຕິບັດໜ້າທີ່ຂອງພັກ ແລະ ລັດ ໃຫ້ບັນລຸຜົນເປັນຈິງ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນຕື່ມບາງບັນຫາເພື່ອໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ນຳໄປຈັດຕັ້ງຜັນຂະຫາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ ດັ່ງນີ້:
ໜຶ່ງ: ສືບຕໍ່ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ “ໃຫ້ໄວ, ໃຫ້ມີຈຸດສຸມ, ໃຫ້ຖືກທິດ, ໃຫ້ເປັນຮູບປະທໍາ”.
ສອງ: ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ຮອບດ້ານ, ຮອບຄອບ ແລະ ຮັດກຸມ.
ສາມ: ຊີ້ນໍາການກະກຽມກອງປະຊຸມຄັ້ງປະຖົມມະລືກຂອງຄະນະລັດຖະບານ ຊຸດທີ X. ມອບໃຫ້ລັດຖະບານຊຸດໃໝ່ ສືບຕໍ່ຄົ້ນຄວ້າ ປັບປຸງກົງຈັກຂອງລັດຖະບານ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ, ສອດຄ່ອງກັບທິດ “ສູນກາງເຮັດໜ້າທີ່ມະຫາພາກ, ເພີ່ມຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າ ໃຫ້ທ້ອງຖິ່ນຫຼາຍຂຶ້ນ”; “ກົມການເມືອງຢາກໃຫ້ເປັນທີມງານໜັ້ກແໜ້ນ ເປັນເອກະພາບສູງ, ບືນໃສ່, ຈັບມືກັນແກ້ໄຂບັນຫາທີ່ເຮົາຍັງຄົງຄ້າງຢູ່ ໃນສະໄໝທີ XI, ໃຫ້ສືບຕໍ່ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງນັ້ນ ແລະ ໃຫ້ບຸກທະລຸໃໝ່ ຕາມທິດທີ່ພວກເຮົາເວົ້າກັນນີ້”.
ສີ່: ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ, ຍູ້ແຮງການສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນຂົງເຂດວຽກງານແນວໂຮມ ສູ່ລວງເລິກໃນເງື່ອນໄຂໃໝ່.
ຫ້າ: ສືບຕໍ່ຊີ້ນໍາການກະກຽມກອງປະຊຸມໃຫຍ່ຂອງບາງອົງຄະນະພັກຂັ້ນສູນກາງ, ກອງປະຊຸມວຽກງານຕ່າງໆ ເປັນຕົ້ນ ວຽກງານຈັດຕັ້ງ, ວຽກງານກວດກາ, ວຽກງານຫ້ອງວ່າການ, ວຽກງານສື່ມວນຊົນ, ວຽກກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ແລະ ອື່ນໆ…
ຫົກ: ຊີ້ນໍາການສືບຕໍ່ຍູ້ແຮງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງ, ກວ້າງຂວາງ, ທົ່ວເຖິງ ແລະ ຕໍ່ເນື່ອງ; ສ້າງໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າກວ່າເກົ່າ, ມີແບບຢ່າງດີເດັ່ນ ໃນການແຂ່ງຂັນຜະລິດ-ທຸລະກິດ, ການຍົກສູງຈິດໃຈຮັກຊາດ, ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ສູງຂຶ້ນ.
ສະຫາຍເລຂາທິການໃຫຍ່ ຍັງໄດ້ຊີ້ນໍາການກະກຽມກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ລົງເລິກຫົວຂໍ້ຍຸດທະສາດທີ່ເປັນບຸລິມະສິດ ໃນນັ້ນ, ໃຫ້ຄົ້ນຄວ້າ ແລະ ກະກຽມແຜນລະອຽດ ກ່ຽວກັບການປະກາດເອົາວຽກງານພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ເປັນວາລະແຫ່ງຊາດ; ໃນເງື່ອນໄຂສະພາບແວດລ້ອມພາກພື້ນ ແລະ ສາກົນ ມີຄວາມເຄັ່ງຮ້ອນ, ສັບສົນ ແລະ ຜັນແປໄວວາ ກໍຄືໃນເງື່ອນໄຂທີ່ປະເທດເຮົາຈະອອກຈາກສະຖານະພາບດ້ອຍພັດທະນາ, ຕ້ອງສືບຕໍ່ຊີ້ນໍາວຽກງານຕ່າງປະເທດ ໃຫ້ແຂງແຮງກວ່າເກົ່າ, ເປັນເຈົ້າການກວ່າເກົ່າ ແລະ ຢູ່ໃນທ່າບຸກກວ່າເກົ່າ, ສາມາດສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາສະຫາຍກຳມະການສູນກາງພັກ ຈະພ້ອມພຽງຮຽງໜ້າກັນເສີມຂະຫຍາຍມານະຈິດປະຕິວັດ ແລະ ທາດແທ້, ມູນເຊື້ອອັນສະຫງ່າລາສີຂອງພັກ ກໍຄືຂອງອົງການນຳສູງສຸດຂອງພັກເຮົາ ໃຫ້ສູງຂຶ້ນເລື້ອຍໆ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ຂະບວນການຕົວຈິງ ຢ່ຢ່າງມີໄຊ.