ສໍາເລັດກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີV

ມ.ສ. 6, 2026

    ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ໄດ້ດໍາເນີນມາເປັນເວລາ 1 ວັນເຄິ່ງ,ຢູ່ທີ່ສະໂມສອນແຂວງ ມາໃນຕອນເຊົ້າວັນທີ3 ເມສາ 2026 ໄດ້ສໍາເລັດຕາມລະດັບຄາດໝາຍ ພາຍໃຕ້ການເປັນປະທານ ຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V, ປະທານຄະນະປະຈໍາສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສູນກາງພັກ, ກໍາມະການຄະນະປະຈໍາສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແຂວງຫຼວງນໍ້າທາ, ມີ ທ່ານ ຄໍາຟອງ ອິນມານີ  ປະທານຄະນະກໍາມະການປົກຄອງ ແຂວງຫຼວງນໍ້າທາ, ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ອາດີດການນໍາຂອງແຂວງ – ອາດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ອາດີດສະມາຊິກສະພາປະຊາຊົນແຂວງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ບັນດາທ່ານສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ອົງການກວດສອບປະຈໍາພາກເໜືອ, ການນໍາບັນດາເມືອງ, ພະແນກການ-ອົງການ, ສອງກອງບັນຊາການ ປກຊ – ປກສ ແຂວງ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ບັນດາທະນາຄານ, ນັກທຸລະກິດຜູ້ປະກອບການ ພ້ອມດ້ວຍບັນດາທ່ານແຂກທີ່ຖືກເຊີນເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ຊຶ່ງບົດລາຍງານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານ , ໄດ້ດໍາເນີນການເລືອກຕັ້ງ ເອົາຕໍາແໜງສໍາຄັນຕ່າງໆ ຂອງສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ ເຊັ່ນ: ປະທານສະພາປະຊາຊົນແຂວງ, ຮອງປະທານສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ໂຄງປະກອບກົງຈັກຂອງສະພາປະຊາຊົນແຂວງ, ປະທານຄະນະກໍາມະການ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ; ພ້ອມດຽວກັນນີ້, ໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ, ໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງອົງການປົກຄອງແຂວງ ໄດ້ມີຜົນສໍາເລັດຕາມລະດັບຄາດໝາຍ, ເປັນບາດກ້າວສໍາຄັນ ໃນການສືບຕໍ່ ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນເຂັ້ມແຂງ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ຂອງແຕ່ລະຂະແໜງການ ໃນ 5 ປີ ຕໍ່ໜ້າ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ໂດຍຫັນເປັນແຜນງານ, ໂຄງການລະອຽດຂອງແຕ່ລະຂະແໜງການ, ອົງການ ແລະ ຫັນເຂົ້າສູ່ຊີວິດສັງຄົມພາຍໃນແຂວງຢ່າງທົ່ວເຖິງ, ກອງປະຊຸມ ໄດ້ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ 2026-2030 ຂອງສະພາປະຊາຊົນແຂວງ ຊຸດທີ V ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ ໂດຍໄດ້ກໍານົດ 5 ແຜນງານ ແລະ 25 ໂຄງການ, ໄດ້ຮັບຮອງເອົາວຽກງານ 5 ປີ ຂອງສານປະຊາຊົນ, ອົງການໄອຍະການແຂວງ, ວຽກງານກວດກາລັດແຂວງ ແລະ ອົງການກວດສອບປະຈຳພາກເໜືອ2, ຮັບຮອງແຜນການສ້າງ ແລະ ປັບປຸງນິຕິດກໍາໃຕ້ກົດໝາຍ 5 ປີ (2026-2030) ຊຶ່ງ ລວມມີທັງໝົດ 16 ສະບັບ, ສ້າງໃໝ່ 8 ສະບັບ ແລະ ປັບປຸງ 8 ສະບັບ. ເພື່ອຮັບປະກັນເຮັດໃຫ້ ການຜັນຂະຫຍາຍ ບັນດາກົດໝາຍຂອງແຕ່ລະຂົງເຂດ ເປັນນິຕິກໍາໃຕ້ກົດໝາຍຂອງແຂວງ ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລະບົບກົດໝາຍ ເປັນຮູບປະທໍາຂຶ້ນເທື່ອລະກ້າວ.

ກອງປະຊຸມ ຍັງໄດ້ຮັບຟັງ ການຊີ້ແຈງອະທິບາຍ ຈາກບັນດາພະແນກການ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ຕໍ່ຂໍ້ຂ້ອງໃຈຂອງສະມາຊິກສະພາປະຊາຊົນແຂວງ ຊຶ່ງສ່ອງແສງໃຫ້ເຫັນເຖິງ ຄວາມຮັບຜິດຊອບຂອງອົງການປົກຄອງແຂວງ, ອົງການທີ່ກ່ຽວຂ້ອງ ໃນການປະຕິບັດໜ້າທີ່ ທີ່ປະຊາຊົນມອບໝາຍໃຫ້.