(ສພຊ) – ເພື່ອແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງເລິກເຊິ່ງ, ຊຸກຍູ້ ແລະ ສົ່ງເສີມການລົງທຶນລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ມີບາດກ້າວໃໝ່, ສະດວກວ່ອງໄວ, ສາມາດດຶງດູດການລົງທຶນທີ່ມີຄຸນນະພາບ ຕິດພັນກັບການແຂ່ງຂັນ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ; ຖອດຖອນບົດຮຽນດ້ານດີ ແລະ ທ່າແຮງກ່ຽວກັບການລົງທຶນດຳເນີນທຸລະກິດຂອງພາກທຸລະກິດຫວຽດນາມ ຢູ່ ສປປລາວ ພ້ອມທັງສະເໜີແຜນການຮ່ວມມືໃນຕໍ່ໜ້າ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

ສະພາແຫ່ງຊາດ (ສພຊ) ຮ່ວມກັບສະຖານທູດຫວຽດນາມ ປະຈຳ ສປປລາວ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການລົງທຶນຂອງ ສສ.ຫວຽດນາມ ຢູ່ ສປປລາວ ໃນຕອນເຊົ້າວັນພຸດທີ 10 ກໍລະກົດຜ່ານມາ ໂດຍການເປັນປະທານຮ່ວມຂອງສະຫາຍ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ແລະ ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ສປປລາວ; ມີບັນດາປະທານ, ຮອງປະທານກໍາມາທິການ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7, 11, 12 ແລະ 15 ພ້ອມດ້ວຍຄະນະກົມຈາກ ສພຊ ແລະ ພາກສ່ວນລັດຖະບານທີ່ກ່ຽວຂ້ອງ, ບັນດາຕາງໜ້າຈາກຄະນະກຳ ມະການຮ່ວມມື ລາວ-ຫວຽດນາມ, ພະນັກງານສະຖານທູດຫວຽດນາມ ປະຈຳ ສປປລາວ ແລະ ພາກສ່ວນທຸລະກິດຂອງຫວຽດນາມ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດກ່ຽວກັບສະພາບການເຄື່ອນໄຫວ, ບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການລົງທຶນດໍາເນີນທຸລະກິດຂອງພາກທຸລະກິດຫວຽດນາມ ຢູ່ ສປປລາວ ໃນໄລຍະຜ່ານມາ ແລະ ສົນທະນາແລກປ່ຽນຄໍາຄິດຄໍາເຫັນ ເຊິ່ງກັນແລະກັນຢ່າງເລິກເຊິ່ງ.
ສະຫາຍ ຫງວຽນ ບ໋າ ຮຸ່ງ ຍັງໄດ້ນໍາພາຄະນະບໍລິຫານງານຂອງບໍລິສັດ ກຣີນໄລທ໌ ຫວຽດນາມ (GREENLIGHT VIETNAM) ເຂົ້າຢ້ຽມຂໍ່ານັບສະຫາຍ ສົມມາດ ພົລເສນາ ເພື່ອນໍາສະເໜີໂຄງການປູກຕົ້ນໄມ້ເພື່ອ ນໍາມາປຸງແຕ່ງເປັນສິນຄ້າ.
(ຂ່າວ ແລະ ພາບ: ສອນສັກ ວັນວິໄຊ)