ສ້າງຄວາມໝັ້ນໃຈໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ເພດຍິງ

ກ.ພ. 3, 2026

(ສພຊ) – ໃນລະຫວ່າງວັນທີ 2-3 ກຸມພາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX ໄດ້ຈັດກອງປະຊຸມເຝິກອົມຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ເປັນເພດຍິງ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX, ກຳມະການອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ, ໂດຍການເຂົ້າຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກຳມະການເລືອກຕັ້ງລະດັບຊາດ, ມີບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ທີ່ເປັນເພດຍິງ ຈາກ 10 ແຂວງ ຄື: ນະຄອນຫຼວງວຽງຈັນ, ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ວຽງຈັນ ແລະ ໄຊສົມບູນ ລວມ 200 ກວ່າທ່ານ.
ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ມີຄຳເຫັນວ່າ: ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍເພື່ອຍົກລະດັບຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຂອງ ສປປລາວ, ຄວາມໝາຍ, ຄວາມສຳຄັນ, ຈຸດປະສົງລະດັບຄາດໝາຍຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ສ້າງຄວາມເຂັ້ມແຂງດ້ານທັກສະການໂຄສະນາຫາສຽງ ໃຫ້ແກ່ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາທີ່ເປັນເພດຍິງ; ສ້າງຄວາມຮູ້ພື້ນຖານກ່ຽວກັບມາລະຍາດທາງສັງຄົມ, ທັກສະການເວົ້າ, ພາສາກາຍ, ມາລະຍາດ ແລະ ການນຸ່ງຖື ໃນການລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງ; ວິທີສ້າງຄວາມໝັ້ນໃຈໃນການໃຫ້ສຳພາດຕໍ່ສື່ມວນຊົນ. ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ມີການເຝິກປະຕິບັດຕົວຈິງ ເພື່ອສ້າງຄວາມໝັ້ນໃຈ ແລະ ເປັນຄວາມຮູ້ພື້ນຖານໃຫ້ຜູ້ສະໝັກຮັບເລືອກຕັ້ງມີຄວາມພ້ອມໃນການລົງສູ່ສະໜາມເລືອກຕັ້ງ.
ກອງປະຊຸມໄດ້ຮັບຟັງທິດຊີ້ນຳຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກ່ຽວກັບວຽກງານເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໂດຍສະເພາະແມ່ນໄດ້ເຜີຍແຜ່ເນື້ອໃນມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ສະບັບເລກທີ 16/ຄລຊ, ລົງວັນທີ 12 ມັງກອນ 2026 ກ່ຽວກັບການໂຄສະນາ, ພົບປະປະຊາຊົນຜູ້ມີສິດເລືອກຕັ້ງ ຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງ ກໍຄືການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງໃນເວທີການເມືອງ ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ເຝິກປະຕິບັດຕົວຈິງ ໃຫ້ສາມາດນຳເອົາບົດຮຽນຈາກກອງປະຊຸມເຝິກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການລົງສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ແນໃສ່ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ສາມາດເລືອກໄດ້ ສສຊ ແລະ ສສຂ ເພດຍິງ ບັນລຸ 30% ຂຶ້ນໄປ ຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກແຜນງານເຊກ້າ ໄລຍະທີ II (CEGGA-phase II) ໂດຍຜ່ານອົງການເຮວວີຕັສ (Helvetas).
(ກົງທະນູຄຳ ພິພັດເສລີ)