loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານ-ລັດຖະກອນ ທີ່ເປັນເສນາທິການ ຂອງ​ສະພາປະຊາຊົນແຂວງ​ ອັດຕະປື.

ທ.ວ. 29, 2023 | ເຂດ 17 ອັດ​ຕະ​ປື

ກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງກ່ຽວກັບການແກະຄໍາເຫັນ, ການກວດແກ້, ການປະມວນເອກະສານ ແລະ ການເກັບຮັກສາຂໍ້ມູນຄໍາເຫັນຕໍ່ກອງປະຊຸມສະພາ, ການຕິດຕາມກວດກາການຄົ້ນຄວ້າຄໍາຮ້ອງທຸກ ແລະ ການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ, ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ​ ແລະ​ ແຜນງົບປະມານຂັ້ນແຂວງ ໄດ້ຈັດຂື້ນໃນວັນທີ 26-27 ທັນວາ 2023 ນີ້,​ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງ​ອັດຕະປື,​ ​ ໂດຍການເປັນປະທານຂອງ ທ່ານ ນາງ​ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີ​ບັນດາທ່ານ​ຄະນະປະຈໍາ​ສະພາປະຊາຊົນແຂວງ,​  ນັກວິທະຍາກອນ ທີ່ມາຈາກສະພາແຫ່ງຊາດ ແລະ​ ​ ນັກສໍາມະນາກອນ ທີ່ເປັນສະມາຊິກສະພາປະຊາຊົນແຂວງ ແລະ​ ພະນັກງານ-ລັດຖະກອນ​ ທີ່ເປັນເສນາທິການໃຫ້ແກ່ ສະພາປະຊາຊົນແຂວງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ,​

ກອງປະຊຸມ, ໄດ້ຮັບຟັງການສະເໜີບົດຮຽນ ການແກະຄໍາເຫັນ, ການກວດແກ້, ການປະມວນເອກະສານ ແລະ ການເກັບຮັກສາຂໍ້ມູນຄໍາເຫັນຕໍ່ກອງປະຊຸມສະພາ, ການຕິດຕາມກວດກາການຄົ້ນຄວ້າຄໍາຮ້ອງທຸກ ແລະ ການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ, ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ​ ແລະ​ ແຜນງົບປະມານຂັ້ນແຂວງ, ເພື່ອຍົກລະດັບຄວາມຮັບຮູ້ ຂອງສະມາຊິກສະພາປະຊາຊົນແຂວງ ກໍ່ຄືພະນັກງານ-ລັດຖະກອນ ທີ່ເປັນເສນາທິການ ໃຫ້ແກ່ສະພາປະຊາຊົນແຂວງອັດຕະປື, ໃຫ້ມີຄວາມຮັບຮູ້ເຂົ້າໃຈ, ມີການພັດທະນາດີຂື້ນ, ມີຄວາມເຂັ້ມແຂງດ້ານບຸກຄະລາກອນ ແລະ ເປັນເອກະພາບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ເວົ້າລວມ, ເວົ້າສະເພາະ ກໍ່ເປັນການສ້າງຄວາມຮັບຮູ້ເຂົ້າໃຈ ກ່ຽວກັບຂັ້ນຕອນ ແລະ ວິທີການໃນການແກະຄໍາເຫັນຂອງຜູ້ແທນ, ການຕິດຕາມກວດກາ ແຜນງົບປະມານຂັ້ນແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ; ຂັ້ນຕອນ, ວິທີການຄົ້ນຄວ້າ, ແກ້ໄຂ ຄໍາຮ້ອງທຸກຂອງປະຊາຊົນ ໃຫ້ມີຄວາມຖືກຕ້ອງສອດຄ່ອງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ. ເພື່ອຮັບປະກັນໃນການນໍາເຂົ້າໄປຄົ້ນຄວ້າພິຈາລະນາ  ໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນ.

ໂອກາດນີ້ໄດ້ພ້ອມກັນ​ຄົ້ນຄວ້າຮຽນ​ຮູ້, ແລກປ່ຽນສົນທະນາບາງ​ບົດຮຽນຮ່ວມ​ກັນ ແລະ ປະກອບຄວາມ​ຄິດ​ຄໍາ​ເຫັນຊັກ​ຖາມ​​ໃນ​ບັນຫາ​ຕ່າງໆ ​ ​​ໃຫ້​ມີ​ຄວາມ​ເຂົ້າ​ໃຈຢ່າງ​ເລິກ​​ເຊິ​ງ ​ສາມາດ​ນຳ​ເອົາ​ຄວາມ​ຮູ້ ​ແລະ ບົດຮຽນທີ່ໄດ້ຮຽນຮູ້ໃນຄັ້ງ​ນີ້ ​ໄປ​ປະຕິບັດໝູນ​ໃຊ້ເຂົ້າໃນ​ວຽກງານຕົວຈິງ ໃຫ້​ເກີດດອກ​ອອກ​ຜົນ​ຫຼາຍຂື້ນ, ແນ່ໃສ່ຍົກສູງຄວາມຮັບຮູ້ເຂົ້າໃຈ ແລະ ຄວາມສາມາດຕ່າງໆ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໄປຕາມແຕ່ລະເງື່ອນໄຂ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

(ນັກຂ່າວ:ສພຂ​ ອັດຕະປື)