(ສພຊ) ເພື່ອຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມຮາກຖານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຮັບປະກັນໃຫ້ແກ່ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເປັນເສນາທິການໃຫ້ແກ່ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີ.![]()
![](https://na.gov.la/wp-content/uploads/2022/05/WhatsApp-Image-2022-05-18-at-10.20.01-AM.jpeg)
ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບບັນດາເນື້ອໃນຕ່າງໆ ຄື: ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມຮາກຖານກໍາມາ ທິການວຽກງານສະມາຊິກສະພາແຫ່ງຊາດ; ພາລະບົດບາດຂອງພະແນກຄົ້ນຄວ້າ-ສັງລວມ, ກົມຄຸ້ມຄອງ ສສຊ; ພາລະບົດບາດຂອງພະແນກຄຸ້ມຄອງ ແລະ ນະໂຍບາຍ, ກົມຄຸ້ມຄອງສະມາຊິກສະພາແຫ່ງຊາດ ພາລະບົດບາດຂອງພະແນກພັດທະນາວຽກງານສະພາ, ກົມພັດທະນາວຽກງານສະພາ; ພາລະບົດບາດວຽກງານຂອງພະແນກວຽກງານການເລືອກຕັ້ງ, ກົມພັດທະນາວຽກງານສະພາ. ພ້ອມນັ້ນ, ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຕິດຕາມ ແລະ ປະກອບຄຳຄິດຄຳເຫັນ ຢ່າງເປັນເຈົ້າການ, ມີຈຸດສຸມ ທັງແລກປ່ຽນສົນທະນາຮ່ວມກັນ ເພື່ອເຮັດໃຫ້ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ສາມາດເຫັນໄດ້ທິດທາງ, ວິທີການແກ້ໄຂບັນຫາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ປັບປຸງແບບແຜນວິທີການເຄື່ອນໄຫວວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິພາບສູງກວ່າເກົ່າ.![]()
![](https://na.gov.la/wp-content/uploads/2022/05/WhatsApp-Image-2022-05-18-at-10.20.02-AM.jpeg)
ວັນທີ 17 ພຶດສະພາຜ່ານມາ ໜ່ວຍຊາວໜຸ່ມຮາກຖານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຈັດກອງປະຊຸມເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ການເປັນເສນາທິການຂອງກໍາມາທິການວຽກງານ ສສຊ ໂດຍການເຂົ້າຮ່ວມຂອງສະຫາຍ ສຸບັນ ສະວະວຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ເປັນປະທານໂດຍສະຫາຍ ປອ. ຈັນທີ ປັດຊະຍາ ຫົວໜ້າພະແນກວຽກງານການເລືອກຕັ້ງ ທັງເປັນເລຂາໜ່ວຍຊາວໜຸ່ມ ຮາກຖານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ເຊິ່ງບັນດາສະຫາຍສະມາຊິກຊາວໜຸ່ມພາຍໃນກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)