

ຕອນເຊົ້າຂອງວັນອັງຄານ, ວັນທີ 10 ພຶດສະພາ 2022 ຢູ່ທີ່ສະໂມສອນເມືອງນາໝໍ້, ສະພາປະຊາຊົນແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຊ່ວຍວຽກ ສະພາປະຊາຊົນແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ເຂົ້າຮ່ວມກອງປະຊຸມໂດຍມີທ່ານ ຄຳເຜີຍ ງອນວັນຄໍາ ກຳມະການປະຈໍາພັກແຂວງ, ຮອງປະທານ ສພຂ, ມີທ່ານ ນາງ ບົວພອນ ແກ້ວມະນີ ຮອງເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງນາໝໍ້, ມີກໍາມະການປະຈໍາ ສພຂ, ພະນັກງານວິຊາການພາຍໃນ ສພຂ ແລະ ພະນັກງານຊ່ວຍວຽກຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 7 ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.






ກອງປະຊຸມໄດ້ຮັບຟັງການສະເຫນີກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ ຂອງສະພາປະຊາຊົນຂັ້ນແຂວງ, ຂໍ້ຕົກລົງຮ່ວມລະຫວ່າງສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ສະບັບເລກທີ 70/ອຊ, ລົງວັນທີ 4 ກຸມພາ 2022 ແລະ ໄດ້ຮັບຟັງການບັນຍາຍກ່ຽວກັບເທັກນິກການເປັນພິທີກອນ ຫຼື ຄະນະຈັດຕັ້ງພິທີການ ຈາກນັ້ນ, ກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມມີຄໍາຄິດຄຳເຫັນ; ສົນທະນາແລກປ່ຽນ ຕໍ່ກັບບັນດາເນື້ອໃນຕ່າງໆ ທີ່ນໍາເຂົ້າຜ່ານໃນກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແລະ ໄດ້ຈັດແບ່ງເປັນກຸ່ມຝຶກຕົວຈິງ.



ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຊ່ວຍວຽກ ສະພາປະຊາຊົນແຂວງອຸດົມໄຊ ໃນເວລາຕິດຕາມກວດກາ, ລົງພົບປະປະຊາຊົນແຕ່ລະຄັ້ງຂອງສະມາຊິກສະພາປະຊາຊົນແຂວງ ໃນຖານະທີ່ເປັນເສນາທິການ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໃຫ້ມີຄວາມຮູ້ຄວາມສາມາດໃນຫຼາຍດ້ານ, ໃນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ຖືກຕ້ອງ, ສອດຄອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ຈະດຳເນີນເປັນເວລາ 3 ວັນ.

ພາບ-ຂ່າວ: ແສງພອນ ອິນນະລົງ.