(ສພຊ) ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງກົມສື່ມວນຊົນ ທາງດ້ານເຕັກນິກ ແລະ ເນື້ອໃນວຽກງານສື່ມວນຊົນ, ເປັນຕົ້ນວຽກງານການຂຽນຂ່າວ, ບົດ ແລະ ການຕັດຕໍ່ວິດີໂອເຂົ້າໃນລາຍການໂທລະພາບ ແລະ ສື່ອອນລາຍ; ບຳລຸງຍົກລະດັບຄວາມຮູ້, ຄວາມສາມາດ, ປະສົບການ, ຄວາມເຂົ້າໃຈດ້ານວຽກງານສື່ມວນຊົນ ແລະ ເພື່ອຮັບປະກັນຄຸນນະພາບທາງດ້ານຂໍ້ມູນ-ຂ່າວສານຂອງສະພາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສາມາດຕອບສະໜອງໄດ້ໜ້າທີ່ວຽກງານຂອງສະພາແຫ່ງຊາດ ແລະ ເພື່ອເປັນການສຳມະນາບົດຮຽນດ້ານເຕັກນິກ, ແລກປ່ຽນທາງດ້ານວຽກງານການຂຽນຂ່າວ-ບົດ ແລະ ວິທີການແກ້ໄຂບັນຫາຕ່າງໆ ໃນການປະຕິບັດວຽກງານສື່ມວນຊົນໃນຕົວຈິງ ໃນລະຫວ່າງວັນທີ 17-18 ມິຖຸນາ 2023 ກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງ ໃຫ້ລັດຖະກອນພາຍໃນກົມສື່ມວນຊົນ ກ່ຽວກັບການຈັດລາຍການສົນທະນາ ແລະ ວຽກງານສື່ອອນລາຍຂອງສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຜູ້ຊີ້ນໍາວຽກງານຂອງກົມສື່ມວນຊົນ; ຄະນະທີ່ປຶກສາວຽກງານສື່ມວນຊົນ ຂອງສະພາແຫ່ງຊາດ, ວິທະຍາກອນ, ຄະນະກົມ ພ້ອມດ້ວຍນັກສໍາມະນາກອນພາຍໃນກົມສື່ມວນຊົນ ແລະ ສະພາປະຊາຊົນແຂວງວຽງຈັນ.
![](https://na.gov.la/wp-content/uploads/2023/06/352753268_743777247751763_679055731846220907_n.jpg)
ກອງປະຊຸມໄດ້ຮັບຟັງການສະເໜີຫົວຂໍ້ການຂຽນຂ່າວ, ບົດ, ການຈັດເນື້ອໃນລາຍການຂ່າວ ເພື່ອຜະລິດເປັນລາຍການໂທລະພາບ ແລະ ສື່ອອນລາຍ ຈາກທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທັງເປັນຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ; ຫົວຂໍ້ວິທີສໍາພາດ ແລະ ເປັນພິທີກອນຂ່າວ ແລະ ພິທີກອນລາຍການໂທລະພາບຕ່າງໆ ຈາກວິທະຍາກອນຮັບເຊີນຂອງໂທລະພາບແຫ່ງຊາດ ແລະ ຫົວຂໍ້ການຖ່າຍທໍາ ແລະ ຕັດຕໍ່ລາຍການໂທລະພາບ ແລະ ສື່ອອນລາຍ ຈາກວິທະຍາກອນຂອງສະພາແຫ່ງຊາດ. ຈາກນັ້ນ, ຜູ້ເຂົ້າຮ່ວມທັງໝົດ ໄດ້ຈັດແບ່ງກຸ່ມເຮັດບົດເຝິກຫັດຕົວຈິງ ແລະ ກວດແກ້, ສົນທະນາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ.
![](https://na.gov.la/wp-content/uploads/2023/06/352341194_743776927751795_6770900760208459363_n.jpg)
![](https://na.gov.la/wp-content/uploads/2023/06/354058293_743777087751779_8455139539146978191_n.jpg)