(ສພຂ) – ວັນທີ 16-17 ຕຸລານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໄດ້ມີກອງປະຊຸມເຝິກອົບຮົມເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ພົຕ. ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກແຂວງ, ບັນດາຮອງເລຂາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ (ສພຂ) ແລະ ສະມາຊິກຄະນະກຳມະການປົກຄອງແຂວງ, ຫົວໜ້າ 2 ກອງບັນຊາການ, ປະທານສານປະຊາຊົນແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານແນວລາວສ້າງຊາດແຂວງ, ປະທານສະຫະພັນນັກຮົບເກົ່າແຂວງ, ປະທານ ແລະ ເລຂາ 3 ອົງການຈັດຕັ້ງມະຫາຊົນແຂວງ, ບັນດາຫົວໜ້າອົງການລັດທຽບເທົ່າພະແນກການຂັ້ນແຂວງ, ບັນດາເລຂາພັກເມືອງ ແລະ ປະທານຄະນະກໍາມະການປົກຄອງເມືອງ, ບັນດາອໍານວຍການໂຮງຮຽນ, ໂຮງໝໍ ແລະ ບໍລິສັດລັດວິສາຫະກິດພາກລັດ-ເອກະຊົນ, ພະນັກງານຈາກ ສພຊ ແລະ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຄໍາໃບ ດໍາລັດ ໄດ້ມີຄຳເຫັນກ່າວເປີດວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່, ໂຄສະນາກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ; ເປັນການຊຸກຍູ້, ແນະນໍາ ແລະ ສ້າງຄວາມເປັນເອກະພາບ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມໃຫ້ແກ່ການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທັງເປັນຂໍ້ມູນ, ບ່ອນອີງ ໃຫ້ແກ່ການຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງຂອງສະພາໃນຊຸດຕໍ່ໄປ ໃຫ້ເປັນລະບົບ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນໃຫ້ແກ່ການເສີມຂະຫຍາຍ ແລະ ການຍົກສູງບົດບາດການນໍາພາຂອງພັກເວົ້າລວມ ໂດຍສະເພາະການຍົກສູງບົດບາດຂອງສະພາ ໃຫ້ມີຄວາມເຂັ້ມແຂງ, ເລິກເຊິ່ງ, ຮອບດ້ານ ສົມຄູ່ກັບການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດຂອງປະຊາຊົນລາວບັນດາເຜົ່າ. ທ່ານຍັງຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຕິດຕາມຮັບຟັງການສະເໜີບົດຮຽນແຕ່ລະເນື້ອໃນທີ່ໄດ້ກ່າວມານັ້ນ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ບັນຫາໃດທີ່ບໍ່ທັນເຂົ້າໃຈ ຫຼື ບໍ່ທັນຈະແຈ້ງ ກໍໃຫ້ມີການສະເໜີຖາມ ແລະ ປຶກສາຫາລືແລກປ່ຽນບົດຮຽນນໍາກັນ ເພື່ອຄວາມຮັບຮູ້ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ.

ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ສະເໜີບົດຮຽນໃນຫົວຂໍ້ການຍົກສູງພາລະບົດບາດໃນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ແນະນໍາກ່ຽວກັບການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຸດຕໍ່ໄປ. ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ເປັນເຈົ້າການແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກວ້າງຂວາງ ແລະ ກົງໄປກົງມາ.
(ຂ່າວ: ພຸດສະດີ ແສງຈອມຄູນ, ພາບ: ນາງ ບົວແສງ ສຸລິວົງ)