ສ້າງຄວາມຮັບຮູ້ພາລະບົດບາດຂອງ ສພຊ ແລະ ສພຂ

​ພ.ຈ. 1, 2025

(ສພຂ) – ວັນທີ 31 ຕຸລາ – 1 ພະຈິກນີ້ ທີ່ສະພາປະຊາຊົນແຂວງ (ສພຂ) ບໍລິຄໍາໄຊ ໄດ້ເປີດກອງປະຊຸມເຝິກອົບຮົມເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ປອ. ສອນທະນູ ທໍາມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄໍາໄຊ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ, ບັນດາທ່ານຄະນະປະຈໍາ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າພະແນກຂັ້ນແຂວງ, ເລຂາພັກເມືອງ ແລະ ປະທານຄະນະກຳມະການປົກຄອງເມືອງ 7 ເມືອງ ພ້ອມດ້ວຍຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ. ພູທອນ ວໍລະເພັດ ຮອງປະທານກໍາມາທິການກົດໝາຍ ໄດ້ເຜີຍແຜ່ເອກະສານກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ບົດຮຽນກ່ຽວກັບການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນຂອງ ສພຂ; ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ ທັງເປັນການຊຸກຍູ້, ແນະນໍາ ແລະ ສ້າງຄວາມເປັນເອກະພາບ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ທັງເປັນຂໍ້ມູນ, ບ່ອນອີງ ໃຫ້ແກ່ການຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງຂອງສະພາໃນຊຸດຕໍ່ໄປ ໃຫ້ເປັນລະບົບ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນໃຫ້ແກ່ການເສີມຂະຫຍາຍ ແລະ ການຍົກສູງບົດບາດການນໍາພາຂອງພັກເວົ້າລວມ ໂດຍສະເພາະການຍົກສູງບົດບາດຂອງສະພາ ໃຫ້ມີຄວາມເຂັ້ມແຂງ, ເລິກເຊິ່ງ, ຮອບດ້ານ ສົມຄູ່ກັບການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.
ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນຕໍ່ວຽກງານດັ່ງກ່າວຮ່ວມກັນ ໂດຍສະເພາະດ້ານກົນໄກການປະສານງານລະຫວ່າງສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງແຂວງ, ບາດກ້າວຂັ້ນຕອນການຈັດຕັ້ງປະຕິບັດພາລະບົດບາດຂອງສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ດ້ານໂຄງປະກອບບຸກຄະລາກອນ ແລະ ອື່ນໆ.

(ຂ່າວ: ໂສລະຢ໋າ, ພາບ: ລະອອງດາວ)