(ສພຂ) – ວັນທີ 22-23 ກັນຍານີ້ ທີ່ສະໂມສອນເມືອງສາລະວັນ, ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມເຝິກອົບຮົມສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ ແລະ ວຽກງານກະກຽມດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ແກ່ເລຂາ-ຮອງເລຂາພັກແຂວງ-ເມືອງ, ປະທານຄະນະກໍາມະການປົກຄອງແຂວງ-ເມືອງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງ (ສພຂ) ສາລະວັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ປອ. ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສາລະວັນ, ທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14, ປະທານສະພາປະຊາຊົນແຂວງສາລະວັນ ພ້ອມດ້ວຍບັນດາທ່ານສໍາມະນາກອນ ເຂົ້າຮ່ວມ 70 ກວ່າທ່ານ.
ທ່ານ ຄໍາໃບ ດໍາລັດ ໄດ້ມີຄຳເຫັນກ່າວເປີດວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່, ໂຄສະນາກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ; ເປັນການຊຸກຍູ້, ແນະນໍາ ແລະ ສ້າງຄວາມເປັນເອກະພາບ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມໃຫ້ແກ່ການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທັງເປັນຂໍ້ມູນ, ບ່ອນອີງ ໃຫ້ແກ່ການຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງຂອງສະພາໃນຊຸດຕໍ່ໄປ ໃຫ້ເປັນລະບົບ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນໃຫ້ແກ່ການເສີມຂະຫຍາຍ ແລະ ການຍົກສູງບົດບາດການນໍາພາຂອງພັກເວົ້າລວມ ໂດຍສະເພາະການຍົກສູງບົດບາດຂອງສະພາ ໃຫ້ມີຄວາມເຂັ້ມແຂງ, ເລິກເຊິ່ງ, ຮອບດ້ານ ສົມຄູ່ກັບການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. ທ່ານຍັງຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຕິດຕາມຮັບຟັງການສະເໜີບົດຮຽນແຕ່ລະເນື້ອໃນທີ່ໄດ້ກ່າວມານັ້ນ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ບັນຫາໃດທີ່ບໍ່ທັນເຂົ້າໃຈ ຫຼື ບໍ່ທັນຈະແຈ້ງ ກໍໃຫ້ມີການສະເໜີຖາມ ແລະ ປຶກສາຫາລືແລກປ່ຽນບົດຮຽນນໍາກັນ ເພື່ອຄວາມຮັບຮູ້ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ.
ທ່ານ ສຸບັນ ສະວະບຸດ ໄດ້ສະເໜີກ່ຽວກັບຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເລີ່ມແຕ່ປີ 1975-2025 ແລະ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ສໍາມະນາກອນໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ຈາກນັ້ນ, ກໍໄດ້ມີການສົນທະນາແລກປ່ຽນຄໍາຄິດເຫັນຕໍ່ວຽກງານດັ່ງກ່າວ ດ້ວຍບັນຍາກາດຟົດຟື້ນ ໂດຍສະພາະວຽກການປະຕິບັດນະໂຍບາຍ, ກົນໄກການປະສານງານລະຫວ່າງ ສພຂ ກັບອົງການປົກຄອງແຂວງ, ບາດກ້າວຂັ້ນຕອນການຈັດຕັ້ງປະຕິບັດພາລະບົດບາດຂອງ ສສຂ ປະຈໍາເຂດເລືອກຕັ້ງເມືອງ, ດ້ານໂຄງປະກອບບຸກຄະລາກອນ ແລະ ອື່ນໆ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນງົບປະມານສົມທົບຂອງໂຄງການເຊກາ.
(ຂ່າວ: ດີລໍາພົນ ພົມມະຈັນ, ພາບ: ຈັນທີ ດວງປັນຍາ)
ສ້າງຄວາມຮັບຮູ້ພາລະບົດບາດ ສພຊ, ສພຂ ແລະ ວຽກງານກົງຈັກການຈັດຕັ້ງ, ການກະກຽມການເລືອກຕັ້ງ
