
ຕອນບ່າຍຂອງວັນພະຫັດ, ວັດທີ 15 ທັນວາ 2022, ທ່ານ ດຣ ນ.ສິດທິວອນ ຫົງສາຄອນ ຮອງປະທານຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ພ້ອມດ້ວຍທິມງານໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ, ຕ້ອນຮັບໂດຍທ່ານ ສົມພອນ ນາວຮືວ່າງ ຮອງເລຂາຄະນະພັກຮາກຖານ, ອຳນວຍການສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ແລະ ມີຄູອາຈານພາຍໃນສູນພັດທະນາສີມືແຮງງານ ເຂົ້າຮ່ວມ.




ຕາມການລາຍງານຂອງທ່ານ ສົມພອນ ນາວຮືວ່າງ, ອຳນວຍການສູນພັດທະນາສີມືແຮງງານແຂວງອຸດົມໄຊ ໃຫ້ຮູ້ວ່າ: ສູນການຝຶກ ແລະ ພັດທະນາສີມືແຮງງານ ແຂວງອຸດົມໄຊ ຮອງຮັບຜູ້ເຂົ້າຝຶກຈາກບັນດາແຂວງພາກເໜືອ, ມີ 7 ສາຂາວິຊາຮຽນຄື: ຊ່າງຕັດຍິບເຄື່ອງນຸ່ງ, ຊ່າງປຸງແຕ່ງອາຫານ ແລະ ການໂຮງແຮມ, ຊ່າງກໍ່ສ້າງ-ເຄຫາສະຖານ, ຊ່າງໄຟຟ້າເຕັກນິກ, ຊ່າງນຳໃຊ້ ແລະ ຊ້ອມແປງຄອມພິວເຕີ, ຊ່າງນໍາໃຊ້ ແລະ ສ້ອມແປງລົດຈັກ ແລະ ສາຂາປູກຝັງ-ລ້ຽງສັດ. ໃນແຕ່ລະປີມີ 2 ຊຸດຮຽນ, ຊຸດ 1 ຮອງຮັບນັກຮຽນໄດ້ 300 ກວ່າຄົນ, ໃນແຕ່ລະປີສາຂາວິຊາທີ່ມີຜູ້ເຂົ້າຝຶກຫຼາຍກວ່າໝູ່ແມ່ນ: ຕັດຍິບເຄື່ອງນຸ່ງ, ປຸງແຕ່ງອາຫານ ແລະ ການໂຮງແຮມ, ສ້ອມແປງລົດຈັກ ແລະ ໄຟຟ້າ. ສ່ວນສາຂາທີ່ມີຜູ້ເຂົ້າຝຶກໜ້ວຍແມ່ນສາຂາ ປູກຝັງ-ລ້ຽງສັດ ແລະ ກໍ່ສ້າງ-ເຄຫາສະຖານ. ພ້ອມກັນນັ້ນຍັງໄດ້ຮັບຟັງການລາຍງານຕາມຄໍາຖາມເຈາະຈີ້ມຂອງຄະນະກໍາມະການ ແລະ ວຽກງານອື່ນໆ.



ຈຸດປະສົງຂອງການລົງເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ແມ່ນ: ເພື່ອຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານພາຍໃນສູນພັດທະນາສີມືແຮງງານແຂວງອຸດົມໄຊ, ເພື່ອປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະກຳມະການ ແລະ ເພື່ອເປັນການເກັບກຳຂໍ້ມູນໃຫ້ຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າ ໃນການກະກຽມບັນດາເນື້ອໃນ ແລະ ດຳເນີນກອງປະຊຸມຄົບຄະນະ ປະຈໍາປີ 2022 ທີ່ຈະໄຂຂຶ້ນໃນທ້າຍເດືອນມັງກອນ 2023 ທີ່ຈະມາເຖິ່ງນີ້, ພ້ອມດຽວກັນນັ້ນທາງຄະນະທິງານຍັງໄດ້ລົງຢ້ຽມຢາມຫ້ອງການຝຶກຕົວຈິງຕື່ມອີກ.
