(ສພຊ) – ໃນພິທີເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດເປີດກອງປະຊຸມວ່າ: ມື້ນີ້, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX ໄລຍະມ້ວນທ້າຍສະໄໝ ແລະ ກະກຽມການສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ນັ້ນຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ສະພາແຫ່ງຊາດ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ເຮັດໃຫ້ການເຄື່ອນໄຫວວຽກງານໃນໄລຍະ 6 ເດືອນຕົ້ນປີ 2025 ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ອັນພົ້ນເດັ່ນແມ່ນການພິຈາລະນາຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025, ການປັບປຸງກົງຈັກການຈັດຕັ້ງຂອງລັດຖະ ບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ທີ່ໄດ້ຖືກຮັບຮອງໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ; ນອກນັ້ນ, ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ມີການພິຈາລະນາຮັບຮອງເອົາການປັບປຸງເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍປະກັນສັງຄົມ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກເປັນອັນລະອຽດ ໂດຍສອດຄ່ອງກັບເນື້ອໃນຂອງລັດຖະທໍາມະນູນ ສະບັບປັບປຸງປີ 2025.

ເຖິງວ່າໃນໄລຍະ 6 ເດືອນຕົ້ນປີ 2025, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ພວມມີການຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫຼັບຊັບຊ້ອນ, ຄາດຄະເນໄດ້ຍາກ ທີ່ມີທັງສິ່ງທ້າທາຍ ແລະ ກາລະໂອກາດ ທີ່ສົ່ງຜົນກະທົບຕໍ່ບັນດາປະເທດໃນໂລກ ລວມທັງປະເທດລາວພວກເຮົາ, ບວກກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ; ແຕ່ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຂອງກົມການເມືອງສູນກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ຫ້າວຫັນ ລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ ໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນຕ່າງໆ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ມີຜົນສໍາເລັດດີຂຶ້ນເລື້ອຍໆ, ເຮັດໃຫ້ເສດຖະກິດຂອງປະເທດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ມີທ່າອຽງເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ, ບົດບາດຂອງປະເທດເຮົາໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ໂດຍປະຕິບັດຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1. ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ;
2. ບົດລາຍງານກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030);
3. ບົດລາຍງານກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່;
4. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ;
5. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ;
6. ບົດລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ;
7. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX;
8. ບົດລາຍງານກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X;
9. ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ ໃນນີ້, ມີກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍສັງຄົມສົງເຄາະ, ກົດໝາຍວ່າດ້ວຍພະນັກງານໄອຍະການປະ ຊາຊົນ, ກົດໝາຍວ່າດ້ວຍສາມັນສຶກສາ, ກົດໝາຍວ່າດ້ວຍການປູກຝັງ ແລະ ກົດໝາຍປັບປຸງ 5 ສະບັບຄື: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍສານປະຊາຊົນ.
ນອກນັ້ນ, ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການຊີ້ແຈງຂອງສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຄັ້ງນີ້ ຈະໄດ້ພິຈາລະນາຕົກລົງຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ການຕົກລົງມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ໃນນາມປະທານກອງປະຊຸມ ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຮ່ວມມືໃນການສະໜອງຂໍ້ມູນທີ່ຮັດກຸມ, ຊັດເຈນຈະແຈ້ງ ເພື່ອສະດວກໃນການພິຈາລະນາຮັບຮອງ ແລະ ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄຳເຫັນຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ ພ້ອມກັນຊອກຫາວິທີການ, ມາດຕະການແກ້ໄຂທີ່ສອດຄ່ອງ ແລະ ມີຂໍ້ສະເໜີຕໍ່ລັດຖະບານ ເພື່ອຊອກວິທີແກ້ໄຂບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນ ເຊິ່ງປະຊາຊົນຍັງມີຄວາມເປັນຫ່ວງ ແລະ ຄອງຄອຍການແກ້ໄຂບັນຫາຕ່າງໆໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ; ພ້ອມກັນນັ້ນ, ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ມີປະສິດທິພາບ, ປະສິດທິຜົນ ສາມາດຮັບຮອງອອກເປັນມະຕິ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ.