ສູນທອນພົດສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກ່າວໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ມ.ກ. 6, 2026

ສູນທອນພົດສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກ່າວໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
(ນະຄອນຫຼວງວຽງຈັນ, ວັນທີ 6 ມັງກອນ 2026)
ຮຽນ: – ຄະນະປະທານກອງປະຊຸມໃຫຍ່ ທີ່ນັບຖື,
– ບັນດາສະຫາຍຜູ້ແທນ, ແຂກຜູ້ມີກຽດ ທີ່ຮັກແພງ.
ຂ້າພະເຈົ້າ, ຮູ້ສຶກເປັນກຽດຢ່າງຍິ່ງທີ່ມີໂອກາດໄດ້ຂຶ້ນມາກ່າວໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນເຫດການການເມືອງທີ່ສຳຄັນຂອງພັກ ແລະ ຂອງປະເທດເຮົາ ອີກຄັ້ງໜຶ່ງໃນມື້ນີ້. ພາຍຫຼັງການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນເວລາ 5 ປີເຕັມ, ມື້ນີ້ ເປັນມື້ທີ່ມີຄວາມໝາຍສຳຄັນເປັນພິເສດອີກວັນໜຶ່ງ ທີ່ພັກເຮົາໄດ້ມີພິທີເປີດການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ການເປີດຂຶ້ນ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຄັ້ງນີ້ ຖືໄດ້ວ່າເປັນເຫດການການເມືອງທີ່ສຳຄັນໜຶ່ງຂອງພັກ ແລະ ຂອງປະເທດຊາດເຮົາ, ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈະເປັນການກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ ແລະ ອາດຈະໄດ້ກຳນົດວິໄສທັດຍາວໄປກວ່ານັ້ນ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ, ກອງປະຊຸມໃຫຍ່ຂອງພວກເຮົາ ໄດ້ເປີດຂຶ້ນ ແລະ ຈະໄດ້ດຳເນີນເປັນເວລາ 3 ວັນເຕັມ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຫາກໍສຳເລັດການສະເຫຼີມສະຫຼອງບັນດາເຫດການສຳຄັນທາງປະຫວັດສາດຂອງພັກ, ຂອງຊາດເຮົາ ດ້ວຍບັນຍາກາດ ແລະ ດ້ວຍຄວາມເອກອ້າງທະນົງໃຈ ໃນປີຜ່ານມາ.
ພາຍຫຼັງການຫ້າງຫາກະກຽມຮອບດ້ານເປັນເວລາຍາວນານມານັ້ນ, ມາບັດນີ້ ຂະບວນການທຸກດ້ານໄດ້ມີຄວາມພ້ອມຢ່າງຮອບດ້ານແລ້ວ; ມາຮອດມື້ນີ້ ແລະ ເວລານີ້ ພວກເຮົາໄດ້ມີເງື່ອນໄຂ ແລະ ຄວາມພ້ອມທຸກປະການ ສຳລັບການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂອງພວກເຮົາແລ້ວ. ໃນໂອກາດອັນມີຄວາມໝາຍສຳຄັນນີ້, ຕາງໜ້າຄະນະບໍລິຫານງານສູນກາງພັກ ກໍຄືຄະນະປະທານກອງປະຊຸມໃຫຍ່, ຂ້າພະເຈົ້າ ຂໍສະແດງຄວາມຂໍ່ານັບຊົມເຊີຍບັນດາສະຫາຍອະດີດການນຳ, ສະຫາຍກຳມະການສູນກາງພັກ ສະໄໝທີ XI, ບັນດາສະຫາຍຜູ້ແທນ ແລະ ແຂກຂອງກອງປະຊຸມໃຫຍ່ ທີ່ໄດ້ນຳເອົາອາລົມຈິດ, ຄວາມເຊື່ອໝັ້ນ, ກຳລັງໃຈ ແລະ ຄຳອວຍພອນຂອງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນຕ່າງໆ ໃນທົ່ວປະເທດ ມາສູ່ກອງປະຊຸມໃຫຍ່ຂອງພວກເຮົາ. (ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ!)
ຮຽນ: ກອງປະຊຸມໃຫຍ່, ພວກເຮົາມີຄວາມພາກພູມໃຈ ແລະ ເບີກບານມ່ວນຊື່ນ ຕໍ່ຜົນສໍາເລັດອັນສໍາຄັນຫຼາຍດ້ານທີ່ບັນລຸໄດ້ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະ 50 ປີຜ່ານມາ ກໍຄືໃນໄລຍະ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເຮັດໃຫ້ປະເທດຊາດອັນແສນຮັກຂອງພວກເຮົາ ມີສະຖຽນລະພາບທາງການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການພັດທະນາເສດຖະກິດ ເຖິງວ່າມີຄວາມຫຍຸ້ງຍາກ, ແຕ່ກໍມີທ່ວງທ່າຂະຫຍາຍຕົວຕໍ່ເນື່ອງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ ທັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ, ຊິວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ກໍໄດ້ຮັບການປັບປຸງ, ຍົກລະດັບດີຂຶ້ນເປັນກ້າວໆ; ອົງການຈັດຕັ້ງໃນລະບົບການເມືອງ ໄດ້ຮັບການປັບປຸງສູ່ຄຸນນະພາບໃໝ່ ເຊິ່ງໄດ້ຕັ້ງໜ້າເສີມຂະຫຍາຍ ແລະ ປະຕິບັດພາລະບົດບາດຂອງຕົນໄດ້ຢ່າງເປັນເຈົ້າການ; ການເຄື່ອນໄຫວຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງບັນດາອົງການລັດ ໄດ້ຮັບການຍົກລະດັບໃຫ້ມີປະສິດທິພາບກວ່າເກົ່າ; ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດສາກົນ ໄດ້ຮັບການຍົກລະດັບ ແລະ ຂະຫຍາຍຕົວສູ່ລວງເລິກ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ແລະ ປະເທດຊາດ ເຮັດໃຫ້ບົດບາດອິດທິພົນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ປະເທດຊາດອັນແສນຮັກຂອງພວກເຮົາ ສືບຕໍ່ສ້າງໄດ້ພື້ນຖານອັນໜັກແໜ້ນ ເພື່ອກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.
ໃນເວລານາທີ ແລະ ບັນຍາກາດອັນມີຄວາມໝາຍສໍາຄັນຄືແນວນີ້, ພວກເຮົາຍິ່ງມີຄວາມອາໄລອາວອນ, ຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ການເສຍສະຫຼະອັນໃຫຍ່ຫຼວງ ແລະ ຈົດຈໍາລໍ້າລຶກຜົນງານອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ບັນດາສະຫາຍການນໍາຮຸ່ນກໍ່ຕັ້ງ ແລະ ສືບທອດຂອງພັກເຮົາ ກໍຄືສະມາຊິກພັກ-ພະນັກງານນັກຮົບ ແລະ ປະຊາຊົນລາວຜູ້ຮັກຊາດ ທີ່ໄດ້ອຸທິດຕົນເພື່ອພາລະກິດປະຕິວັດ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນເຮົາ; ເນື່ອງໃນວາລະທີສຳຄັນນີ້, ຂ້າພະເຈົ້າ ຂໍຮຽນເຊີນຄະນະປະທານ, ບັນດາສະຫາຍຜູ້ແທນ ແລະ ແຂກກອງປະຊຸມໃຫຍ່ ຈົ່ງພ້ອມກັນລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງບັນດາສະຫາຍທີ່ໄດ້ລ່ວງລັບໄປເຫຼົ່ານັ້ນ.
– ຄະນະປະທານກອງປະຊຸມໃຫຍ່ ທີ່ນັບຖື,
– ບັນດາສະຫາຍຜູ້ແທນ, ແຂກຜູ້ມີກຽດ ທີ່ຮັກແພງ.
ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຄັ້ງນີ້ ໄດ້ດຳເນີນໃນຈຸດເວລາທີ່ໂລກຂອງພວກເຮົາ ມີການປ່ຽນແປງອັນໃຫຍ່ຫຼວງຫຼາຍດ້ານ, ໂດຍສະເພາະແມ່ນຄວາມກ້າວໜ້າຂອງວິທະຍາສາດ-ເຕັກໂນໂລຊີ ທີ່ກ້າວກະໂດດ ເຊິ່ງໄດ້ເປັນປັດໄຈສໍາຄັນຍູ້ແຮງການພັດທະນາຂອງໂລກ ໄປສູ່ບາດກ້າວໃໝ່, ແຕ່ພ້ອມກັນນັ້ນ ກໍເກີດສິ່ງທ້າທາຍທົດສອບໃໝ່ຫຼາຍປະການທີ່ສົ່ງຜົນກະທົບຕໍ່ປະເທດຂອງພວກເຮົາ, ໃນຂະນະດຽວກັນ ພັກຂອງພວກເຮົາກໍຕ້ອງໄດ້ສະແຫວງຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບຈຸດພິເສດຂອງປະເທດ ແລະ ປັບຕົວໃຫ້ທັນກັບສະພາບການປ່ຽນແປງໃໝ່ຂອງຍຸກສະໄໝ.
ພັກເຮົາ ທີ່ໄດ້ຮັບການສ້າງຕັ້ງຂຶ້ນມາໄດ້ 7 ທົດສະວັດມາແລ້ວນັ້ນ ເປັນ 7 ທົດສະວັດທີ່ໄດ້ຜ່ານການຝຶກຝົນ, ທົດສອບອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ແລະ ໄດ້ປັບປຸງ-ກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ, ສາມາດນຳພາພາລະກິດປະຕິວັດ ຍາດໄດ້ໄຊຊະນະເປັນກ້າວໆມາ, ສ້າງວິລະກຳອັນສະຫງ່າລາສີ ເຊິ່ງໄດ້ຈາລຶກໄວ້ໃນໜ້າປະຫວັດສາດຂອງຊາດລາວຍຸກໃໝ່ ນັ້ນແມ່ນການເຮັດສຳເລັດພາລະກິດຕໍ່ສູ້ປົດປ່ອຍຊາດໄດ້ຢ່າງສົມບູນ, ຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບ ແລະ ຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ກຳມືຂອງປະຊາຊົນລາວ, ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນຂຶ້ນມາໄດ້ ແລະ ນັບແຕ່ມື້ນັ້ນມາ ພັກເຮົາໄດ້ກາຍເປັນພັກກໍາອໍານາດ ມາໄດ້ 50 ປີ ແລ້ວ ແລະ ພັກເຮົາຍັງມີພາລະກຳອັນໃຫຍ່ຫຼວງ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ສ້າງຄວາມສາມາດຕົວຈິງເພື່ອນໍາພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ.
ຕະຫຼອດໄລຍະ 70 ປີ ຂອງການຄົງຕົວ ແລະ ຂະຫຍາຍຂອງພັກເຮົາ ໄດ້ຂໍ້ສະຫຼຸບທີ່ຢືນຢັນຢ່າງຈະແຈ້ງວ່າ ການນຳພາຂອງພັກເຮົາ ເປັນປັດໄຈພື້ນຖານສຳຄັນກວ່າໝູ່ຕໍ່ຜົນສຳເລັດຂອງການປະຕິວັດປະເທດເຮົາ ແລະ ພັກໄດ້ສືບຕໍ່ນຳພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດສືບຕໍ່ມາ ແລະ ພັກເຮົາຍັງຕ້ອງຮັບເອົາພາລະກຳອັນໃຫຍ່ຫຼວງ ແລະ ສູງສົ່ງ ເພື່ອສ້າງບາດກ້າວເດີນສືບຕໍ່ໄປ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຕາມອຸດົມການທີ່ໄດ້ເລືອກເອົາໄວ້. ອຸດົມການອັນບໍລິສຸດຜຸດຜ່ອງຢ່າງສະເໝີຕົ້ນສະເໝີປາຍຂອງພັກເຮົາ ຕະຫຼອດ 70 ປີນັ້ນ ແມ່ນຍາມໃດກໍຈົງຮັກພັກດີຕໍ່ຜົນປະໂຫຍດອັນເປັນພື້ນຖານຂອງປະຊາຊົນຊາວຜູ້ອອກແຮງງານລາວບັນດາເຜົ່າ, ພັກເຮົາບໍ່ມີຜົນປະໂຫຍດອື່ນໃດ ນອກຈາກເຮັດທຸກສິ່ງທຸກຢ່າງເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ, ເພື່ອຄວາມເປັນອິດສະຫຼະພາບ, ຄວາມຮົ່ມເຢັນເປັນສຸກຂອງປະຊາຊົນລາວທຸກທົ່ວໜ້າ. ນັບແຕ່ມື້ສ້າງຕັ້ງຂຶ້ນ, ພັກເຮົາໄດ້ຢຶດໝັ້ນໃນສິ່ງທີ່ພັກຢືນຢັນມາແຕ່ຫົວທີວ່າ ລັກສະນະຂອງການປະຕິວັດຢູ່ປະເທດເຮົາ ແມ່ນການປະຕິວັດຊາດ-ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກຂອງຊົນຊັ້ນກຳມະກອນ ແລະ ຈຸດປະສົງສຸດທ້າຍ ບໍ່ແມ່ນຢຸດຢູ່ໃນການໄດ້ມາເຊິ່ງເອກະລາດແຫ່ງຊາດ ແລະ ຄວາມເປັນປະຊາທິປະໄຕແບບໃໝ່ເທົ່ານັ້ນ ຫາກຍັງຕ້ອງນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ, ຈຸດໝາຍດັ່ງກ່າວ ແມ່ນເສັ້ນທາງທີ່ຕ້ອງເປັນໄປຂອງການປະຕິວັດຢູ່ປະເທດເຮົາ ພາຍໃຕ້ການນຳຂອງພັກປະຊາຊົນປະຕິວັດລາວ.
ບັນດາສະຫາຍທີ່ຮັກແພງ,
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ຈະໄດ້ດຳເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”.
ບັນດາສະຫາຍ ທີ່ນັບຖື ແລະ ຮັກແພງ,
ຢືນຢູ່ຕໍ່ໜ້າສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິວັດຂອງປະເທດເຮົາ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ III ເຊິ່ງຈະໄດ້ຢືນຢັນ ແລະ ກຳນົດຈຸດໝາຍ, ເສັ້ນທາງກ້າວເດີນຂອງປະເທດຊາດ ຮອດປີ 2055 ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ຈຸດໝາຍປາຍທາງຂອງການປະຕິວັດ; ພວກເຮົາຍັງຈະໄດ້ພ້ອມກັນພິຈາລະນາ ແລະ ຮັບຮອງເອົາຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເຊິ່ງນອກຈາກການຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາສະບັບທີ IX ແລ້ວ, ພວກເຮົາຍັງຈະໄດ້ວາງແນວທາງ, ແຜນນະໂຍບາຍ, ວິໄສທັດຮອດປີ 2055, ຍຸດທະສາດພັດທະນາ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອຜັນຂະຫຍາຍໂຄງການການເມືອງຂອງພັກ ໃຫ້ເປັນອັນລະອຽດຕື່ມອີກ. ນອກນັ້ນ, ກອງປະຊຸມໃຫຍ່ຂອງພວກເຮົາໃນຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະບຽບສະບັບປັບປຸງຂອງພັກ ເພື່ອແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກສູງບົດບາດການນຳພາທີ່ເຂັ້ມແຂງ, ກ້າວຂຶ້ນເຮັດຫຼ້ອນພາລະກໍາປະຫວັດສາດອັນມີກຽດສະຫງ່າຂອງຕົນໃນໄລຍະໃໝ່.
ໜ້າທີ່ສໍາຄັນອັນໜຶ່ງອີກຂອງກອງປະຊຸມໃຫຍ່ ແມ່ນຈະໄດ້ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ສະແດງອອກເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວພັກ, ຮັບປະກັນລັກສະນະສືບທອດປ່ຽນແທນ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນຍຸດທະສາດຂອງສູນກາງພັກເຮົາ ນັບມື້ນັບໜຸ່ມແໜ້ນ, ເຕັມໄປດ້ວຍສະຕິປັນຍາ, ຄວາມຊື່ສັດ-ບໍລິສຸດຜຸດຜ່ອງ ແລະ ຈົງຮັກພັກດີຕໍ່ອຸດົມການຂອງພັກ ກໍຄືເສັ້ນທາງກ້າວເດີນຂອງປະເທດຊາດ, ສາມາດແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
ບັນດາສະຫາຍທີ່ຮັກແພງ, ວຽກງານຕ່າງໆຂອງກອງປະຊຸມໃຫຍ່ ກໍຄືທິດທາງ, ໜ້າທີ່ທີ່ກ່າວມານັ້ນ ລ້ວນແຕ່ເປັນບັນຫາຍຸດທະສາດສໍາຄັນໃນການນໍາພາຂອງພັກເຮົາ ທີ່ພົວພັນເຖິງການກຳນົດຊາຕາກໍາຂອງປະເທດຊາດ ແລະ ຂອງປະຊາຊົນເຮົາ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນ ແລະ ຫວັງເປັນຢ່າງຍິ່ງວ່າ ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມຈິດສຸມໃຈ ແລະ ສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າ, ຄິດຫງໍາ ແລະ ປະກອບຄວາມເຫັນເພື່ອປັບປຸງ, ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຄວາມເປັນຈິງ, ຕົກລົງບັນຫາຕ່າງໆທີ່ກອງປະຊຸມຍົກຂຶ້ນ ດ້ວຍມານະຈິດປະຕິວັດບຸກ ເຮັດໃຫ້ກອງປະຊຸມໃຫຍ່ຂອງພັກເຮົາ ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.
ໃນນາມຄະນະປະທານກອງປະຊຸມໃຫຍ່, ຂ້າພະເຈົ້າ ຂໍປະກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.
(ຂໍຂອບໃຈ)