loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສູນທອນພົດປະທານສະພາແຫ່ງຊາດ ກ່າວປິດກອງປະຊຸມສະໄໝສາມັນເທື່ອທີ 7

​ກ.ກ. 2, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX, ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໄດ້ດໍາເນີນເລີ່ມແຕ່ວັນທີ 10 ມິຖຸນາ 2024, ມາຮອດມື້ນີ້ ໄດ້ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຕີລາຄາສູງທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດ ຖະທໍາມະນູນ, ກົດໝາຍ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ເຂົ້າສູ່ວຽກງານຕົວຈິງຂອງອົງການຈັດຕັ້ງລັດ ດ້ວຍການອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈໍານວນ 20 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ລັດຖະບານມີຄວາມພະຍາຍາມໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເທື່ອລະກ້າວ.
1). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໄລ ຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024. ກອງປະຊຸມສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ດ້ວຍການຜັນຂະຫຍາຍແນວທາງນະ ໂຍບາຍຂອງພັກ ທີ່ວາງອອກໃນແຕ່ລະໄລຍະ ໂດຍມີການກໍານົດບັນດາມາດຕະການ, ວິທີການແກ້ໄຂບັນຫາຕ່າງໆ; ກໍານົດບັນດາຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດ, ແຕ່ງຕັ້ງຄະນະສະເພາະກິດ ແລະ ວຽກງານອື່ນໆ ຢ່າງຈິງຈັງ ເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດໃນ 6 ເດືອນຕົ້ນປີ 2024 ບັນລຸໄດ້ 4.7%, ການເກັບລາຍຮັບງົບປະມານແຫ່ງລັດ ມີທ່າອຽງດີຂຶ້ນ.
ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂບັນຫາທີ່ສັງຄົມມີຄວາມເປັນຫ່ວງ ເປັນຕົ້ນ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ກໍຄືປະຊາຊົນບັນດາເຜົ່າ; ເພີ່ມທະວີການສົ່ງເສີມການຜະລິດກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍຕິດພັນກັບອຸດສາຫະກໍາປຸງແຕ່ງ, ການຜະລິດເປັນກຸ່ມຕາມທ່າແຮງ ແລະ ຕາມແລວເສດຖະກິດ; ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ, ເພີ່ມທະວີການຄຸ້ມຄອງໂຄງການລົງທຶນຂອງພາກເອກະຊົນ ໃນການປະຕິບັດພັນທະ, ການຄຸ້ມຄອງສິ່ງແວດລ້ອມ ແລະ ການແກ້ໄຂຜົນກະທົບທາງສັງຄົມ ຕາມກົດໝາຍຢ່າງເຂັ້ມງວດ. ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ, ລັດຖະບານໄດ້ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຜ່ານການຈັດຕັ້ງປະຕິບັດມາດຕະການທີ່ວາງອອກຈໍານວນໜຶ່ງ ກໍໄດ້ຮັບຜົນສໍາເລັດຫຼາຍດ້ານ; ແຕ່ເພື່ອເຮັດໃຫ້ການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າ ມີປະສິດທິຜົນສູງຂຶ້ນນັ້ນ, ສະເໜີໃຫ້ກະຊວງປ້ອງກັນຄວາມສະຫງົບ ປະສານສົມທົບກັບກະຊວງ, ອົງການທີ່ກ່ຽວຂ້ອງ ຄົ້ນຄວ້າການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ໂດຍຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ຄວາມຮັບຜິດຊອບຂອງທົ່ວປວງຊົນ.
2). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດໃນໄລຍະຜ່ານມາ ແລະ ກໍານົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ຕິດພັນກັບການ ຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບ ຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດຮອດປີ 2030. ເຖິງວ່າໃນໄລຍະຜ່ານມາ ລັດຖະ ບານໄດ້ມີຄວາມພະຍາຍາມໃນການຄຸ້ມຄອງວຽກງານແຮ່ທາດ, ນໍາໃຊ້ທ່າແຮງທາງດ້ານແຮ່ທາດຕໍ່ການພັດທະນາເສດຖະກິດຂອງປະເທດເຮົາ ແຕ່ສັງຄົມຍັງເປັນຫ່ວງຫຼາຍ. ສະນັ້ນ, ກອງປະຊຸມສະເໜີໃຫ້ລັດຖະບານມີມາດຕະການຈັດຕັ້ງປະຕິບັດຕົວຈິງໃຫ້ຈະແຈ້ງ, ມີການຄຸ້ມຄອງ, ຕິດຕາມກວດກາໂຄງການລົງທຶນດ້ານແຮ່ທາດຢ່າງເຄັ່ງຄັດ, ເດັດຂາດ ຮັບປະກັນໃຫ້ລັດມີຜົນປະໂຫຍດສູງສຸດ, ມີການພັດທະນາທ້ອງຖິ່ນໃຫ້ດີຂຶ້ນກວ່າເກົ່າ; ສະເໜີໃຫ້ຮີບຮ້ອນກວດກາ, ປະເມີນຄືນໂຄງ ການລົງທຶນແຮ່ທາດ ໃນຮູບແບບປົກກະຕິ ແລະ ຮູບແບບທົດລອງ ໃຫ້ສອດຄ່ອງກັບກົດໝາຍ ແລະ ຮີບຮ້ອນແກ້ໄຂໂຄງ ການທີ່ບໍ່ມີປະສິດທິພາບ, ບໍ່ມີປະສິດທິຜົນ ຢ່າງທັນການ, ເດັດຂາດແກ້ໄຂໂຄງການທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ທໍາມະຊາດ ແລະ ສັງຄົມ; ເອົາໃຈໃສ່ຄົ້ນຄວ້າກຳນົດໃຫ້ຊັດເຈນກ່ຽວກັບເຂດສະຫງວນ, ເຂດຫວງຫ້າມ, ເຂດທີ່ອະນຸຍາດໃຫ້ຂຸດຄົ້ນ ໃຫ້ຖືກຕ້ອງຕາມກົດໝາຍ, ແຜນຍຸດທະສາດການພັດທະນາແຮ່ທາດ ໃຫ້ສືບຕໍ່ຄົ້ນຄວ້າພິຈາລະນາແຮ່ທາດປະເພດໃດຄວນອະນຸຍາດໃຫ້ສືບຕໍ່ຂຸດຄົ້ນ, ແຮ່ທາດປະເພດໃດຄວນຢຸດ ເປັນຕົ້ນແຮ່ຫາຍາກ ແລະ ອື່ນໆ.
3). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022. ກອງປະຊຸມໄດ້ຕີລາຄາສູງຕໍ່ລັດຖະບານ ທີ່ໄດ້ຕັ້ງໜ້ານໍາພາ-ຊີ້ນໍາການຈັດຕັ້ງປະຕິບັດບັນດາຄາດໝາຍດັ່ງກ່າວ ເປັນຕົ້ນ 6 ຄາດໝາຍທີ່ໄດ້ລື່ນແຜນການ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການແກ້ໄຂຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ກອງປະຊຸມສະເໜີໃຫ້ມີການແບ່ງຄວາມຮັບຜິດຊອບ, ການຕິດຕາມກວດກາ, ການປະເມີນຜົນ, ປັບປຸງກົນໄກການປະສານງານ, ການແລກປ່ຽນຂໍ້ມູນ-ຂ່າວສານ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ລະຫວ່າງກະຊວງ-ອົງການ ແລະ ລະຫວ່າງສູນກາງກັບທ້ອງຖິ່ນ, ການຄົ້ນຄວ້າຈັດສັນງົບປະມານເຂົ້າໃສ່ວຽກງານດັ່ງ ກ່າວ ໃຫ້ສາມາດເຄື່ອນໄຫວໄດ້ຢ່າງຄ່ອງຕົວ ສາມາດບັນລຸບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນເທື່ອລະກ້າວ.
4). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບປະຈໍາປີ 2022. ກອງປະຊຸມຊົມເຊີຍອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນລາຍຮັບ-ລາຍຈ່າຍເພີ່ມ, ໜີ້ຕ້ອງຮັບເປັນຈໍານວນຫຼວງຫຼາຍ; ແຕ່ການເກັບກູ້ຕົວຈິງຍັງເຮັດໄດ້ໜ້ອຍຫຼາຍ, ຊັກຊ້າ ແລະ ແກ່ຍາວເວລາ ເຮັດໃຫ້ສັງຄົມມີຄວາມເປັນຫ່ວງ, ຂາດຄວາມເຊື່ອໝັ້ນຕໍ່ການບໍລິຫານລັດຂອງພວກເຮົາ. ກອງປະຊຸມສະເໜີໃຫ້ອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍຖືກກວດສອບ ປະສານສົມທົບກັບອົງການກວດສອບແຫ່ງລັດ ວິເຄາະ-ວິໄຈ, ໄຈ້ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງຮັບ, ການຈ່າຍລ່ວງໜ້າຄັງເງິນແຫ່ງຊາດ ເປັນອັນລະອຽດ ອັນໃດສາມາດເກັບກູ້ຄືນໄດ້ ແລະ ອັນໃດທີ່ບໍ່ສາມາດເກັບກູ້ຄືນໄດ້ ຫຼືບໍ່ມີຕົວຕົນແລ້ວ ເພື່ອລາຍງານສະພາແຫ່ງຊາດພິຈາລະນາ.
5). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາ ມັນເທື່ອທີ 6 ຫາເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX. ກອງປະຊຸມ ສະແດງຄວາມຊົມເຊີຍຕໍ່ການເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງກົງຈັກເສນາທິການຂອງສະພາແຫ່ງຊາດ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດ ໃນການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ເຮັດໃຫ້ບົດບາດຂອງສະພາແຫ່ງຊາດ ນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນຈາກອົງການຈັດຕັ້ງພັກ-ລັດຂັ້ນຕ່າງໆ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ນັບມື້ນັບກວ້າງຂວາງ.
ກອງປະຊຸມໄດ້ເນັ້ນໜັກຕື່ມຕໍ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໃນແຕ່ລະໄລຍະ, ຍົກສູງຄຸນນະພາບໃນການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ, ຮ່ວມກັບລັດຖະບານ ເພື່ອແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມຢ່າງທັນການ ແລະ ນໍາເອົາຜົນ ສຳເລັດຂອງກອງປະຊຸມສະພາແຫ່ງຊາດຄັ້ງນີ້ ໄປເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງທົ່ວປະເທດຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງ ຂວາງ ເພື່ອເຂົ້າຮ່ວມການຈັດຕັ້ງປະຕິບັດ ແລະ ສ້າງສະຕິເຄົາລົບລັດຖະທໍາມະນູນ ແລະ ກົດໝາຍໃຫ້ປາກົດຜົນເປັນຈິງ.
6). ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການກະກຽມປັບປຸງບາງເນື້ອໃນລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບປີ 2015 ໂດຍກົມການເມືອງສູນກາງພັກ ໄດ້ອອກມະຕິແຕ່ງຕັ້ງຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນ ປີ 2015, ມີການສ້າງແຜນການເຄື່ອນໄຫວ, ແຜນດໍາເນີນງານ, ແຜນງານ, ການແບ່ງຄວາມຮັບຜິດຊອບພາຍໃນຄະນະ; ວຽກຈຸດສຸມຂອງການປັບ ປຸງລັດຖະທໍາມະນູນ ເພື່ອສາມາດນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕາມຄາດໝາຍ.
7). ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ, ຮ່າງກົດໝາຍວ່າດ້ວຍສະຫະກອນ; ກົດໝາຍປັບ ປຸງ 11 ສະບັບຄື: ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເອັດຈ໌ໄອວີ/ພະຍາດເອດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ກົດໝາ ຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍການທ່ອງທ່ຽວ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍ ສະ ພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຊິ່ງບັນດາທ່ານສະມາຊິກສະພາແຫ່ງຊາດໄດ້ມີການຮັບຮອງດ້ວຍຄະແນນສູງ ເຊິ່ງຈະກາຍ ເປັນເຄື່ອງມືໃນການຄຸ້ມຄອງລັດ, ສັງຄົມດ້ວຍກົດໝາຍໃນໄລຍະໃໝ່.
8.) ກອງປະຊຸມໄດ້ຮັບຟັງການຊີ້ແຈງຂອງບັນດາສະມາຊິກລັດຖະບານ ຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ໂດຍມີທ່ານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງການເງິນ, ຜູ້ວ່າການທະນາຄານ ແຫ່ງ ສປປລາວ, ລັດຖະມົນຕີກະຊວງພະ ລັງງານ ແລະ ບໍ່ແຮ່, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ລັດຖະ ມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນບັນ ຍາກາດຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນຊອກຫາວິທີແກ້ໄຂບັນດາສິ່ງທ້າທາຍທີ່ ສປປລາວ ພວມປະເຊີນໜ້າໃນປັດຈຸບັນ.
9). ກອງປະຊຸມຍັງໄດ້ຮັບຟັງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ລາຍງານຜົນການພິຈາລະນາ ແລະ ຕົກລົງຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດສະໄໝວິສາມັນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການພິຈາລະນາການຍົກຍ້າຍທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງພະບາງ ຕາມຄຳສະເໜີຂອງທ່ານນາຍົກລັດຖະມົນຕີ; ການປັບປຸງບຸກຄະລາກອນພາຍໃນສະພາແຫ່ງຊາດ ຄື: 1. ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ບໍ່ຄວບເປັນປະທານກໍາມາທິການກົດໝາຍ, 2. ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ເປັນປະທານກໍາມາທິການກົດໝາຍ ສະພາແຫ່ງຊາດ, 3. ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການວັດທະນະທຳ-ສັງຄົມ ເປັນປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ.
ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເອົາທ່ານ ບຸນຕາ ເທບພະວົງ ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ເປັນກຳມະການຄະນະປະຈຳສະພາແຫ່ງຊາດ ແລະ ການແຕ່ງຕັ້ງເປັນປະທານກຳມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ.
ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນແຫ່ງລວມສູນສະຕິປັນຍາ, ສິດປະຊາທິປະໄຕ ກໍຄືການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາ ຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອພັດທະນາປະເທດຊາດໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.
ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຮັບຜົນສໍາເລັດຢ່າງຈົບງາມ ກໍຍ້ອນມີການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ຍ້ອນຄວາມຮັບຜິດຊອບສູງຂອງລັດ ຖະບານ, ບັນດາກະຊວງ, ອົງການ ແລະ ຂະແໜງການກ່ຽວຂ້ອງ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຢ່າງກວ້າງຂວາງ.
ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ທີ່ຍາມໃດກໍໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດຕໍ່ສະພາແຫ່ງຊາດ ໂດຍຕະຫຼອດມາ, ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ, ບັນດາການນໍາພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມ ແລະ ຂອບໃຈມາຍັງປະຊາຊົນລາວບັນດາເຜົ່າຢູ່ພາຍໃນ ແລະ ຊາວລາວ ທີ່ຢູ່ຕ່າງປະເທດ ທີ່ໄດ້ຕິດຕາມກອງປະຊຸມຂອງພວກເຮົາໃນຄັ້ງນີ້ຢ່າງຈົດຈໍ່ ແລະ ສົ່ງຄໍາຄິດເຫັນຜ່ານໂທລະສັບສາຍດ່ວນ ມາຍັງກອງປະຊຸມຢ່າງຫຼວງຫຼາຍ.
ຂໍສະແດງຄວາມຂອບໃຈຕໍ່ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມຄັ້ງນີ້ເປັນຕົ້ນ ກອງເລຂານຸການກອງປະຊຸມ ທີ່ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອນີ້ຢ່າງຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ ; ຂໍສະແດງຄວາມຂອບໃຈຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເອົາໃຈໃສ່ວຽກງານການປ້ອງກັນຄວາມສະຫງົບ, ຄວາມປອດໄພໃຫ້ກອງປະຊຸມຄັ້ງນີ້ ແລະ ຂອບໃຈຕໍ່ບັນດາສື່ມວນຊົນ ທີ່ໄດ້ນໍາສະເໜີຂ່າວສານ ໂດຍການຖ່າຍທອດສົດຂ່າວຜ່ານວິທະຍຸ, ໂທລະພາບ ແລະ ສື່ເອເລັກໂຕຣນິກ ເຊິ່ງໄດ້ສ້າງຄວາມສະດວກໃຫ້ສັງຄົມໄດ້ເຂົ້າເຖິງ ແລະ ຕິດຕາມການດໍາເນີນກອງປະຊຸມໄດ້ທັນສະພາບການ ແທດຕົວຈິງ ແລະ ຕໍ່ເນື່ອງ.
ກອງປະຊຸມຮຽກຮ້ອງມາຍັງຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ, ລັດຖະບານ, ອົງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ເຂົ້າໃນການປະຕິບັດວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ສຸດທ້າຍນີ້, ຂ້າພະເຈົ້າ ຕາງໜ້າໃຫ້ກອງປະຊຸມສະພາແຫ່ງຊາດ ຂໍອວຍພອນໄຊອັນປະເສີດມາຍັງທ່ານເລຂາທິ ການໃຫຍ່, ປະທານປະເທດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກໃນຊີວິດຄອບຄົວ, ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຊີ້ນໍາ-ນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ຂໍອວຍພອນໃຫ້ບັນດາຜູ້ນໍາຂັ້ນສູງພັກ-ລັດ, ອະດີດຜູ້ນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ ຕະຫຼອດຮອດພະ ນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຄອບ ຄົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍປະກາດປິດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຢ່າງເປັນທາງການນັບແຕ່ເວລານີ້ເປັນຕົ້ນໄປ.