ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ
ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
……………………………………
– ຂໍນ້ອມນະມັດສະການ ພະເຖຣານຸເຖຣະ,
– ຮຽນ: ຄະນະປະທານ,
– ບັນດາສະຫາຍຜູ້ແທນ ແລະ ແຂກ ທີ່ຮັກແພງ.
ນັບແຕ່ວັນທີ 6 ມັງກອນ 2026 ເປັນຕົ້ນມາ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວ ມີຄວາມຍິນດີຊົມຊື່ນຫັນໜ້າເຂົ້າສູ່ກອງປະຊຸມໃຫຍ່ ແລະ ພ້ອມກັນຕິດຕາມຢ່າງຈົດຈໍ່ຕໍ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຊິ່ງແມ່ນເຫດການການເມືອງສໍາຄັນອີກບັ້ນໜຶ່ງ ບັນທຶກໄວ້ໃນໜ້າປະຫວັດສາດຂອງພັກເຮົາ ກໍຄືຂອງຊາດເຮົາ.
ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງຂອງສະຫາຍຜູ້ແທນ, ມາຮອດເວລານີ້ ກອງປະຊຸມໃຫຍ່ໃກ້ຈະສິ້ນສຸດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ.
ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບຢ່າງສົມບູນ ແລະ ເປັນເອກະສັນ ຕົກລົງ ແລະ ຮັບຮອງເອົາທຸກໆບັນຫາທີ່ຍົກຂຶ້ນໃນລະບຽບວາລະຂອງກອງປະຊຸມໃຫຍ່ທຸກປະການ; ພິເສດແມ່ນການຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ III ເຊິ່ງຈະເປັນໂຄງການການເມືອງທີ່ຊີ້ທາງເດີນໃຫ້ພັກເຮົາ, ປວງຊົນລາວບັນດາເຜົ່າ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ເປັນລະບອບການເມືອງທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ນັ້ນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ. ນັ້ນເປັນການຢືນຢັນຕື່ມອີກກ່ຽວກັບຄວາມເດັດດ່ຽວໜຽວແໜ້ນຕໍ່ອຸດົມການອັນສູງສຸດຂອງພັກ ກໍຄືຄວາມຕັດສິນໃຈຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ຕໍ່ທາດແທ້ປະຕິວັດ ແລະ ມູນເຊື້ອອັນສະຫງ່າງາມຂອງພັກເຮົາ ໃນການນໍາພາປະເທດຊາດສູ່ຄວາມວັດທະນະຖາວອນ.
ເພື່ອເຮັດໃຫ້ໂຄງການການເມືອງຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກນັ້ນ ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຮອງເອົາທັດສະນະ, ເນື້ອໃນການຕີລາຄາໝາກຜົນຂອງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຮົາ ໃນເກືອບ 40 ປີຜ່ານມາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ເພື່ອສະຫຼຸບຖອດຖອນບົດຮຽນ ແລະ ສືບຕໍ່ວາງຈຸດໝາຍເພື່ອນໍາພາພາລະກິດປະຕິວັດ ຮອດປີ 2055, ຍຸດທະສາດພັດທະນາ ໄລຍະ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີພື້ນຖານອັນໜັກແໜ້ນ ສໍາລັບບາດກ້າວເດີນຕໍ່ໄປຂອງປະເທດຊາດ; ນັ້ນຖືເປັນຂີດໝາຍສໍາຄັນປະຫວັດສາດທີ່ພັກເຮົາ ກໍຄືການນໍາພັກເຮົາຮຸ່ນນີ້ ໄດ້ມີຄວາມມຸ່ງໝັ້ນ ແລະ ສ້າງພື້ນຖານປະໄວ້ໃຫ້ຮຸ່ນສືບທອດຂອງພັກເຮົາ ສືບຕໍ່ດໍາເນີນພາລະກິດປະຕິວັດສູ່ຈຸດໝາຍທີ່ວາງໄວ້ຢ່າງໜັກແໜ້ນ.
ບັນດາສະຫາຍທີ່ຮັກແພງ,
ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບຂອງພັກສະບັບປັບປຸງ ເຊິ່ງເປັນທໍາມະນູນ, ແມ່ນແນວທາງການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເຮົາ ທີ່ໄດ້ຮັບການບູລະນະໃຫ້ສອດຄ່ອງກັບໂຄງການການເມືອງ ກໍຄືແນວທາງການເມືອງໃນເງື່ອນໄຂໃໝ່ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ.
ອັນສໍາຄັນໜຶ່ງ, ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່ ທີ່ມີການສົມທົບຢ່າງກົມກຽວຂອງໂຄງປະກອບບຸກຄະລາກອນທີ່ເໝາະສົມ ລະຫວາງຮຸ່ນຄົນ, ອາຍຸກະສຽນ, ເພດ, ເຜົ່າ, ບັນລຸໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ວາງອອກ, ເປັນຜູ້ມີມານະຈິດປະຕິວັດບຸກ; ກອງປະຊຸມໃຫຍ່ຂອງພວກເຮົາ ເຊື່ອໝັ້ນວ່າບັນດາສະຫາຍກໍາມະການສູນກາງພັກຊຸດນີ້ ຈະສືບຕໍ່ເປັນຄະນະນໍາຍຸດທະສາດທີ່ເຂັ້ມແຂງຂອງພັກ, ສາມາດປະຕິບັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຂົ້າໃຈດີວ່າ ນີ້ແມ່ນການມອບໝາຍພາລະອັນໜັກໜ່ວງ, ຮອບດ້ານຈາກທົ່ວພັກ ໃຫ້ສືບຕໍ່ແບກຫາບພາລະກິດປະຕິວັດຂອງພັກເຮົາໃນອີກ 5 ປີຕໍ່ໜ້າ, ທັງເປັນຫຼັກແຫຼ່ງແກ່ນສານ ແຫ່ງຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ໃນສັງຄົມ, ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິ XII ຂອງພັກ ໃຫ້ບັນລຸຄາດໝາຍທີ່ວາງໄວ້.
– ຄະນະປະທານທີ່ນັບຖື,
– ບັນດາສະຫາຍທີ່ຮັກແພງທັງຫຼາຍ,
ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ອັນໄດ້ຢັ້ງຢືນຢ່າງຈະແຈ້ງເຖິງຄວາມສາມັກຄີເປັນເອກະພາບສູງ ແລະ ຄວາມຮັບຜິດຊອບຢ່າງເຕັມປ່ຽມຂອງພັກເຮົາ ໃນການຕົກລົງບັນຫາທີ່ສໍາຄັນ ແລະ ເປັນພື້ນຖານຂອງພັກ, ຂອງການປະຕິວັດ ແລະ ຊາຕາກຳຂອງປະເທດຊາດ.
ຜົນສໍາເລັດຂອງກອງປະຊຸມໃຫຍ່ ໄດ້ຢືນຢັນເຖິງມານະຈິດປະຕິວັດອັນໜຽວແໜ້ນ ແລະ ທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນຂອງພັກເຮົາ ທີ່ຍາມໃດກໍຈົງຮັກພັກດີຕໍ່ຜົນປະໂຫຍດຂອງຊາດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າ; ພ້ອມກັນນັ້ນ, ກໍສ່ອງແສງໃຫ້ເຫັນເຖິງຄວາມບຸກບືນສູ້ຊົນ ແລະ ຄວາມຮັບຜິດຊອບສູງຂອງຜູ້ແທນກອງປະຊຸມໃຫຍ່ທຸກສະຫາຍ ກໍຄືທຸກພາກສ່ວນທີ່ໄດ້ຕັ້ງໜ້າກະກຽມ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ສາມາດດໍາເນີນໄປດ້ວຍດີ.
ກອງປະຊຸມໃຫຍ່ຂໍສະແດງຄວາມຂອບອົກຂອບໃຈຕໍ່ທຸກພາກສ່ວນ, ພະນັກງານ, ສະມາຊິກພັກ, ນັກປະຕິວັດອາວຸໂສ, ຕົວແທນຂອງປະຊາຊົນບັນດາເຜົ່າ ແລະ ບັນດາຊັ້ນຄົນ, ພາກທຸລະກິດ ທັງພາກລັດ, ເອກະຊົນພາຍໃນ ລວມໄປເຖິງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສື່ມວນຊົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກະກຽມວຽກຮອບດ້ານໃຫ້ແກ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ໄດ້ນໍາເອົາການສະໜັບສະໜູນອູ້ມຊູທາງດ້ານວັດຖຸ ແລະ ຈິດໃຈ ມາສູ່ກອງປະຊຸມໃຫຍ່ຂອງພວກເຮົາ.
ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງບັນດາພັກອ້າຍນ້ອງ ແລະ ພັກການເມືອງຕ່າງໆໃນທົ່ວໂລກ ທີ່ໄດ້ສົ່ງສານອວຍພອນສະແດງຄວາມຂໍ່ານັບຊົມເຊີຍ ແລະ ໃຫ້ການສະໜັບສະໜູນຕໍ່ກອງປະຊຸມໃຫຍ່ຂອງພັກພວກເຮົາໃນຄັ້ງນີ້ ທີ່ສະແດງອອກເຖິງນໍ້າໃຈສາກົນອັນຜ່ອງໃສ ແລະ ເປັນການປຸກລະດົມໃຫ້ກໍາລັງໃຈອັນໃຫຍ່ຫຼວງຕໍ່ກອງປະຊຸມໃຫຍ່ ແລະ ຕໍ່ພັກປະຊາຊົນປະຕິວັດລາວ ຂອງພວກເຮົາ.
ບັນດາສະຫາຍທີ່ຮັກແພງທັງຫຼາຍ,
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຮົາ ໄດ້ສໍາເລັດລົງຢ່າງຈົບງາມແລ້ວ, ແຕ່ພວກເຮົາຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ເອົາຈິງເອົາຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ໃຫ້ປາກົດຜົນເປັນຈິງ.
ພັກເຮົາຍັງມີເສັ້ນທາງກ້າວເດີນທີ່ຍາວໄກ, ອຸດົມການ ແລະ ຈຸດໝາຍສັງຄົມນິຍົມ ບໍ່ອາດເກີດເປັນຈິງໄດ້ດ້ວຍຕົວມັນເອງ ຖ້າບໍ່ມີສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນຫຼັກແຫຼ່ງ, ເປັນຜູ້ນໍາພາ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທົ່ວພັກ ໂດຍສະເພາະບັນດາສະຫາຍກຳມະການສູນກາງພັກ ສະໄໝທີ XII ທີ່ໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູມານະຈິດປະຕິວັດ, ຄວາມຮັບຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າ; ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ; ປັບປຸງແບບແຜນການນໍາພາ-ແບບແຜນວິທີເຮັດວຽກ ທີ່ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຕົວຈິງ ເພື່ອນໍາພາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ໃຫ້ມີຜົນສໍາເລັດ.
ຄະນະພັກແຕ່ລະຂັ້ນ ຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການໃນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ຢ່າງປະດິດສ້າງ ແລະ ປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຕໍ່ເນື່ອງ ເພື່ອເລັ່ງໃສ່ສ້າງການແຂ່ງຂັນ ແລະ ການສ້າງກໍາລັງແຮງ ໃຫ້ແກ່ການພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍແນວທາງປ່ຽນແປງໃໝ່ອັນຖືກຕ້ອງ ກໍຄືບົດຮຽນພຶດຕິກຳຕົວຈິງ ທີ່ໄດ້ຜ່ານການທົດສອບ ແລະ ໄດ້ຮັບຜົນຢ່າງດີມາແລ້ວ, ບວກກັບແນວທາງທີ່ກອງປະຊຸມໃຫຍ່ຄັ້ງນີ້ຂອງພັກວາງອອກ, ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ ແລະ ຂອງຊາດ ຕິດພັນກັບການຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງປວງຊົນລາວທັງຊາດ; ດ້ວຍການສະໜັບສະໜູນຮ່ວມມືຂອງປະເທດອ້າຍນ້ອງເພື່ອນມິດຜູ້ຢູ່ໃກ້ ແລະ ຢູ່ໄກໃນໂລກ, ອົງການຈັດຕັ້ງສາກົນຕ່າງໆ ພາລະກຳປະຫວັດສາດຂອງພັກເຮົາ ທີ່ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນລາວບັນດາເຜົ່າ ທີ່ຈະນໍາເອົາປະເທດຊາດກ້າວຂຶ້ນສູ່ຈຸດໝາຍປາຍທາງນັ້ນ ຈະໄດ້ຮັບການປະຕິບັດທີ່ມີຜົນສໍາເລັດຢ່າງແນ່ນອນ.
ໃນທ່າມກາງບັນຍາກາດມີຄວາມໝາຍສໍາຄັນປະຫວັດສາດ ແລະ ປ່ຽມລົ້ນໄປດ້ວຍນໍ້າໃຈຟົດຟື້ນປະຕິວັດບຸກ, ໃນນາມຄະນະປະທານ, ຂ້າພະເຈົ້າ ຂໍປະກາດປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.
ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ
