ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປລາວ

ທ.ວ. 12, 2025

ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ
ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປລາວ
ກ່າວໃນພິທີໂຮມຊຸມນຸມລະນຶກວັນເກີດ
ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
(ທີ່ຫໍປະຊຸມແຫ່ງຊາດ, ວັນທີ 12 ທັນວາ 2025)
———————–
– ນ້ອມນະມັດສະການພຣະເຖຣາ ນຸເຖຣະ,
– ບັນດາສະຫາຍການນໍາ, ອະດີດການນໍາ ພັກ ແລະ ລັດ ທີ່ນັບຖື,
– ບັນດາສະຫາຍເພື່ອນມິດ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ.
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຢ່າງຟົດຟື້ນ, ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ມື້ນີ້, ພວກເຮົາມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ເພື່ອສະແດງຄວາມອາໄລຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງສຸດຊຶ້ງ ຕໍ່ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບ ມາສູ່ປະເທດຊາດ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມເສັ້ນທາງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
ບັນດາສະຫາຍ, ເພື່ອນມິດ ທີ່ຮັກແພງ,
ໃນໂອກາດນີ້, ພວກເຮົາອາດຈະທົບທວນຄືນປະຫວັດຄວາມເປັນມາຂອງຊາດເຮົາໂດຍສັງເຂບທີ່ສຸດ, ໂດຍສະເພາະປະຫວັດຄວາມເປັນມາຂອງບັນດາບັນພະບຸລຸດຂອງຊາດລາວ ທີ່ຕິດພັນກັບປະຫວັດສາດຂອງຊາດເຮົານັ້ນ, ອາດຈະເວົ້າໄດ້ວ່າ ໃນແຕ່ລະຍຸກ, ແຕ່ລະສະໄໝຂອງແຕ່ລະໄລຍະປະຫວັດສາດ ກໍມີບັນພະບຸລຸດທີ່ມີນ້ຳໃຈຮັກຊາດ, ມີຄວາມປາຖະໜາທີ່ແຮງກ້າຢາກໃຫ້ຊາດມີເອກະລາດ, ມີຜືນແຜ່ນດິນອັນຄົບຖ້ວນເປັນຂອງຄົນລາວ ແລະ ບັນພະບຸລຸດເຫຼົ່ານັ້ນ ກໍມີຄວາມພະຍາຍາມດີ້ນຮົນເພື່ອສ້າງຄວາມເປັນເອກະພາບ, ຄວາມປອງດອງ ແລະ ເຕົ້າໂຮມຄວາມເປັນປຶກແຜ່ນພາຍໃນຊາດ ເພື່ອມີກຳລັງແຮງແຫ່ງການປົກປ້ອງຊາດ ແລະ ຜືນແຜ່ນດິນຂອງຕົນ ບໍ່ໃຫ້ຖືກຮຸກຮານ, ຖືກກືນກິນ ແລະ ຖືກຢຽບຢໍ່າທຳລາຍ, ປົກປ້ອງປະຊາລາສະດອນ ບໍ່ໃຫ້ຖືກກົດຂີ່ຂົ່ມເຫັງ, ຕົກເປັນທາດຂອງຊາດອື່ນ ຢ່າງທຸກທໍລະມານ ແລະ ອື່ນໆ… ແຕ່ຄວາມພະຍະຍາມເຫຼົ່ານັ້ນ ກໍມັກຈະຖືກທຳລາຍລົງເປັນຄັ້ງໆ; ຄວາມເປັນຊາດ ເອກະພາບ ກໍມັກຖືກມ້າງເພໃຫ້ແຕກແຍກ, ຊາດກໍຖືກກັບມາຊໍ້າຮອຍ; ຄວາມເຈັບປວດຂອງປະເທດຊາດ ແລະ ປະຊາຊົນ ກໍຍິ່ງນັບມື້ນັບໜັກໜ່ວງ ບໍ່ມີຍາມເງີຍຫົວເງີຍຄໍຂຶ້ນໄດ້… ແຕ່ຄົນລາວທີ່ເກີດມາໃນຍຸກໃໝ່, ໃນສະຕະວັດໃໝ່ (ສະຕະວັດທີ 20) ມານີ້, ຄົນລາວເລີ່ມເຫັນແສງສະຫວ່າງຢູ່ໃນຮູຖ້ຳທີ່ມືດມົນ, ແສງດັ່ງກ່າວໄດ້ເກີດຂຶ້ນ ແລະ ໄດ້ເປັ່ງລັດສະໝີ ອອກມາເທື່ອລະນ້ອຍ ຈົນເປັ່ງປະກາຍອອກເປັນແປວໄຟທີ່ກະຈາຍໄປທົ່ວປະເທດ ແລະ ກາຍເປັນທວນໄຟປະຕິວັດທີ່ມີກຳລັງແຮງ ທີ່ມີຄວາມສັກສິດ… ແສງສະຫວ່າງນັ້ນ ໄດ້ແກ່ແສງສະຫວ່າງຂອງລັດທິມາກສ໌-ເລນິນ, ແສງສະຫວ່າງຂອງແນວທາງການປະຕິວັດປົດປ່ອຍຊາດຂອງພັກກອມມູນິດອິນດູຈີນ, ແສງສະຫວ່າງ ແລະ ທວນໄຟຂອງພັກປະຊາຊົນລາວ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 1955, ເຊິ່ງວິລະບຸລຸດທີ່ມີຊື່ວ່າ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ, ເປັນຜູ້ຊີ້ນຳທະນຸບຳລຸງສ້າງ ແລະ ເປັນຜູ້ສ້າງໃຫ້ພັກນີ້ ນຳພາປະຊາຊົນລຸກຂຶ້ນຕໍ່ສູ້ຢ່າງພິລະອົງອາດ, ລະອິດລະອ້ຽວ ແລະ ຍືດເຍື້ອຍາວນານ ຈົນຍາດໄດ້ໄຊຊະນະອັນຍິ່ງໃຫຍ່… ຈາກນັ້ນ, ປະທານ ໄກສອນ ພົມວິຫານ ຍັງສືບຕໍ່ຊີ້ນຳ-ນຳພາລະບອບໃໝ່ ໃຫ້ກ້າວໜ້າຈະເລີນຢ່າງບໍ່ຢຸດຢັ້ງ ໃນຕະຫຼອດຊີວິດຂອງເພິ່ນ, ເຖິງວ່າເພິ່ນຈາກພວກເຮົາໄປແລ້ວ ແຕ່ເພິ່ນໄດ້ປະມໍລະດົກແຫ່ງປະຫວັດສາດທີ່ບໍ່ສາມາດປະເມີນຄ່າ ໄວ້ໃຫ້ພວກເຮົາເດີນຕາມຢ່າງມີຄວາມເອກອ້າງທະນົງໃຈ ແລະ ປະໄວ້ເຊິ່ງຄວາມພາກພູມໃຈ ແລະ ຄວາມເຄົາລົບສັດທາຕໍ່ຜົນງານອັນຍິ່ງໃຫຍ່ຂອງເພິ່ນ ທີ່ມີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ຄົນລາວພວກເຮົາ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍເຊີນຊວນບັນດາທ່ານ, ບັນດາສະຫາຍ ທີ່ເຂົ້າຮ່ວມງານໂຮມຊຸມນຸມ ລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງປະທານ ໄກສອນ ພົມວິຫານ.
ຮຽນທີ່ຊຸມນຸມ,
ວິລະກໍາອັນລໍ້າເລີດ ແລະ ຄຸນລັກສະນະພິເສດສະເພາະຂອງປະທານ ໄກສອນ ພົມວິຫານ ໄດ້ສະແດງອອກຜ່ານບົດຂຽນ, ບົດບັນທຶກ, ສາລະຄະດີ, ບົດປະພັນ, ບົດກາບກອນ ແລະ ໃນສຽງຂັບຮ້ອງທຳນອງເພງຂອງຮຸ່ນຄົນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຢ່າງນັບບໍ່ຖ້ວນ… ໃນເວລາຈຳກັດນີ້, ຂ້າພະເຈົ້າ ພຽງແຕ່ຈະຍົກເອົາສ່ວນໜຶ່ງມາທົບທວນເຖິງກຽດຕິຄຸນຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດທີ່ເປັນເລີກງາມຍາມດີໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນຄ້າຍວັນເກີດຂອງເພິ່ນ ທີ່ໝູນວຽນມາຄົບຮອບ 105 ປີ ພໍດີໃນມື້ອື່ນນີ້.
ປະທານ ໄກສອນ ພົມວິຫານ ກຳເນີດ ແລະ ເຕີບໃຫຍ່ໃນສະພາບທີ່ປະເທດຊາດຕົກເປັນເມືອງຂຶ້ນ, ສູນເສຍຄວາມເປັນຊາດເອກະລາດ, ປະຊາຊົນລາວບັນດາເຜົ່າ ຕົກເປັນຂ້ອຍຂ້າມ້າໃຊ້, ຖືກກົດຂີ່ຂູດຮີດຢ່າງແສນສາຫັດ ຈາກຕ່າງຊາດ ແລະ ລູກແຫຼ້ງຕີນມືຂອງພວກເຂົາ… ຍ້ອນຄວາມຄັບແຄ້ນແໜ້ນໃຈທີ່ເຫັນສະພາບ ຫຼື ປະເທດຊາດຕົກຢູ່ໃນສະພາບແບບນັ້ນ ເພິ່ນໄດ້ເກີດມີຈິດໃຈຮັກເຊື້ອແພງຊາດອັນດູດດື່ມຂຶ້ນມາ ເຊິ່ງເປັນເຫດໃຫ້ເກີດມີຄວາມຕື່ນຕົວການເມືອງ, ມີແນວຄວາມຄຶດທີ່ຢາກຊອກຫາເສັ້ນທາງຕໍ່ສູ້ກູ້ຊາດ, ຈຶ່ງໄດ້ຮ່ວມກັບເພື່ອນສະຫາຍຈໍານວນໜຶ່ງ ເຄື່ອນໄຫວປິດລັບ ແລະ ສະໝັກໃຈເຂົ້າຮ່ວມຂະບວນການປະຕິວັດ ຕັ້ງແຕ່ຍັງເຍົາໄວ.
ພາຍໃຕ້ແສງສະຫວ່າງຂອງທິດສະດີປະຕິວັດ ກໍຄືລັດທິມາກສ໌-ເລນິນ ທີ່ປະທານ ໂຮ່ຈີມິນ ໄດ້ນໍາເຂົ້າມາສູ່ດິນແດນອິນດູຈີນ ແລະ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຂອງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ເລີ່ມຈາກການເຂົ້າຮ່ວມໃນຂະບວນການຊາວໜຸ່ມຕະລຸມບອນ ເຄື່ອນໄຫວກໍ່ສ້າງຮາກຖານການເມືອງ, ໂຄສະນາຂົນຂວາຍປະຊາຊົນ ແລະ ສ້າງໜ່ວຍແກ່ນສານນຳພາຂອງພັກຂຶ້ນ ເພື່ອສ້າງຂະບວນການປະຕິວັດ, ຂະບວນນີ້ ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ສ້າງຕັ້ງພັກປະຊາຊົນລາວຂຶ້ນ ທີ່ກາຍເປັນຫຼັກແຫຼ່ງແກ່ນສານໃນເວລານັ້ນ ເພິ່ນໄດ້ເອົາຕົວເຈືອຈານເຂົ້າກັບຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນບັນດາເຜົ່າຕັ້ງແຕ່ຕົ້ນ, ຮ່ວມເປັນຮ່ວມຕາຍກັບພະນັກງານ-ນັກຮົບ, ຮ່ວມທຸກຮ່ວມສຸກກັບປະຊາຊົນ ເພື່ອນຳພາສ້າງຂະບວນການຕໍ່ສູ້ ຈົນສາມາດຍາດໄດ້ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ໃຫຍ່ຫຼວງຂຶ້ນເປັນກ້າວໆ, ຈົນເຖິງບັນລຸໄດ້ໄຊຊະນະສົມບູນ.
ການທີ່ການປະຕິວັດລາວເຮົາ ມີຄວາມເຕີບໃຫຍ່ຂະຫຍາຍຕົວໄດ້ຄືດັ່ງກ່າວນັ້ນ ຍ້ອນປະທານ ໄກສອນ ພົມວິຫານ ໄດ້ນໍາເອົາທິດສະດີປະຕິວັດ ສົມທົບເຂົ້າກັບຂະບວນການຮັກຊາດຂອງປະຊາຊົນລາວບັນດາເຜົ່າຢ່າງກົມກຽວ ໂດຍໝູນໃຊ້ຫຼັກມູນທິດສະດີມາກສ໌-ເລນິນ ຢ່າງປະດິດສ້າງ ແລະ ສອດຄ່ອງກັບສະພາບຈຸດພິເສດຕົວຈິງຂອງປະເທດເຮົາ, ເອົາຂະບວນການຮັກຊາດຕິດພັນກັບຂະບວນການປະຕິວັດຂອງໂລກ, ນຳພາຈັດຕັ້ງກອງຕະລຸມບອນປະກອບອາວຸດ, ປຸກລຸກຂົນຂວາຍປະຊາຊົນ ແລະ ສ້າງໄດ້ກໍາລັງປະກອບອາວຸດ ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ສ້າງໄດ້ຖານທີ່ໝັ້ນປະຕິວັດຂຶ້ນຢູ່ແຂວງຫົວພັນ ທັງໄດ້ປະສົມປະສານການເຄື່ອນໄຫວກັບກອງກຳລັງປະກອບອາວຸດ ແລະ ຖານທີ່ໝັ້ນປະຕິວັດແຫ່ງອື່ນໆໃນທົ່ວປະເທດ, ໄດ້ນໍາພາເຕົ້າໂຮມກອງໂຄສະນາຂົນຂວາຍປະກອບອາວຸດປະຕິວັດຈາກທົ່ວປະເທດ ປະກາດສ້າງຕັ້ງເປັນກອງທັບລາວອິດສະຫຼະຂຶ້ນ ໃນວັນທີ 20 ມັງກອນ 1949 ເຊິ່ງແມ່ນວັນສ້າງ ຕັ້ງກອງທັບປະຊາຊົນລາວໃນປັດຈຸບັນ.
ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດາສະຫາຍນັກປະຕິວັດ ສ້າງຕັ້ງແນວລາວອິດສະຫຼະຂຶ້ນ ເປັນອົງການສໍາພັນທະພາບແນວໂຮມແຫ່ງຊາດ ເປັນຄັ້ງທໍາອິດໃນປະຫວັດສາດຊາດລາວ, ກາຍເປັນກໍາລັງແຮງປະຕິວັດທີ່ເຂັ້ມແຂງໃນຂະບວນການຕໍ່ສູ້ກູ້ຊາດ ແລະ ນໍາໄປສູ່ການສ້າງຕັ້ງພັກປະຊາຊົນລາວ ຂຶ້ນໃນວັນທີ 22 ມີນາ 1955 ເຊິ່ງຖືເປັນຂີດໝາຍສໍາຄັນ ແລະ ເປັນບາດລ້ຽວປະຫວັດສາດ ໃນການດໍາເນີນການປະຕິວັດຊາດ-ປະຊາທິປະໄຕ ຢູ່ປະເທດພວກເຮົາ ໄປສູ່ຄຸນນະພາບໃໝ່.
ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດາຜູ້ນໍາຂອງພັກເຮົາ ຄົ້ນຄວ້າວາງຍຸດທະສາດການຕໍ່ສູ້ຢ່າງຖືກຕ້ອງ ໂດຍໄດ້ສົມທົບການຕໍ່ສູ້ດ້ວຍຫຼາຍຮູບການໄປພ້ອມໆກັນຢ່າງແໜ້ນແຟ້ນ, ເປັນຕົ້ນ ການເປີດສະໜາມຮົບດ້ານການທະຫານ ໄປພ້ອມໆກັບການຕໍ່ສູ້ທາງການເມືອງ, ທາງກົດໝາຍ ແລະ ທາງການທູດ ກໍຄືໄດ້ນໍາໃຊ້ຮູບການທັງຕໍ່ສູ້, ທັງເຈລະຈາສ້າງຄວາມຖືກຕ້ອງປອງດອງຊາດ ດ້ວຍການສ້າງຕັ້ງລັດຖະບານປະສົມ ເຖິງ 3 ຄັ້ງ ແລະ ໄດ້ດໍາເນີນຍຸດທະສາດ-ຍຸດໂທບາຍ ອັນນິ້ມນວນ-ຄ່ອງແຄ້ວ, ມີຫຼັກການ ກັບຝ່າຍກົງກັນຂ້າມ ເຮັດໃຫ້ການປະຕິວັດ ກໍຄືຂະບວນການຕໍ່ສູ້ຂອງກຳລັງຮັກຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ຍາດໄດ້ໄຊຊະນະເປັນຂັ້ນໆມາ.
ປະທານ ໄກສອນ ພົມວິຫານ ເປັນນັກຍຸດທະສາດທີ່ກໍາແໜ້ນຈຸດພິເສດຂອງຄົນລາວ, ສັງຄົມລາວ ທັງຮູ້ສ້າງສະພາວະການປະຕິວັດ ໃຫ້ແກ່ແຕ່ລະສະໜາມຮົບ, ສຸດທ້າຍກໍສາມາດສ້າງກາລະໂອກາດໃຫ້ແກ່ການປະຕິວັດທີ່ເພິ່ນເອີ້ນວ່າ “ພັນປີມີເທື່ອໜຶ່ງ”, ດ້ວຍການນຳໃຊ້ “3 ບາດຄ້ອນຍຸດທະສາດ” ທີ່ສາມາດທັບມ້າງກົງຈັກການປົກຄອງຂອງລັດຖະບານຝ່າຍຂວາໄດ້ສຳເລັດ ແລະ ຢຶດເອົາອໍານາດການປົກຄອງປະຕິວັດມາມື ໄດ້ດ້ວຍການໃຊ້ຍຸດທະສາດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້ທັງໝົດ”, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ອັນເປັນການໄຂສັງກາດໃໝ່, ສັງກາດແຫ່ງເອກະລາດແຫ່ງຊາດ ແລະ ອິດສະ ຫຼະພາບທີ່ແທ້ຈິງ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຂອງພວກເຮົາ ພາຍຫຼັງທີ່ຊາດເຮົາຕົກເປັນເມືອງສ່ວຍ, ເມືອງຂຶ້ນຂອງຕ່າງຊາດ ມາເປັນເວລານັບຮ້ອຍໆປີ.
ບັນດາສະຫາຍ, ເພື່ອນມິດ ທີ່ຮັກແພງ,
ການຊີ້ນຳ-ນຳພາຂອງພັກ ພາຍໃຕ້ການນຳຂອງປະທານ ໄກສອນ ພົມວິຫານ ພາຍຫຼັງສະຖາປະນາ ສປປລາວ ນັ້ນ ແມ່ນໄລຍະຕົ້ນຂອງການປະຕິບັດໜ້າທີ່ແຫ່ງການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ໜ້າທີ່ໃນການພັດທະນາປະເທດຊາດ ດ້ວຍການຮໍາບາດແຜສົງຄາມ, ປັບປຸງເສດຖະກິດ-ສັງຄົມ, ຟື້ນຟູການຜະລິດຄືນໃໝ່, ປົວແປງ-ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄປພ້ອມໆກັບການຕໍ່ຕ້ານການປອງຮ້າຍ, ມ້າງເພທໍາລາຍຢ່າງບໍ່ລົດລະຈາກອິດທິກຳລັງປໍລະປັກ ໄດ້ສຳເລັດຜົນຢ່າງໃຫຍ່ຫຼວງ ເພື່ອເປັນກຳລັງແຮງໃຫ້ແກ່ການສືບຕໍ່ນຳພາປວງຊົນລາວທັງຊາດ ປົກປັກຮັກສາ ແລະ ສ້າງສາລະບອບໃໝ່; ຈາກນັ້ນ ໄດ້ວາງແນວທາງປ່ຽນແປງໃໝ່ ເພື່ອສືບຕໍ່ບູລະນະແນວທາງນະໂຍບາຍ ເພື່ອກ້າວເດີນຕໍ່ໄປຢ່າງໜັກແໜ້ນ. ໃນເກືອບ 40 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ທີ່ມີຜົນສຳເລັດຢ່າງເປັນຮູບປະທຳມານັ້ນ ໄດ້ເປັນທີ່ຮັບຮູ້ກັນດີວ່າ ແນວຄິດ-ຈິນຕະນາການ ຂອງປະທານ ໄກສອນ ພົມວິຫານ ເປັນພື້ນຖານໃຫ້ແກ່ການກຳນົດນະໂຍບາຍ ແລະ ແນວທາງປ່ຽນແປງໃໝ່ຂອງພັກເຮົາ ທີ່ເປັນແນວທາງແຫ່ງການບູລະນະ, ປະຕິຮູບຮອບດ້ານ ທີ່ມີປະສິດທິຜົນສູງ ແລະ ນໍາມາເຊິ່ງຜົນສໍາເລັດຮອບດ້ານຢ່າງໜ້າພາກພູມໃຈ ຈົນເທົ່າເຖິງທຸກວັນນີ້.
ບັນດາສະຫາຍທີ່ຮັກແພງ,
ຕະຫຼອດຊີວິດປະຕິວັດຂອງປະທານ ໄກສອນ ພົມວິຫານ ໃນຖານະທີ່ເພິ່ນເປັນໃຈກາງ, ເປັນຄັນທຸງຂອງການປະຕິວັດນັ້ນ, ຍາມໃດເພິ່ນກໍຖືສຳຄັນແນວທາງມະຫາຊົນຢ່າງສະເໝີຕົ້ນສະເໝີປາຍ, ເພາະເພິ່ນຖືວ່າ ກຳລັງແຮງຂອງປະຊາຊົນ ແມ່ນກຳລັງທີ່ບໍ່ບົກແຫ້ງ, ເພິ່ນຈຶ່ງເປັນຕົວແບບຂອງການພົວພັນສະໜິດແໜ້ນ, ໃກ້ຊິດຕິດແທດ, ຮ່ວມສຸກຮ່ວມທຸກກັບປະຊາຊົນບັນດາເຜົ່າ. ເພິ່ນບໍ່ພຽງແຕ່ຄິດຫາວິທີປົດປ່ອຍປະຊາຊົນອອກຈາກຄວາມເປັນຂ້ອຍຂ້າມ້າໃຊ້ເທົ່ານັ້ນ, ແຕ່ຫາກຍັງຄິດຫາວິທີ ແລະ ມາດຕະການທີ່ມີປະສິດທິຜົນ ເພື່ອປົດປ່ອຍເອົາປະຊາຊົນລາວບັນດາເຜົ່າ ອອກຈາກຄວາມທຸກຍາກຫຼ້າຫຼັງ, ນຳເອົາຄວາມຢູ່ດີກິນດີ, ຄວາມຮັ່ງມີຜາສຸກ ມາສູ່ປວງຊົນທັງຊາດ, ຖືການປຸກລະດົມຄວາມຕື່ນຕົວຮັກຊາດຂອງປະຊາຊົນ ແລະ ຖືເອົາການເຕົ້າໂຮມຄວາມສາມັກຄີປອງດອງຂອງບັນດາເຜົ່າ ແລະ ບັນດາຊັ້ນຄົນ ເປັນກຳລັງແຮງຕົ້ນຕໍ; ນອກຈາກນັ້ນ, ເພິ່ນໄດ້ຖືເອົາການຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດສາກົນ ຜູ້ຢູ່ໃກ້ ແລະ ຢູ່ໄກ ເຂົ້າໃນການສະໜັບສະໜູນຊ່ວຍເຫຼືອຂະບວນການປະຕິວັດ ແລະ ປົກປັກຮັກສາ ແລະ ພັດທະນາປະເທດເຮົາ. ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນເປັນບຸລິມະສິດຕໍ່ກັບຄວາມສໍາພັນສູ້ຮົບ ລາວ-ຫວຽດນາມ-ກໍາປູເຈຍ, ໃຫ້ຄວາມສໍາຄັນຕໍ່ການຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອຈາກ ສປຈີນ, ສະຫະພາບໂຊຫວຽດ, ບັນດາປະເທດສັງຄົມນິຍົມອ້າຍນ້ອງ, ບໍ່ລົດລະໃນການຍາດແຍ່ງເອົາການສະໜັບສະໜູນຈາກເພື່ອນມິດທັງຢູ່ໃກ້ ແລະ ຢູ່ໄກ ແລະ ອົງການຈັດຕັ້ງສາກົນໃນໂລກ ເຂົ້າໃນພາລະກິດປະຕິວັດຊາດ-ປະຊາທິປະໄຕ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດເຮົາ… ປະທານ ໄກສອນ ພົມວິຫານ ໄດ້ອຸທິດໝົດສະຕິປັນຍາ, ກຳລັງວັງຊາ ແລະ ເຫື່ອແຮງ ເພື່ອພາລະກິດປະຕິວັດ, ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ດ້ວຍນ້ຳໃຈຮັກເຊື້ອແພງຊາດອັນດູດດື່ມ, ມີຄວາມຊື່ສັດບໍລິສຸດ, ທ່ຽງທໍາ, ມີຄວາມຈິງໃຈ ຕໍ່ການກໍ່ສ້າງພະນັກງານຮຸ່ນສືບທອດ, ດໍາລົງຊີວິດແບບລຽບງ່າຍ, ຖະໜອມຖ່ອມຕົວ, ຮໍ່າຮຽນນໍາມະຫາຊົນ, ມັກສຶກສາຄົ້ນຄວ້າ-ຮ່ໍາຮຽນ ຍົກລະດັບເລື້ອຍໆ… ເຊິ່ງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພັກ, ລັດ ແລະ ປະຊາຊົນເຮົາ… ດ້ວຍຄຸນສົມບັດ ແລະ ທັດສະນະດັ່ງກ່າວ, ປະທານ ໄກສອນ ພົມ ວິຫານ ຈຶ່ງໄດ້ຮັບຄວາມເຄົາລົບຮັກ ແລະ ຄວາມເຊື່ອໝັ້ນຢ່າງເລິກເຊິ່ງ ຈາກປະຊາຊົນເຜົ່າຕ່າງໆ. ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດ ແລະ ເປັນຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
ບັນດາທ່ານ, ບັນດາສະຫາຍ ທີ່ຮັກແພງ,
ການລະລຶກເຖິງຄຸນງາມຄວາມດີ ແລະ ສໍານຶກບຸນຄຸນອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ພວກເຮົາກຳລັງທົບທວນເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນ ຄົບຮອບ 105 ປີ ໃນມື້ນີ້, ພວກເຮົາຈົ່ງພ້ອມກັນຮ່ໍາຮຽນເອົາຄຸນສົມບັດສິນທຳປະຕິວັດຂອງເພິ່ນ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານ ແລະ ການດຳລົງຊີວິດຂອງພວກເຮົາແຕ່ລະຄົນ. ໃນໂອກາດນີ້, ຂ້າພະເຈົ້າຂໍສະເໜີແລກປ່ຽນກັບທ່ານຜູ້ເຂົ້າຮ່ວມຊຸມນຸມ ແລະ ທ່ານຜູ້ຊົມ-ຜູ້ຟັງໃນທົ່ວປະເທດ ບາງຄຳເຫັນຈຳນວນໜຶ່ງດັ່ງນີ້:
ໜຶ່ງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ຄວາມເປັນປຶກແຜ່ນຂອງຊາດ ໃຫ້ກາຍເປັນ “ຫີນສີລາອັນໝັ້ນແກ່ນ” ໃຫ້ແກ່ກ້ອນກໍາລັງມະຫາສາມັກຄີພາຍໃນຊາດ.
ພັກເຮົາ ເຄື່ອນໄຫວນໍາພາຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ມີການແບ່ງງານ ໃຫ້ບຸກຄົນ ແລະ ການຈັດຕັ້ງ ຮັບຜິດຊອບຢ່າງຈະແຈ້ງ, ການປະຕິບັດນະໂຍບາຍຕາມຫຼັກການນີ້ ແມ່ນການສ້າງຄວາມເປັນປຶກແຜ່ນພາຍໃນພັກ ແລະ ພາຍໃນຊາດ ໄດ້ເປັນຢ່າງດີ. ດັ່ງນັ້ນ, ການເຊີດຊູຄວາມຮັບຜິດຊອບການເມືອງ, ການປະຕິບັດໜ້າທີ່ຂອງແຕ່ລະຄົນ ທີ່ໄດ້ຮັບມອບໝາຍ ດ້ວຍຄວາມພາກພຽນ, ອົດທົນ ແລະ ຈົງຮັກພັກດີນັ້ນ ແມ່ນກຳລັງແຮງຂອງການສ້າງຄວາມເຂັ້ມແຂງພາຍໃນຊາດ, ຄວາມເຂັ້ມແຂງນີ້ ຈະສາມາດຜ່ານຜ່າໄດ້ອຸປະສັກໃນສະພາບຫົວລ້ຽວຫົວຕໍ່ທີ່ສ່ຽງເປັນສ່ຽງຕາຍ ທີ່ອາດຈະເກີດຂຶ້ນບົນເສັ້ນທາງເດີນປະເທດເຮົາ ດັ່ງທີ່ເພີ່ນເຄີຍເຕືອນໄວ້ວ່າ:“ຍິ່ງຫຍຸ້ງຍາກ ກໍຍິ່ງອົດທົນ, ຍິ່ງສັບສົນ ກໍຍິ່ງທຸ່ນທ່ຽງ, ຍິ່ງລະອິດລະອ້ຽວຂ້ຽວຂາດ ກໍຍິ່ງສ້າງໄດ້ຄວາມສະຫຼາດສ່ອງໃສ”.
ສອງ, ພວກເຮົາຈະຕ້ອງໄດ້ເຊີດຊູຄວາມເປັນແບບຢ່າງນໍາໜ້າທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດລຽບງ່າຍ, ປອດໃສຂາວສະອາດ ທີ່ປະທານ ໄກສອນ ພົມວິຫານ ໄດ້ສ້າງເປັນຕົວແບບໄວ້ ໃນການດຳລົງຊີວິດ ແລະ ການຊີ້ນຳ-ນຳພາຂອງເພິ່ນ.
ພວກເຮົາ ຕ່າງກໍໄດ້ຮູ້-ໄດ້ເຫັນນຳກັນວ່າ ປະທານ ໄກສອນ ພົມວິຫານ ແລະ ການນຳຮຸ່ນກໍ່ຕັ້ງຂອງພັກເຮົາ ລ້ວນແຕ່ມີອິດທິພົນບົດບາດສູງ, ຍ້ອນຄວາມເປັນແບບຢ່າງນໍາໜ້າໃນຄວາມເປັນນັກປະຕິວັດທີ່ກ້າແກ່ນ, ສະເໝີຕົ້ນສະເໝີປາຍ, ບໍ່ວ່າຈະຢູ່ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໃນເວລາພັກເຮົາ ໄດ້ເປັນພັກກຳອຳນາດ, ພວກເພິ່ນຕ່າງກໍໄດ້ຮັບຕຳແໜ່ງ, ໜ້າທີ່ທີ່ສຳຄັນ, ສູງສຸດ ຂອງພັກ-ຂອງລັດ, ແຕ່ປະທານ ໄກສອນ ພົມວິຫານ ແລະ ການນໍາຂອງພັກເຮົາ ກໍຍັງຢຶດໝັ້ນທັດສະນະມະຫາຊົນ, ຖືປະຊາຊົນເປັນກົກ, ເປັນກຳລັງແຮງທີ່ບໍ່ເຫືອດແຫ້ງ ແລະ ເປັນເປົ້າໝາຍເຄື່ອນໄຫວຮັບໃຊ້ຂອງພັກ; ເວລາໃດກໍມີທັດສະນະມະຫາຊົນຢ່າງກວ້າງຂວາງ, ພົວພັນສະໜິດແໜ້ນ ທັງລົງໃກ້ຊິດຕິດແທດ, ກໍາແໜ້ນສະພາບແນວຄິດ ແລະ ຄວາມມຸ່ງມາດປາຖະໜາຂອງສະມາຊິກພັກ, ພະນັກງານ-ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ; ມີຄວາມເປັນຫ່ວງເປັນໄຍຕໍ່ຜົນປະໂຫຍດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຕອບສະໜອງຜົນປະໂຫຍດພື້ນຖານຂອງປະຊາຊົນ.
ປະທານ ໄກສອນ ພົມວິຫານ ເຄີຍເຕືອນພວກເຮົາວ່າ: ເວລາທີ່ພັກເປັນພັກກຳອຳນາດ, ພະນັກງານ-ສະມາຊິກພັກ ຈະເກີດພະຍາດອາຍາສິດ, ເອກະຊົນ, ເປັນອາຍາເຈົ້ານາຍ, ເຫັນແກ່ຕົວ, ພັກພວກ ແລະ ທ້ອງຖິ່ນຄັບແຄບ, ສໍ້ລາດບັງຫຼວງ… ພວກເຮົາທຸກຄົນຄວນຈົດຈຳຄຳຕັກເຕືອນນີ້ຂອງເພິ່ນ ເພື່ອປັບປຸງແກ້ໄຂ.
ສາມ, ຍົກສູງຄວາມເປັນເຈົ້າການ, ປະດິດສ້າງ ໃນການປັບປຸງ-ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ແທດເໝາະ, ສອດຄ່ອງກັບເງື່ອນໄຂ, ສະພາບຈຸດພິເສດ ໃນແຕ່ລະໄລຍະຂອງການປະຕິວັດໃນປະເທດ.
ປະທານ ໄກສອນ ພົມວິຫານ ມີຄວາມພາກພຽນ, ມານະອົດທົນສູງ ໃນການສຶກສາຄົ້ນຄວ້າດ້ານທິດສະດີພື້ນຖານຂອງລັດທິມາກສ໌-ເລນິນ, ຮ່ຳຮຽນບົດຮຽນຂອງຕ່າງປະເທດ ແລະ ນຳມາໝູນໃຊ້ຢ່າງມີການເລືອກເຟັ້ນ ແລະ ເພິ່ນເອົາໃຈໃສ່ຮຽນຮູ້ຈາກພຶດຕິກໍາຕົວຈິງ ທັງມີຄວາມສະດຸ້ງໄວ ແລະ ມີໄຫວພິບສູງຕໍ່ການຜັນແປຂອງສະພາບການຕ່າງໆ; ດ້ວຍເຫດນັ້ນ, ເພິ່ນຈຶ່ງມີຄວາມກ້າຫານປັບປຸງບູລະນະແນວທາງ ໃຫ້ມີຄວາມສອດຄ່ອງກັບສະພາບແວດລ້ອມໃນແຕ່ລະເງື່ອນໄຂຢ່າງປະດິດສ້າງ, ທັງຮູ້ໝູນໃຊ້ຍຸດໂທບາຍທີ່ແທດເໝາະ ເພື່ອບັນລຸເປົ້າໝາຍຍຸດທະສາດ, ທັງກຳແໜ້ນກາລະໂອກາດອັນເອື້ອອຳນວຍ ແລະ ຮູ້ນຳໃຊ້ຢ່າງວ່ອງໄວ ແລະ ທັນການ.
ຕົວຢ່າງ: ໃນເວລາທີ່ສະພາບການເມືອງ-ສັງຄົມຂອງຄ້າຍສັງຄົມນິຍົມເອີຣົບຕະເວັນອອກ ເກີດວິກິດການ, ປະທານ ໄກສອນ ພົມວິຫານ ໄດ້ມີຄວາມສະດຸ້ງໄວຕໍ່ສະພາບການ, ບໍ່ລັງເລຢຸດໆຢ່ອນໆ, ເດັດດ່ຽວຕັດສິນໃຈຮ່ວມກັບໝູ່ສະຫາຍການນໍາ ດໍາເນີນການປ່ຽນແປງໃໝ່; ກ່ອນອື່ນໝົດ ແມ່ນປ່ຽນແປງໃໝ່ດ້ານຈິນຕະນາການ, ການປັບປຸງປ່ຽນແປງດ້ານກົນໄກ, ການຄຸ້ມຄອງ-ບໍລິຫານລັດ, ແຍກພາລະບົດບາດຊີ້ນຳ-ນຳພາຂອງພັກ ໃຫ້ສອດຄ່ອງກັບການນຳພາການຄຸ້ມຄອງບໍລິຫານດ້ານເສດຖະກິດ, ກໍານົດແຈ້ງການຄຸ້ມຄອງດ້ານມະຫາພາກ ແລະ ຈຸລະພາກ ຂອງບັນດາຫົວໜ່ວຍການຜະລິດ-ທຸລະກິດ, ການໃຊ້ເຄື່ອງມືດ້ານເສດຖະກິດ-ການເງິນ ເພື່ອຄຸ້ມຄອງ-ດັດສົມເສດຖະກິດ ຫາກບໍ່ແມ່ນການໃຊ້ແຕ່ຄໍາສັ່ງບໍລິຫານ,… ໃນການປ່ຽນແປງໃໝ່ນັ້ນ ຕ້ອງຢຶດໝັ້ນໃນຈຸດໝາຍສັງຄົມນິຍົມ, ປ່ຽນແປງໃໝ່ ຕ້ອງຮອບດ້ານ, ແຕ່ຕ້ອງມີຂັ້ນຕອນ ແລະ ບາດກ້າວອັນເໝາະສົມ. ເພິ່ນເນັ້ນຢໍ້າເລື້ອຍໆວ່າ ຢາກປ່ຽນແປງໃໝ່ໄດ້ດີ ຕ້ອງປະດິດສ້າງ, ປົດປ່ອຍແນວຄິດອອກຈາກລັດທິຄໍາພີ, ແຂງກະດ້າງ, ກົນຈັກຕາຍຕົວ, ປົດປ່ອຍແນວຄິດທີ່ບໍ່ສອດຄ່ອງກັບພຶດຕິກໍາຕົວຈິງ. ສິ່ງດັ່ງກ່າວນັ້ນ, ສ່ອງແສງເຖິງມານະຈິດປະຕິວັດບຸກ, ຄວາມປີຊາສາມາດ, ຄວາມກ້າຫານ, ປະດິດສ້າງ, ຄວາມເປັນເອກະລາດ ໃນການກໍານົດແນວທາງ, ແຜນນະໂຍບາຍ ຂອງປະທານ ໄກສອນ ພົມວິຫານ ແລະ ການນໍາຂອງພັກເຮົາໃນເວລານັ້ນ ເຊິ່ງຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍໄດ້ຕີລາຄາຢ່າງຈະແຈ້ງແລ້ວ; ສະນັ້ນ, ພວກເຮົາດຳເນີນການແກ້ໄຂໃນຊຸມປີຕໍ່ໜ້າພາຍຫຼັງຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອຕອບສະໜອງຄວາມເລັ່ງທວງຂອງການພັດທະນາກ້າວຂຶ້ນຂອງປະເທດຊາດເຮົາ.
ສີ່, ຢຶດໝັ້ນ ແລະ ເສີມຂະຫຍາຍຈິດໃຈຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສົມທົບຢ່າງແໜ້ນແຟ້ນລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ ເພື່ອເສີມຂະຫຍາຍກຳລັງແຮງພາຍໃນຊາດ ສົມທົບກັບກໍາລັງແຮງຂອງຍຸກສະໄໝ ເຂົ້າໃນການພັດທະນາປະເທດຊາດກ້າວຂຶ້ນ.
ໃນຊຸມປີຕໍ່ໜ້ານີ້, ພວກເຮົາຈະຂຸດຄົ້ນຄວາມອາດສາມາດບົ່ມຊ້ອນ ແລະ ທ່າແຮງຂອງພາຍໃນປະເທດ ສົມທົບກັບການຍາດແຍ່ງເອົາການຮ່ວມມືຈາກພາຍນອກຢ່າງເປັນເຈົ້າການ ເພື່ອສ້າງໃຫ້ມີກຳລັງແຮງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ກ້າວຂຶ້ນຕື່ມບາດກ້າວໜຶ່ງ ໂດຍຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ມີການຫັນປ່ຽນຈະແຈ້ງ; ຄົ້ນຄວ້າ ແລະ ປະດິດສ້າງໃໝ່ ໃນການໝູນໃຊ້ ແລະ ຕໍ່ຍອດແນວຄິດ ໄກສອນ ພົມວິຫານ ເຂົ້າໃນການນໍາພາພາລະກິດປະຕິວັດ, ສົມທົບແໜ້ນ ແລະ ມີການເລືອກເຟັ້ນ ລະຫວ່າງບົດຮຽນຂອງພັກເຮົາ ກັບບົດຮຽນຂອງເພື່ອນມິດສາກົນ ທີ່ແທດເໝາະກັບສະພາບຂອງປະເທດເຮົາ ຕາມແນວທາງສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສາມາດຢືນດ້ວຍລໍາແຄ່ງລໍາຂາຂອງຕົນເອງ ແລະ ກ້າວອອກສູ່ໂລກໄດ້ຢ່າງໜັກແໜ້ນ.
ຫ້າ, ປະທານ ໄກສອນ ພົມວິຫານ ເຄີຍໃຫ້ນະໂຍບາຍໄວ້ວ່າ: “ເອົາການສຶກສາໄປກ່ອນກ້າວໜຶ່ງ” ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກວັດທະນະທໍາຂອງຊາດ, ເພິ່ນເຄີຍສັ່ງສອນວ່າ: ““ເສຍວັດທະນະທໍາ ແມ່ນເສຍຊາດ”.
ໃນຊຸມປີຕໍ່ໜ້າ ພວກເຮົາຕ້ອງເອົາໃຈໃສ່ພັດທະນາຄົນລາວໃນທຸກດ້ານ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ສະເໝີພາບ, ຍຸຕິທໍາ ແລະ ສີວິໄລ, ຈຸດໝາຍລວມແມ່ນຕ້ອງນຳພາພັດທະນາຄົນລາວໃຫ້ມີຄວາມພ້ອມໃນທຸກດ້ານ ເປັນກຳລັງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ການສ້າງຄວາມຈະເລີນ ແລະ ຄວາມຢູ່ດີກິນດີທາງດ້ານວັດຖຸ ກັບການສ້າງຄວາມສີວິໄລທາງດ້ານຈິດໃຈ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ເພີ່ມສັກກະຍາພາບຂອງຄົນລາວໃຫ້ສູງຂຶ້ນ ເພື່ອສ້າງຄົນລາວໃຫ້ກາຍເປັນທຶນແຫ່ງຊັບພະຍາກອນມະນຸດຂອງຊາດ, ກາຍເປັນພົນລະເມືອງທີ່ມີຄຸນນະພາບສູງຂຶ້ນ ແລະ ສາມາດປັບໂຕເຂົ້າກັບສະພາບການຜັນແປທີ່ຈະເກີດຂຶ້ນໄດ້ຢ່າງຮອບດ້ານ, ຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າ ສາມາດຊົມໃຊ້ໝາກຜົນຂອງການປ່ຽນແປງໃໝ່ ກໍຄືການພັດທະນາຢ່າງຍຸຕິທຳ ເຊິ່ງແມ່ນຄວາມປາຖະໜາອັນສູງສົ່ງຂອງປະທານ ໄກສອນ ພົມວິຫານ ແລະ ອຸດົມການອັນສະເໝີຕົ້ນສະເໝີປາຍຂອງພັກເຮົາ.
ຫົກ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຖືປະຊາຊົນເປັນກົກ… ດັ່ງນັ້ນ, ພວກເຮົາທີ່ກຳລັງຜັນຂະຫຍາຍຄວາມເອົາໃຈໃສ່ ແລະ ຄວາມມຸ່ງມາດປາຖະໜາຂອງເພິ່ນ, ພວກເຮົາຕ້ອງເລັ່ງລັດພັດທະນາຊົນນະບົດ, ເຂດຫ່າງໄກສອກຫຼີກ ໂດຍເອົາປະຊາຊົນເປັນກົກ, ເອົາຊົນນະບົດເປັນເປົ້າໝາຍຂອງການພັດທະນາ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງທຶນ, ເຂົ້າເຖິງການສຶກສາ, ເຂົ້າເຖິງເຕັກໂນໂລຊີໃໝ່, ໃຫ້ປະຊາຊົນຮູ້ວິທີການທໍາມາຫາກິນແບບໃໝ່, ສ້າງວິຖີຊີວິດແບບໃໝ່ ທີ່ມີການພັດທະນາກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ບັນດາສະຫາຍ ທີ່ຮັກແພງທັງຫຼາຍ,
ປະທານ ໄກສອນ ພົມວິຫານ ໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງໃຫ້ແກ່ພັກ ແລະ ແກ່ຊາດເຮົາ, ອຸດົມການ ແລະ ການອຸທິດຂອງເພິ່ນ ແມ່ນຕິດແໜ້ນກັບພາລະກິດປະຕິວັດຂອງພັກເຮົາ. ຂ້າພະເຈົ້າ ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສາມັກຄີກັນເປັນປຶກແຜ່ນ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃຫ້ເຂົ້າສູ່ຊີວິດຕົວຈິງ.
ວັນເວລາໄດ້ຜ່ານພົ້ນໄປ, ພາລະກິດປະຕິວັດຂອງພັກເຮົາ ກໍຄືແນວທາງປ່ຽນແປງໃໝ່ທີ່ປະທານ ໄກສອນ ພົມວິຫານ ໄດ້ລິເລີ່ມ ແລະ ນໍາພາມາແຕ່ຕົ້ນນັ້ນ ໄດ້ນໍາການປ່ຽນແປງໃໝ່ຢ່າງເລິກເຊິ່ງ, ຮອບດ້ານ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ໃນຈຸດເວລາຄືແນວນີ້, ພວກເຮົາຍິ່ງມີຄວາມຊາບຊຶ້ງໃຈໃນພາລະກໍາອັນລໍ້າເລີດຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ປະໄວ້ໃຫ້ປະຊາຊົນລາວບັນດາເຜົ່າຂອງພວກເຮົາ ແລະ ພວກເຮົາຈະເດັດດ່ຽວໜຽວແໜ້ນສືບຕໍ່ສ້າງເປັນກຳລັງແຮງເພື່ອພັດທະນາຕໍ່ໆໄປ.
ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດທີ່ຍິ່ງໃຫຍ່ຂອງຊາດລາວ, ເປັນນັກປະຕິວັດທີ່ອົງອາດກ້າແກ່ນ, ນັກຮັກຊາດຜູ້ຍິ່ງໃຫຍ່, ລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ.
ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດຂອງພັກເຮົາ ແລະ ຈະປະທັບຢູ່ໃນດວງໃຈຂອງປະຊາຊົນລາວຕະຫຼອດໄປ!
(ຂໍຂອບໃຈ)
ອາດເປັນຮູບພາບຂອງ ເວທີ
ເບິ່ງຂໍ້ມູນເຊີງເລິກ ແລະ ການໂຄສະນາ

ບູສໂພສ
All reactions:

ທ່ານ ແລະ ອີກ 8 ຄົນ