ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ
ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປລາວ
ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ
(ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)
———————
– ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື,
– ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ,
– ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ທ່ານຍິງ, ທ່ານຊາຍ ທີ່ມີກຽດ,
– ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ.
ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາ ວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູ ຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ-ສັງຄົມ ຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ກ່ອນໜ້ານີ້ 50 ປີ, ນະສະຖານທີ່ນີ້ ໄດ້ເປັນບ່ອນເຕົ້າໂຮມກ້ອນກໍາລັງອັນມະຫຶມາຂອງນັກປະຕິວັດ ແລະ ປະ ຊາຊົນລາວຜູ້ຮັກຊາດ ເພື່ອຢຶດອໍານາດການປົກຄອງ ຢູ່ນະຄອນຫຼວງວຽງຈັນ, ອັນນໍາໄປສູ່ກອງປະຊຸມໃຫຍ່ຜູ້ແທນປະ ຊາຊົນທົ່ວປະເທດ ເພື່ອປະກາດລົບລ້າງລະບອບລ່າເມືອງຂຶ້ນ ແລະ ສັກດີນາ, ຂຸນເສິກ ຢ່າງສິ້ນເຊີງ, ສະຖາປະນາ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ຈາກເຫດການປະ ຫວັດສາດອັນຍິ່ງໃຫຍ່ຄັ້ງນີ້ “ໄດ້ເຮັດໃຫ້ຊາຕາກໍາຂອງຊາດ ແລະ ສັງຄົມປະເທດເຮົາ ປ່ຽນແປງຢ່າງເລິກເຊິ່ງ ແລະ ໄດ້ໄຂສັງກາດໃໝ່ແຫ່ງການກໍ່ສ້າງປິຕຸພູມລາວທີ່ແສນຮັກ ແລະ ຫວງແຫນຂອງພວກເຮົາ ໃຫ້ກ້າວເດີນໄປຢ່າງວ່ອງໄວ ແລະ ເຂັ້ມແຂງ ຕາມເສັ້ນທາງເອກະລາດ, ເປັນເຈົ້າຕົນເອງ, ເອກະພາບ ແລະ ວັດທະນະຖາວອນ, ຮັບປະກັນໃຫ້ປະ ຊາຊົນລາວບັນດາເຜົ່າ ໄດ້ດໍາລົງຊີວິດຢູ່ຢ່າງອີ່ມໜໍາສໍາລານ, ມີອິດສະຫຼະພາບ ແລະ ມີຄວາມຜາສຸກຕະຫຼອດກາລະນານ”.
ເມື່ອຫວນຄືນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ແຫ່ງການສ້າງຕັ້ງລະບອບໃໝ່ ທີ່ດັງກ້ອງກັງວານໄປທົ່ວທຸກແຫ່ງຫົນໃນທົ່ວປະເທດ ແລະ ທົ່ວໂລກນັ້ນ, ພວກເຮົາມີຄວາມອາໄລອາວອນ ແລະ ຮູ້ບຸນຄຸນອັນໃຫຍ່ຫຼວງ ຕໍ່ວິລະກໍາອັນ ລໍ້າເລີດ, ລະນຶກເຖິງຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ແລະ ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານ, ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກລໍາບາກໃດໆ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ດ້ວຍສາມບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້.
ໃນພິທີອັນເຄັ່ງຂຶມ ແລະ ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າຂໍຮຽນເຊີນບັນດາສະຫາຍ, ແຂກທີ່ມີກຽດ, ບັນ ດາທ່ານທີ່ເຂົ້າຮ່ວມພິທີຢູ່ນະທີ່ນີ້ ແລະ ຮ່ວມພິທີຢູ່ທຸກແຫ່ງໃນທົ່ວປະເທດ ຈົ່ງພ້ອມກັນລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງບັນດາສະຫາຍທີ່ລ່ວງລັບໄປແລ້ວ.
ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງ,
ຕະຫຼອດຍ່ານທາງ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປລາວ ໄດ້ກ້າວເດີນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ການມ້າງເພທໍາລາຍທຸກຮູບແບບຕໍ່ລະບອບໃໝ່. ພວກເຮົາຮັກສາໄວ້ຢ່າງໜັກແໜ້ນ ເຊິ່ງໝາກຜົນຂອງການປະຕິວັດທີ່ແລກໄດ້ມາດ້ວຍຢາດເລືອດ, ຊີວິດ ແລະ ການເສຍສະຫຼະ ບໍ່ຈັກວ່າເທົ່າໃດຂອງນັກປະຕິວັດ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວຜູ້ຮັກຊາດ ພາຍໃຕ້ການນໍາພາອັນຖືກຕ້ອງສ່ອງໃສຂອງພັກປະຊາຊົນປະຕິວັດລາວ. ພວກເຮົາໄດ້ຕັ້ງໜ້າ, ເດັດດ່ຽວ ແລະ ບາກບັ່ນສູ້ຊົນສູງສຸດ ເພື່ອສະແຫວງຫາເສັ້ນທາງກ້າວເດີນທີ່ຖືກຕ້ອງ, ສອດຄ່ອງກັບເງື່ອນໄຂ, ຈຸດພິເສດຂອງລາວ ແລະ ຈາກການຖອດບົດຮຽນໃນການສ້າງສາລະບອບໃໝ່ໃນຊຸມປີທໍາອິດ ໄດ້ດໍາເນີນພາລະກິດປ່ຽນແປງໃໝ່ຜ່ານແນວຄິດລິເລີ່ມອັນປະດິດສ້າງ ແລະ ການຕັດສິນໃຈອັນກ້າຫານຂອງປະທານ ໄກສອນ ພົມວິຫານ, ຈົນເຖິງກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໃນປີ 1986 ແລະ ກອງປະຊຸມໃຫຍ່ຄັ້ງຕໍ່ໆມາຂອງພັກ ໄດ້ສະຫຼຸບສັງລວມບັນຫາຕ່າງໆ ແລ້ວວາງອອກເປັນແນວທາງປ່ຽນ ແປງໃໝ່ທີ່ເປັນລະບົບຄົບຊຸດ, ຮອບດ້ານ, ມີຫຼັກການ ແລະ ໄດ້ເພີ່ມເຕີມເສີມຂະຫຍາຍເຖິງທຸກວັນນີ້ ແລະ ຍັງຈະສືບ ຕໍ່ຍູ້ແຮງການຈັດຕັ້ງຜັນຂະຫຍາຍສູ່ລວງເລິກຕໍ່ໆໄປ.
ເລີ່ມຈາກການປ່ຽນແປງໃໝ່ດ້ານເສດຖະກິດ ຄຽງຄູ່ກັບການປ່ຽນແປງໃໝ່ດ້ານຈິນຕະນາການ, ໄດ້ສ້າງຄວາມຮັບຮູ້ໃໝ່ດ້ານທິດສະດີ ກ່ຽວກັບສັງຄົມນິຍົມສູ່ການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ. ສປປລາວ ຈາກທີ່ມີຈຸດເລີ່ມຕໍ່າ ສາມາດຜ່ານຜ່າພະຍຸລົມແດງ ແລະ ສິ່ງທ້າທາຍທົດສອບອັນລະອິດລະອ້ຽວ, ຂ້ຽວຂາດ ມາໄດ້. ພວກເຮົາສາມາດເວົ້າໄດ້ຢ່າງເອກອ້າງທະນົງໃຈວ່າ: ຊາດລາວ ຈາກປະເທດສັກດີນາ, ຫຼ້າຫຼັງ ແລະ ຕົກເປັນເມືອງສ່ວຍ, ຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ ເປັນເວລາຫຼາຍຮ້ອຍປີນັ້ນ ໄດ້ກາຍເປັນປະເທດທີ່ມີເອກະລາດ, ອໍານາດອະທິປະໄຕຢ່າງສົມບູນ ບົນຜືນແຜ່ນດິນອັນແສນຮັກ ແລະ ປິຕຸພູມອັນຫວງແຫນຂອງປະຊາຊົນລາວບັນດາເຜົ່າ. ລະບອບປະຊາທິປະໄຕປະຊາຊົນ ໄດ້ຮັບການສ້າງຕັ້ງ, ບູລະນະ ແລະ ພັດທະນາ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີການປ່ຽນແປງໃຫຍ່ຫຼວງທຸກດ້ານ; ຮັບປະກັນໄດ້ຄວາມໝັ້ນຄົງ ແລະ ສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງ ຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮອບຮ້ອຍ, ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ໄດ້ຮັບການເຊີດຊູຍິ່ງຂຶ້ນ; ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ຄຸນຄ່າ, ເອກະລັກດ້ານວັດທະນະທໍາອັນດີງາມຂອງຊາດ ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍ ກາຍເປັນມໍລະດົກອັນລໍ້າຄ່າໃຫ້ຄົນລາວເຮົາໄດ້ສືບທອດຕໍ່ໄປ; ຊີວິດຄວາມເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການເອົາໃຈໃສ່ປົວແປງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ແກ້ໄຂໄດ້ຄວາມທຸກຍາກເປັນກ້າວໆ ແລະ ຈະຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026; ສປປລາວ ເປັນຄູ່ຮ່ວມມື-ຄູ່ຮ່ວມພັດ ທະນາທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະຊາຊາດ, ມີທີ່ຕັ້ງ ແລະ ບົດບາດສໍາຄັນໃນຍຸດທະສາດແຫ່ງການເຊື່ອມຈອດ-ເຊື່ອມໂຍງຂອງອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ບົດບາດ, ຊື່ສຽງຂອງ ສປປລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີໂລກ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍ, ຄວາມຂອບໃຈອັນຈິງໃຈ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫຼືອ ມາຍັງປະເທດເພື່ອນມິດຜູ້ຢູ່ໃກ້ ແລະ ໄກ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ກໍຄືອົງການຈັດຕັ້ງສັງຄົມ… ທີ່ໄດ້ຕັ້ງໜ້າໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ສປປລາວ ຕະຫຼອດໄລຍະເຄິ່ງສະຕະວັດທີ່ຜ່ານມາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາຂອງປະຊາຊົນລາວພວກເຮົາ.
ຮຽນບັນດາສະຫາຍ, ແຂກທີ່ມີກຽດ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງ,
50 ປີຜ່ານໄປນັ້ນ ແມ່ນ 50 ປີ ແຫ່ງການສ້າງຕັ້ງ, ບູລະນະ ແລະ ພັດທະນາ ສປປລາວ ຢ່າງບໍ່ຢຸດຢັ້ງ, ຖືເປັນໝາກຜົນລວມຍອດຂອງຂະບວນວິວັດແຫ່ງການຕໍ່ສູ້ອັນດຸເດືອດ, ຂ້ຽວຂາດ, ລໍາບາກ ຍືດເຍື້ອຍາວນານ ທີ່ເຕັມໄປດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ບໍ່ຍອມຈໍານົນ, ຄວາມຟົດຟື້ນປະຕິວັດ ແລະ ການເສຍສະຫຼະຂອງບັນພະບູລຸດ ແລະ ວິ ລະບຸລຸດຂອງຊາດລາວວິລະຊົນ ກໍຄືການຊ່ວຍເຫຼືອອັນລໍ້າຄ່າຂອງປະເທດເພື່ອນມິດ, ພິເສດແມ່ນຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບຂອງ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ອ້າຍນ້ອງ ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ແລະ ສະຫງ່າງາມ ເຊິ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຂໍ້ສະຫຼຸບວ່າ: “ຕໍ່ສູ້ຍາວນານ, ມີໄຊຍິ່ງໃຫຍ່”.
ຕະຫຼອດໄລຍະ 50 ປີແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາ ສປປລາວ, ພວກເຮົາໄດ້ຢືນຢັນຢ່າງໜັກ ແໜ້ນເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ພາປະເທດກ້າວຂຶ້ນ, ນັ້ນແມ່ນ “ຢຶດໝັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕປະຊາ ຊົນໃຫ້ເຂັ້ມແຂງ, ສ້າງລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດເປັນຂອງທົ່ວປວງຊົນລາວຢ່າງແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງເພື່ອຄວາມສົມບູນພູນສຸກຂອງປະຊາຊົນ” ເຊິ່ງເປັນອຸດົມການອັນເດັດດ່ຽວ, ສະເໝີຕົ້ນສະເໝີປາຍຂອງພັກເຮົາ ແລະ ເປັນຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າ ທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດ ຕ້ອງສືບຕໍ່ຢຶດໝັ້ນເພື່ອນໍາພາພາລະກິດປະຕິວັດ, ນໍາພາປະເທດເຮົາກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.
ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ,
ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນ ທີ່ພວມ ແລະ ຈະສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ, ເລິກເຊິ່ງ, ຮອບດ້ານ ແລະ ເຕັມໄປດ້ວຍສິ່ງທ້າທາຍທົດສອບຫຼາຍປະການນັ້ນ, ສປປລາວ ສືບຕໍ່ຢຶດໝັ້ນແນວທາງການຕ່າງປະ ເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການພົວພັນຮ່ວມມືເພື່ອພັດທະນາ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ; ໃນນີ້, ສືບຕໍ່ເພີ່ມທະວີຄວາມສາມັກຄີ, ສາຍພົວພັນອັນສະໜິດແໜ້ນ ກັບປະເທດເພື່ອນມິດຍຸດທະສາດ; ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ເດັດດ່ຽວຢຶດໝັ້ນເສັ້ນ ທາງການພັດທະນາທີ່ມີຄວາມສົມດູນ, ກົມກຽວ ລະຫວ່າງເສດຖະກິດກັບວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ; ສືບຕໍ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ, ສົມທົບກໍາລັງແຮງຂອງຊາດ ກັບກໍາລັງແຮງຂອງຍຸກສະໄໝ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດ ບົນພື້ນຖານການເຊີດຊູສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັງສາມາດກ້າວອອກສູ່ໂລກໄດ້ຢ່າງໜັກແໜ້ນ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປະຊາຊົນໄດ້ຊົມໃຊ້ໝາກຜົນຈາກການພັດທະນາຢ່າງຍຸ ຕິທໍາ ແລະ ທົ່ວເຖິງ, ສ້າງຄວາມຢູ່ດີກິນດີ ແລະ ຮັ່ງມີຂຶ້ນຢ່າງບໍ່ຢຸດຢັ້ງ. ພວກເຮົາຕ້ອງສູ້ຊົນບັນລຸຄາດໝາຍໃຫຍ່ໃນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ທີ່ລະບຸໄວ້ໃນໂຄງການການເມືອງຂອງພັກ ວ່າ “ຮອດປີ 2055 ເມື່ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ, ສປປລາວ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກໍາລັງການຜະລິດໄດ້ຮັບການພັດ ທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນ ດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສໍາລານ”.
ພວກເຮົາຈະສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຜົນງານ ແລະ ໄຊຊະນະ ຕະຫຼອດໄລຍະ 50 ປີ ດ້ວຍຊີວິດ ແລະ ອຸດົມການອັນເດັດດ່ຽວໜຽວແໜ້ນ, ສະເໝີຕົ້ນສະເໝີປາຍ ຂອງຮຸ່ນຄົນສືບທອດຕໍ່ໄປຕາບເທົ້າໃດໆ.
ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ, ຄວາມບໍລິສຸດຜຸດຜ່ອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງ, ຄວາມເສຍສະຫຼະອັນສູງສົ່ງຂອງທົ່ວພັກ, ທົ່ວລັດ ແລະ ທົ່ວກໍາລັງປະກອບອາວຸດ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂອງປວງຊົນລາວທັງຊາດ. ດ້ວຍຄວາມປາຖະໜາອັນແຮງກ້າ, ຄວາມເຊື່ອໝັ້ນອັນເຕັມປ່ຽມຂອງປະຊາ ຊົນຕໍ່ອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດ ທີ່ບັນພະບຸລຸດຂອງພວກເຮົາໄດ້ວາງຮາກຖານ ແລະ ປູພື້ນເອົາໄວ້ ເຊິ່ງພວມໄດ້ຮັບການຕໍ່ຍອດ ແລະ ຍົກລະດັບຂຶ້ນດ້ວຍຮຸ່ນຄົນປັດຈຸບັນ ແລະ ຜູ້ສືບທອດທີ່ຈົງຮັກພັກດີນັ້ນ, ພວກເຮົາຈະສາມາດບັນລຸຈຸດໝາຍສ້າງ ສປປລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາ ວອນ ເກີດເປັນຈິງຢ່າງແນ່ນອນ.
– ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!
– ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືືນ!
– ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈ ຂອງປະຊາຊົນລາວຕະຫຼອດໄປ!
– ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!
(ຂໍຂອບໃຈ)

