ໃນພິທີເປີດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ກ່າວສູນທອນພົດໄຂກອງປະຊຸມວ່າ: ມື້ນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະປະຊາຊົນລາວບັນດາເຜົ່າຊາວແຂວງຄຳມ່ວນ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ 5 ປີ ຄັ້ງທີ X ໄລຍະທ້າຍສະໄໝ, ມະຕິກອງປະຊຸມເປີດກ້ວາງຄົບຄະນະ ຄັ້ງທີ 13 ຂອງຄະນະບໍລິຫານພັກແຂວງ ສະໄໝທີ X, ແລະ ພວມຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ IX ໃຫ້ເປັນຮູບປະທໍາ, ພ້ອມກັນນັ້ນ ຍັງສືບຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ທີ່ມີຄວາມຄືບໜ້າດີຂຶ້ນເລື້ອຍໆ.

ຕະຫຼອດປີ 2024 ສະພາປະຊາຊົນຂັ້ນແຂວງໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານ ຂອງຕົນ ໃນທ່າມກາງສະພາບພາຍໃນປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນສະພາບພາຍໃນແຂວງຄໍາມ່ວນເຮົາ ຍັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງສົ່ງຜົນກະທົບຕໍ່ການພັດທະນາ, ການດໍາລົງຊີວິດ ຂອງພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ; ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງ ແລະ ຄວາມເປັນເອກະພາບ ໃນການເຮັດວຽກຮ່ວມກັນຢ່າງໃກ້ສິດ ໃນການແກ້ໄຂບັນຫາທີ່ເຄັ່ງ ຮ້ອນຕ່າງໆ ລະຫວ່າງສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງແຂວງ ຈຶ່ງເຮັດໃຫ້ ແຂວງຄໍາມ່ວນ ສືບຕໍ່ມີການພັດທະນາ, ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງກວ່າເກົ່າ ເຮັດໃຫ້ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ ຈໍານວນບໍ່ໜ້ອຍບັນລຸໄດ້ຕາມແຜນການ ແລະ ຄາດໝາຍຈໍານວນໜຶ່ງກໍປະຕິບັດໄດ້ລື່ນແຜນ ເຊິ່ງເປັນການປະກອບສວ່ນເຮັດໃຫ້ແຂວງຄໍາມ່ວນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍໂຕຕໍ່ເນື່ອງ.ໂດຍປະຕິບັດຕາມ ມາດຕາ 59 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງປີ 2020, ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງ ບັນຫາສໍາຄັນ ຂອງແຂວງ ດັ່ງນີ້: 1.ບົດລາຍງານ ຂອງເຈົ້າແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນແຂວງປະຈຳປີ 2024 ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນແຂວງ ປະຈໍາປີ 2025; 2.ບົດລາຍງານ ການກວດສອບຄືນ ການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງ ປະຈໍາປີ 2023, ແຜນການກວດສອບຄືນບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງຄໍາມວ່ນ ປະຈໍາປີ 2024 ແລະ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024, ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2025 ຂອງອົງການກວດສອບ ປະຈໍາພາກກາງ 2; 3.ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈໍາປີ 2022, ແຜນການກວດ ກາຕາມຜົນການກວດສອບ ປະຈໍາປີ 2023 ແລະ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024, ທິດທາງແຜນການ ປະຈໍາປີ 2025 ຂອງອົງການກວດກາລັດແຂວງ; 4.ບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງຄໍາມ່ວນ ກ່ຽວກັບການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025; 5.ບົດລາຍງານ ຂອງສານປະຊາຊົນແຂວງຄໍາມ່ວນ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025; 6.ບົດລາຍງານ ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025; 7.ການຈັດຕັ້ງການປະເມີນຜົນ ຕໍ່ຄວາມຮັບຜິດຊອບ ຂອງບຸກຄະລາກອນ ທີ່ມາລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກຖາມ ຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ;8.ການຈັດຕັ້ງການປະເມີນຜົນຄວາມໄວ້ວາງໃຈ ຕໍ່ບຸກຄະລາກອນດໍາລົງຕໍາແໜ່ງ ທີ່ສະພາປະຊາຊົນຂັ້ນແຂວງ ເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ;
9.ຄົ້ນຄວ້າ ພິຈາລະນາ ນິຕິກໍາໃຕ້ກົດໝາຍ ຂອງອົງການປົກຄອງແຂວງ ຈໍານວນ 3 ສະບັບ ຄື: ຮ່າງຂໍໍ້ຕົກລົງ ວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ, ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ອະນຸລັກພູຫີນຄັນນາ ເມືອງທ່າແຂກ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ລັດຖະກອນຄູ ແລະ ນັກຮຽນ ພາຍໃນແຂວງຄຳມ່ວນ.
ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງ ຈາກພາກສວ່ນຕ່າງໆທີ່ກ່ຽວຂ້ອງຈຳນວນໜຶ່ງ ຕາມຫົວຂໍ້ສະເພາະ ຫຼື ຄໍາຊັກຖາມ ທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງໄດ້ຕັ້ງຂຶ້ນ ກ່ອນການດໍາເນີນກອງປະຊຸມ ແລະ ຕາມການປະກອບຄຳເຫັນ, ການຊັກຖາມ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ໄດ້ຍົກຂືຶ້ນໃນວາລະດໍາເນີນກອງປະຊຸມ.
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຄັ້ງນີ້ ຈະໄດ້ພິຈາລະນາຕົກລົງຫຼາຍເນື້ອໃນທີ່ສຳຄັນ ແລະ ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ທີ່ມີຈໍານວນຫຼາຍຄືດັ່ງກ່າວໃຫ້ມີຄຸນນະພາບ, ປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງ ຂອງຕົນ ເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ເລິກເຊິ່ງ, ມີເຫດ-ມີຜົນ, ແທດຕົວຈິງ, ຮັດກຸມ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງແຂວງເຮົາໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງໃນຄັ້ງນີ້ ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ຢ່າງແທ້ຈິງ.