![](https://na.gov.la/wp-content/uploads/2022/08/301838497_2106211186233265_6674385955899790938_n.jpeg)
![](https://na.gov.la/wp-content/uploads/2022/08/301552609_2106211202899930_4204288685525403145_n.jpeg)
ຈຸດປະສົງ ກໍເພື່ອຊຸກຍູ້, ຕິດຕາມ, ກວດກາການເຄື່ອນໄຫວວຽກງານ ຂອງສະຫະພັນກຳມະບານກະຊວງ-ອົງການ ໃນໄລຍະຜ່ານມາ ແລະ ພົບປະເຮັດວຽກນຳຄະນະປະທານສະຫະພັນກຳມະບານ ແລະ ຕາງໜ້າຮາກຖານກຳມະບານ.![]()
![](https://na.gov.la/wp-content/uploads/2022/08/301809382_2106211159566601_1133420229400136676_n.jpeg)
ໃນການເຄື່ອນໄຫວເຮັດວຽກຄັ້ງນີ້, ຄະນະ ໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານກຳມະບານ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2022 ເຊິ່ງສະຫະພັນກຳມະບານສະພາແຫ່ງຊາດ ມີສະມາຊິກທັງໝົດ 400 ສະຫາຍ ຍິງ 162 ສະຫາຍ, ມີຄະນະບໍລິຫານງານສະຫະພັນກຳມະບານສະພາແຫ່ງຊາດ ຊຸດທີ V ຈຳນວນ 11 ສະຫາຍ ຍິງ 4 ສະຫາຍ ແບ່ງອອກເປັນ 10 ກຳມະບານຮາກຖານ. ໃນໄລຍະ 6 ເດືອນຜ່ານມາ ສະຫະພັນກຳມະບານສະພາແຫ່ງຊາດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເພື່ອຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຊຸກຍູ້ສະມາຊິກກຳມະບານເຂົ້າຮ່ວມກອງປະຊຸມ ແລະ ເຊື່ອມຊຶມເອກະສານ, ນິຕິກຳຂອງພັກ-ລັດ ຂອງສະພາແຫ່ງຊາດ ໃຫ້ສະມາຊິກກຳມະບານພາຍໃນສະພາແຫ່ງຊາດ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ ໂດຍສອດຄ່ອງກັບລະບຽບ ວ່າດ້ວຍການປະຕິບັດນະໂຍບາຍອຸດໜູນ ຂອງສະຫະພັນກຳມະບານສະພາແຫ່ງຊາດ ສະບັບເລກທີ 22/ສກບ.ສພຊ, ລົງວັນທີ 18 ມັງກອນ 2021; ເອົາໃຈໃສ່ ຕິດຕາມກວດກາ ການເຄື່ອນໄຫວປະຕິບັດໜ້າທີ່ຂອງຄະນະບໍລິຫານງານກໍາມະບານ, ຄະນະກໍາມະບານຮາກຖານ, ສະມາຊິກກຳມະບານ ສັງເກດເຫັນວ່າ ການຈັດຕັ້ງ ກໍຄືສະມາຊິກກຳມະບານ ແມ່ນໄດ້ປະຕິບັດໜ້າທີ່ໄດ້ຖືກຕ້ອງຕາມກົດລະບຽບຂອງກຳມະບານ; ຕິດຕາມກວດກາ ໜ່ວຍກຳມະບານແຕ່ລະຮາກຖານ ເປັນຕົ້ນ ການດໍາເນີນຊີວິດຂອງແຕ່ລະຮາກຖານ, ການເສຍເງິນບໍາລຸງ, ເງິນສະຫວັດດີການ, ການບໍລິຫານ, ຄຸ້ມຄອງວັດຖຸ ແລະ ຊັບສິນຂອງກຳມະບານ ຕະຫຼອດຮອດການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາ ຊິກກຳມະບານ. ສຳລັບທິດທາງແຜນການ 6 ເດືອນທ້າຍປີ ສະຫະພັນກຳມະບານສະພາແຫ່ງຊາດ ຈະໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ສະມາຊິກກຳມະບານເປັນປົກກະຕິ ໂດຍຮູບການເຊື່ອມຊຶມເອກະສານການຕິດຕາມການດໍາເນີນຊີວິດການເມືອງປະຈໍາເດືອນຂອງແຕ່ລະໜ່ວຍໃຫ້ເປັນປົກກະຕິ, ການເມືອງ ແລະ ແຜນນະໂຍບາຍຂອງພັກ, ແນວທາງນະໂຍບາຍຂອງລັດ, ກົດໝາຍ ແລະ ນິຕິກຳຕ່າງໆ ກ່ຽວກັບວຽກງານຂອງອົງການຈັດຕັ້ງກຳມະບານ ກໍຄືຂອງສະພາແຫ່ງຊາດ ວາງອອກເປັນແຕ່ລະໄລຍະ ເພື່ອເພີ່ມຄວາມຮັບຮູ້ ເຊື່ອມຊຶມກຳແໜ້ນແນວທາງຂອງພັກ, ເນື້ອໃນສຳຄັນຕ່າງໆ, ເພີ່ມສະຕິເປັນເຈົ້າການຕໍ່ການຈັດຕັ້ງ ເຊິ່ງເປັນບ່ອນອີງພື້ນຖານສຳຄັນໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ; ສືບຕໍ່ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ໃນວຽກງານປົກປ້ອງສິດ ແລະ ຜົນປະໂຫຍດ ຂອງສະມາຊິກກຳມະບານພາຍໃນສະພາແຫ່ງຊາດ ຕາມລະບຽບທີ່ກ່ຽວຂ້ອງ, ປະສານສົມທົບກັບສະຫະພັນກຳມະບານລາວ ເພື່ອຊຸກຍູ້ສົ່ງເສີມ ໃຫ້ສະມາຊິກກຳມະບານ ໄດ້ມີການຍົກລະດັບຄວາມຮູ້ດ້ານຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍພັດທະນາວຽກງານກຳມະບານ ກໍຄືວຽກງານວິຊາສະເພາະສະພາແຫ່ງຊາດ ດີຂຶ້ນເປັນກ້າວໆ ສາມາດຮອງຮັບຕໍ່ການປະຕິບັດໜ້າທີ່ການເມືອງ ໃນໄລຍະໃໝ່; ຊຸກຍູ້ການຈັດຕັ້ງຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງແຕ່ລະໜ່ວຍ ກໍຄືສະຫະພັນກຳມະບານສະພາແຫ່ງຊາດໃຫ້ສຳເລັດຕາມກຳນົດ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່, ສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນກິລາສາມັກຄີ ແລະ ການບໍລິຈາກເລືອດ ຢ່າງເປັນປົກກະຕິ.![]()
![](https://na.gov.la/wp-content/uploads/2022/08/301764747_2106211169566600_2786804627986270003_n.jpeg)
ຈາກນັ້ນ, ກໍໄດ້ມີການສົນທະນາແລກປ່ຽນເຊິ່ງກັນ ແລະ ກັນໃນຫຼາຍບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ.