ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດ NXT-2026

ມ.ນ. 18, 2026

(ສພຊ) – ລະຫວ່າງວັນທີ 12-15 ມີນາ 2026 ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ NXT-2026 ທີ່ນະຄອນຫຼວງນິວເດລີ, ປະເທດອິນເດຍ ເຊິ່ງກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນເຈົ້າພາບ ແລະ ການສະໜັບສະໜູນທາງດ້ານງົບປະມານຂອງທ່ານ ກາຣຕິເກຢາ ຊຣາມາ ສະມາຊິກສະພາສູງອິນເດຍ ໂດຍມີບັນດາອະດີດນາຍົກລັດຖະມົນຕີ, ສະມາຊິກລັດຖະສະພາ, ນັກຊ່ຽວຊານ ແລະ ບັນດາອາຈານຂອງມະຫາວິທະຍາໄລຈາກທົ່ວໂລກ ເຂົ້າຮ່ວມ; ນອກນັ້ນ, ກໍຍັງມີບັນດານັກຮຽນ-ນັກສຶກສາ ຈາກມະຫາວິທະໄລຕ່າງໆ ເຂົ້າຮ່ວມຖອດຖອນບົດຮຽນຢ່າງຫຼວງຫຼາຍ.
ກອງປະຊຸມຄັ້ງນີ້, ທ່ານ ນາເລນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວປາໄສ ໂດຍທ່ານເນັ້ນໜັກເຖິງວິໄສທັດຂອງອິນເດຍກ່ຽວກັບນະວັດຕະກຳ, ການຮ່ວມມືດ້ານເຕັກໂນໂລຊີ, ການເຕີບໂຕທາງດ້ານເສດຖະກິດ, ການຫັນເປັນດິຈິຕອນ, ການຕອບສະໜອງຕໍ່ວິກິດການຕ່າງໆ ແລະ ໂອກາດທີ່ເກີດຂຶ້ນໃໝ່ສຳລັບການຮ່ວມມືສາກົນ; ພ້ອມດຽວກັນ, ກໍຮຽກຮອງໃຫ້ບັນດານັກການເມືອງ, ສື່ມວນຊົນ, ຊາວໜຸ່ມ, ພາກສ່ວນທຸລະກິດ ແລະ ພົນລະ ເມືອງ ຍົກສູງການຮ່ວມມືກັນເພື່ອການພັດທະນາປະເທດຊາດ. ຫຼັງຈາກນັ້ນ, ບັນດາແຂກທີ່ເຂົ້າຮ່ວມ ແລະ ນັກຊ່ຽວຊານຈາກທົ່ວໂລກ ກໍໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ມີຄຳເຫັນສົນທະນາກ່ຽວກັບວຽກງານສຳຄັນຕ່າງໆ ເຊັ່ນ: ການສິຶກສາ, ອຸດສາຫະກຳ, ຄວາມຍືນຍົງ, ການຄ້າ, ກົດໝາຍ, ການພົວພັນສາກົນ, ດິຈິຕອນ, ປັນຍາປະດິດ, ນະວັດຕະກຳການຮັກສາສຸຂະພາບ, ການເງິນ, ການທະນາຄານ, ການປ້ອງກັນປະເທດ, ຄວາມສະເໝີພາບ, ປັດຊະຍາ ແລະ ອື່ນໆ.
ໃນການກອງປະຊຸມສຳມະນາຄັ້ງນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ຂຶ້ນກ່າວປາໄສພາຍໃຕ້ຫົວຂໍ້ “ການເຊື່ອມໂຍງດິຈິຕອນໃນອາຊຽນ ແລະ ພາກພື້ນອື່ນ” ເຊິ່ງທ່ານຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດແຜນແມ່ບົດດິຈິຕອນອາຊຽນ 2020, 2025 ແລະ 2030, ບົດບາດໃນການຊຸກຍູ້ວຽກງານດັ່ງກ່າວຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA), ການຫັນເປັນດິຈິຕອນຂອງ ສປປລາວ ແລະ ທິດທາງຂອງວຽກງານດັ່ງກ່າວລະຫວ່າງອາຊຽນກັບພາກພື້ນອື່ນ; ນອກຈາກນັ້ນ, ຍັງໄດ້ຮ່ວມໃນເວທີແລກປ່ຽນສົນທະນາພາຍໃຕ້ຫົວຂໍ້ “ການພົວພັນພາກພື້ນຜ່ານທາງດ້ານວັດທະນະທຳ” ເຊິ່ງທ່ານຍົກໃຫ້ເຫັນເຖິງການດຳເນີນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື​ເພື່ອ​ການ​ພັດທະນາ ​ຂອງ ສປປລາວ, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສປປລາວ ກັບ ສາທາລະນະລັດອິນເດຍ ພ້ອມທັງຍົກໃຫ້ເຫັນເຖິງການຮ່ວມມື ແລະ ຄວາມສາມັກຄີພາຍໃນຄອບຄົວອາຊຽນ. ການປະກອບຄຳເຫັນຂອງຫົວໜ້າຄະນະຜູ້ແທນລາວ ຕ່າງກໍໄດ້ຮັບຄວາມສົນໃຈ ແລະ ມີການຕອບຮັບທີ່ດີຈາກຜູ້ເຂົ້າຮ່ວມກອງປະຊຸມຢ່າງຫຼວງຫຼາຍ.
ກອງປະຊຸມຄັ້ງນີ້ ເປັນການສະແດງເຖິງວິໄສທັດຂອງບັນດາຜູ້ນຳ ແລະ ນັກຊ່ຽວຊານທາງດ້ານຕ່າງໆຈາກທົ່ວໂລກ, ພ້ອມທັງເປັນການແລກປ່ຽນປະສົບການ ແລະ ບົດຮຽນເຊິ່ງກັນແລະກັນ ເພື່ອວາງແນວທາງພື້ນຖານ ແລະ ຂໍ້ລິເລີມສຳລັບໂລກໃນອະນາຄົດ.